ການແກ້ໄຂບັນຫາ ຄວາມທຸກຍາກ ຂອງຊົນເຜົ່າ

ເຈົ້າໜ້າທີ່ ທາງການລາວ ວ່າການແກ້ໄຂ ບັນຫາ ຄວາມທຸກຍາກ ຂອງປະຊາຊົນ ຊົນເຜົ່າ ຈະຕ້ອງໃຫ້ ສໍາເຣັດ ກ່ອນປີ 2015.
ມະນີຈັນ
2010.02.09

ເຈົ້າໜ້າທີ່ ກ່ຽວຂ້ອງ ຂອງຣັຖບານ ສປປລາວ ວ່າການແກ້ໄຂ ບັນຫາ ຄວາມທຸກຍາກ ຂອງປະຊາຊົນລາວ ທົ່ວປະເທດ ຍັງເປັນເຣື້ອງທີ່ ປະຕິບັດ ໄດ້ຍາກ ຊຶ່ງສ່ວນນຶ່ງ ກໍຍ້ອນຖນົນ ຫົນທາງ ຍັງມີຄວາມລໍາບາກ  ແຕ່ກໍຈະແກ້ໄຂ ຕໍ່ໄປ ໂດຍສະເພາະ ສໍາລັບປະຊາຊົນ ໃນຫ່າງໄກນັ້ນ ຈະໄດ້ແກ້ໄຂ ເປັນລໍາດັບໄປ. ທ່ານ ກ່າວວ່າ:

"ເຂດທີ່ມີເງື່ອນໄຂ ໂດຍສະເພາະ ເຂດພູພຽງ ທົ່ງພຽງ ພວກເຮົາ ຈະໄດ້ປະກາດ ຫລຸດຜ່ອນກ່ອນ ສ່ວນວ່າ ເຂດພູດອຍ ຊົນເຜົ່າ ຈໍານວນນຶ່ງ ແນວຫລັງ ຂອງພວກເຮົາ ທີ່ຍັງທຸກຍາກ ເກີນກວ່າ ຣະດັບນີ້ ພວກເຮົາ ຄິດວ່າຄືຊິ ແມ່ນໃນປີ 2015 ຈຶ່ງຈະສໍາເຣັດ".

ທ່ານກ່າວ ຕໍ່ໄປວ່າ ແຜນການທີ່ ວາງອອກ ຕາມໂຄງການ ຫລຸດຜ່ອນ ຄວາມທຸກຍາກ ໃນທົ່ວ ປະເທດລາວ ກໍມີໝົດແລ້ວ ແລະເງິນງົປມານ 500ລ້ານເຢັນ ທີ່ໄດ້ຈາກ ຍີ່ປຸ່ນ ກໍໄດ້ຈັດສັນ ໃຫ້ແຕ່ລະແຂວງ ຈໍາເປັນ ນໍາໄປໃຊ້ ເພື່ອເຮັດໂຄງການ ສໍາຄັນກ່ອນ. 

ສໍາລັບໃນເຂດ ຫ່າງໄກ ຫລືພູດອຍນັ້ນ ເງິນງົປມານ ຍັງໄປບໍ່ເຖິງ ຈະນໍາເງິນ ເຂົ້າໄປພັທນາ ໃນເຂດນັ້ນ ກໍຂ້ອນຂ້າງ ລໍາບາກ. ຖນົນ ໄຟຟ້າ ນໍ້າປະປາ ກໍຍັງເຂົ້າໄປ ບໍ່ເຖິງ  ດັ່ງນັ້ນ ຈໍາເປັນຕ້ອງ ລໍຖ້າ ໃຫ້ມີການ ແກ້ໄຂ ບັນຫາດັ່ງກ່າວ ເສັຽກ່ອນ. ສໍາລັບຕອນນີ້ ກໍຕ້ອງລົງ ໂຄງການ ດ້ານການສຶກສາ ແລະ ສາທາຣະນະສຸຂ ໄປກ່ອນ:

"ພວກເຮົາ ຈະເນັ້ນເຣື້ອງຫລັກ ທາງການສຶກສາ ສາທາຣະນະສຸຂ ແລະໂຄງຮ່າງ ທາງຖນົນ ຫົນທາງ ຊົລປະທານ ປັດຈັຍດັ່ງກ່າວ ເປັນພື້ນຖານຫລັກ ເພື່ອແກ້ໄຂ ບັນຫາ ເພາະວ່າ ເປັນພື້ນຖານ ທີ່ເຮັດໃຫ້ມີ ຄວາມທຸກຍາກ".

ໂຄງການ ໃຫ້ການຊ່ວຍເຫລືອ 5ແຂວງ ທີ່ທຸກຍາກ ທີ່ສຸດ ໃນລາວ ຄືແຂວງ ຊຽງຂວາງ ອັຕປື ເຊກອງ ຜົ້ງສາລີ ຫລວງນໍ້າທາ ໂດຍສະເພາະ ໃນເຂດ ຫ່າງໄກ ທີ່ຕ້ອງການ ການຊ່ວຍເຫລືອ ສ້ອມແປງ ສ້າງຖນົນ  ໄຟຟ້າ ນໍ້າປະປາ ການສຶກສາ ໂຮງໝໍ ແລະ ຍັງມີໂຄງການ ຫລາຍກວ່າ1212 ໂຄງການ ທີ່ຍັງລໍຖ້າ ການພັທນາ ອີກຕື່ມ -ທ່ານກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.