ຊາວບ້ານ ພວມກຽມໂຍກຍ້າຍ ອອກຈາກເຂດພັທນາ ເດີ່ນທາດຫລວງ

ປະຊາຊົນ ບາງສ່ວນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການພັທນາ ໃນເຂດບ້ານທາດຫລວງ ໄດ້ເລີ້ມໂຍກຍ້າຍບ້ານແລ້ວ ໂດຍສະເພາະ ພວກທີ່ມີຄວາມພ້ອມ.
ໂພໄຊສວັດ
2010.03.09

ສ່ວນ​ຊາວບ້ານ​ອື່ນໆ ​ກໍຕ້ອງ​ໄດ້​ຍ້າຍ ​ເທື່ອ​ລະ​ເລັກ​ລະ​ນ້ອຍ ​ແຕ່​ໃຫ້​​ແລ້ວ​​ໂດຍໄວ ​ເພາະ​ທາງ​ການ​ ມີ​ກຳນົດ ຈະ​ຂຍາຍ​ເດີ່ນ​ທາດຫລວງ ​​ໃຫ້​ແລ້ວ ກ່ອນ​ເດືອນພຶ​ສຈິ​ກາ 2010 ນີ້. ​ໃນ​ຂະນະ​ດຽວ​ກັນ ​ທາງ​ການ​ລາວ ​ກໍ​ຕຽມ​ໃຫ້ ບໍລິສັດ​ກໍ່ສ້າງ ​ເອກ​ກະ​ຊົນ ​ທີ່​ໄດ້​ຮັບ​ສຳ​ປະທານ ​ເລີ້ມ​ເຄື່ອ​ນທີ່​ເຂົ້າ​ໄປ​ເຮັດ​ວຽກ​ ກໍ່ສ້າງ​ແລ້ວ​.

ປະຊາຊົນ​ຊາວບ້ານ ​ທາດຫລວງ​ໃຕ້ ຜູ້​ນຶ່ງ ​​ເວົ້າ​ວ່າ ​ປັດຈຸບັນ​ນີ້ ​ກຳລັງ​ເກັບ​ເຄື່ອງ​ຂອງ​ຍ້າຍ​ເຮືອນ ​ເທື່ອ​ລະ​ເລັກ​ລະ​ນ້ອຍ ​ໄປ​ຢູ່​​ເຂດ​ທີ່​ທາງ​ການຈັດ​ໄວ້​ໃຫ້ ຫລັກ 21. ສຳລັບ​ຄຳ​ຖາມ ​ທີ່​ວ່າ ​ຢາກ​ຍ້າຍ ​ຫລື​ບໍ່​ນັ້ນ ກໍ​ບໍ່​ສາມາດ​ຂັດ​ຂືນ​ໄດ້. ຊາວບ້ານ​ ຈາກ​ເຂດ​ທາດຫລວງ​ກາງ ​ຜູ້​ນຶ່ງ​ເວົ້າ​ວ່າ:

”ການ​ຂຍາຍ​ ການພັທນາ​ ຕົວ​ເມືອງເນ໋າະ ​ເຮົາ​ກໍ​ຂັດຂວາງ​ບໍ່​ໄດ້ ກໍ​ບໍ່​ຢາກ​ຍ້າຍ​ແຫລ໋ະ ​ເພາະ​ບ້ານ​ກໍ​ເປັນ​ບ້ານ​ພື້ນຖານ ບ້ານ​ເກີດ​ເມືອງ​ນອນ​ຢູ່​ນີ້.”

ປະຊາຊົນ​ ຫລາຍຄອບຄົວ​ ກຳລັງ​ ໄດ້​ຮັບ​ຄ່າ​ທົດ​ແທນ​ ໃນ​ການ​ໂຍກ​ຍ້າຍ ​ແບບ​ປະຕິ​ເສດ​ບໍ່​ໄດ້ ​ເຖິງ​ວ່າ​ຈະ​ຕ້ອງການ​ຄ່າ​ຕອບ​ແທນ ຫລາຍ​ກວ່າ​ ທີ່​ທາງ​ການຈະ​ອະນຸມັດ​ໃຫ້ ​ກໍ​ຕາມ. ຄວາມ​ວິຕົກ​ກັງວົນ ​ກໍ​ແມ່ນ​ວ່າ ຈະ​ຫາ​ອາຊີບຫຍັງ ​ເມື່ອ​ຍ້າຍ​ໄປ​ຢູ່​ບ້ານ​ຈັດ​ສັນ​ໃໝ່ ​ຊຶ່ງ​ບໍ່​ຄຸ້ນ​ເຄີຍ ຕໍ່​ມາ​ ກໍ​ແມ່ນ​ໂຮງຮຽນ​ ຂອງ​ເດັນ​ນ້ອຍ ຊຶ່ງ​ຢູ່​ບ່ອນ​ໃໝ່​ຍັງ​ບໍ່​ທັນ​ມີ​ຮອງ​ຮັບ ​ແລະ ອັນ​ສຸດ​ທ້າຍ​ ກໍ​ແມ່ນ​ການ​ເດີນທາງ ​ໄປມາຫາ​ໂຕ​ເມືອງ ທີ່​ມີ​ລະຍະ​ທາງ​ໄກ ກວ່າ​ເກົ່າ.

ທາງ​ການ​ລະບຸ​ວ່າ ບ້ານ​ເຮືອນ​ປະຊາຊົນ ທີ່​ໄດ້​ຮັບ​ຜົນ​ກະທົບ ຈາກ​ໂຄງການ ຄື​ ບ້ານ​ທາດຫລວງ​ເໜືອ ມີ​ເຮືອນ​ພ້ອມ​ກັບ​ດິນ 14 ​ແຫ່ງ ​ແລະ ​ສະ​ເພາະ ​ດິນ​ມີ 14 ຕອນ. ບ້ານ​ທາດຫລວງ​ກາງ ຖືກ​ທີ່​ດິນ ພ້ອມ​ກັບ​ເຮືອນ 155 ຫລັງ ແລະ ຖືກ​ສະ​ເພາະ​ ດິນ​ມີ 96 ຕອນ ​ແລະ ​ບ້ານ​ທາດຫລວງ​ໃຕ້ ຖືກ​ເຮືອນ​ພ້ອມ​ກັບ​ດິນ 58 ຫລັງ ​ແລະ ​ສະ​​ເພາະດິນ 45 ຕອນ ຕົກ​ເປັນ​ເງິນ​ກວ່າ 77 ຕື້​ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.