ສະມາຊິກສະພາ ຕໍານິຣັຖບານລາວ

ສະມາຊິກ ສະພາແຫ່ງຊາດ ແຂວງ ເຊກອງ ຕໍານິຣັຖບານ ສປປລາວ ກ່ຽວກັບການ ໂຍກຍ້າຍ ປະຊາຊົນ ແບບບໍ່ມີ ການຈັດສັນ ຄັກແນ່.
ຈໍາປາທອງ
2010.06.18

ປະຊາຊົນ ຢູ່ຕາມ ທ້ອງຖິ່ນຕ່າງໆ ຂອງແຂວງເຊກອງ ປະສົບບັນຫາ ການຖືກໂຍກຍ້າຍ ໄປບ່ອນຢູ່ ແລະພື້ນທີ່ ການຜລິດໃໝ່ ຍ້ອນວ່າທາງການ ຈັດສັນພື້ນທີ່        ໃຫ້ພວກເຂົາເຈົ້າ ໂດຍບໍ່ມີການ ຄົ້ນຄວ້າ ແລະບໍ່ໄດ້ເຮັດ ບົດວິພາກ ເສຖກິດຄັກແນ່ ດັ່ງນັ້ນ ຈຶ່ງຍັງບໍ່ທັນ ສາມາດແກ້ໄຂ ບັນຫາການ ຖາງປ່າຂອງ ປະຊາຊົນໄດ້ ດັ່ງສະມາຊິກ ສະພາແຫ່ງຊາດ ເຂດ 16 ແຂວງເຊກອງ ໄດ້ກ່າວໃນກອງ ປະຊຸມສະໄໝ ສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ 6 ໃນວັນທີ 16 ມິຖຸນາ 2010 ວ່າ:

"ຢາກສເນີໃຫ້ ຣັຖບານວ່າ ເປັນຫຍັງ ທີ່ຜ່ານມານີ້ ການເຄື່ອນຍ້າຍຂອງ ປະຊາຊົນ ນີ້ສະຊາຍ ຍ້ອນການຈັດສັນ ພູມລຳເນົາຂອງເຮົາ ຍັງບໍ່ທັນໄດ້ ມີການຄົ້ນຄວ້າ ແລະບໍ່ມີ ບົດວິພາກ ເສຖກິດ ຫລືວ່າມີການ ຄົ້ນຄວ້າ ພູມລຳເນົາ ວ່າເຮົາຄວນເຮັດ ຄືແນວໃດ".

ໃນເມື່ອບໍ່ມີ ການຈັດສັນ ສະຖານທີ່ໃຫ້ ຄັກແນ່ຄືແນວນັ້ນ ປະຊາຊົນ ກໍຈະໂຍກຍ້າຍ ບ່ອນຢູ່ ແລະທີ່ທຳກິນ ໄປເລື້ອຍໆແລະ ຖາງປ່າເຮັດໄຮ່ ຫລືປູກຝິ່ນຕາມ ອາຊີບ ເດີມຂອງພວກເຂົາເຈົ້າ ດັ່ງທີ່ຍານາງ ໄດ້ກ່າວວ່າ:

"ປະຊາຊົນຫັ້ນ ບໍ່ມີບ່ອນການຜລິດ ແລະສຸດທ້າຍ ກໍກັບຄືນໂຍກຍ້າຍ ໄປບ່ອນອື່ນ ໄປປູກຝິ່ນຫຼືວ່າ ໄປຖາງປ່າ ເຮັດໄຮ່ຄືນໃໝ່ ອັນນີ້ສເນີ ຣັຖບານຄວນມີ ການ ຄົ້ນຄວ້າຄັກແນ່ ສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ ເພື່ອດຶງດູດເອົາ ປະຊາຊົນ ເພື່ອໃຫ້ເຂົາເຈົ້າ ມີອາຊີບຄົງທີ່".

ຍານາງ ເວົ້າຕື່ມວ່າ ການຈັດສັນ ພູມລຳເນົາ ແລະ ຈັດສັນອາຊີບ ໃຫ້ປະຊາຊົນ ເປັນສ່ວນນຶ່ງຂອງ ວຽກງານ ກ່ຽວກັບການແກ້ໄຂ ຄວາມທຸກຍາກ ດັ່ງນັ້ນຣັຖບານ ແລະໜ່ວຍງານທີ່ ກ່ຽວຂ້ອງ ຄວນຄິດຫາວິທີ ຈັດດສັນໃຫ້ ປະຊາຊົນ ເພື່ອໃຫ້ພວກເຂົາເຈົ້າ ສາມາດປະກອບ ອາຊີບ ແລະ ມີລາຍໄດ້ເຂົ້າ ຄອບຄົວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.