ຊາວບ້ານທາຕຫຼວງ ເໜືອແລະກາງ ເຣີ້ມໂຍກຍ້າຍ

ຊາວບ້ານ ທາຕຫລວງເໜືອ ທາດຫລວງກາງ ເຣີ່ມເຄື່ອນຍ້າຍ ໄປຕັ້ງ ຖິ່ນຖານໃໝ່ ທີ່ຫລັກ 21.
ຫວາດ ສີມູນ
2010.09.16

ຊາວບ້ານ ທາຕຫລວງ ເໜືອແລະກາງ ທີ່ໄດ້ຮັບ ຜົລກະທົບ ຈາກໂຄງກາຣ ຂຍາຍ ບໍຣິເວນ ທາຕຫລວງ ໃນນະຄອນ ຫລວງວຽງຈັນ ເຣີ່ມພາກັນ ເຄື່ອນຍ້າຍອອກ ໄປຕັ້ງ ຖິ່ນຖານໃໝ່ ຢູ່ເຂຕຫລັກ 21 ໂດຽໄດ້ຮັບ ເງິນເປັນຄ່າ ຊົດເຊີຽ ຈຳນວນໜຶ່ງ ຈາກຣັຖບາລ. ດັ່ງ ທ້າວສຸລິວັນ ໄຊຍະລາດ ໄດ້ເວົ້າວ່າ:

“ຂຶ້ນກັບທີ່ດິນ ທີ່ດິນຫລາຍ ກໍໄດ້ຫລາຍ ຂຶ້ນກັບ ຄອບຄົວ ຄອບຄົວນ້ອຍ ຫລືວ່າຫລາຍ ຖ້າວ່າຫລາຍ ກໍໄດ້ຫລາຍ ຂ້ອຍກໍໄດ້ ປະມານ ແສນບາທ ດິນຕ່າງຫາກ ຈະໄປເຮັດ ຮ້ານຂາຍເຄື່ອງ ກໍບໍ່ດີໃຈ ປານໃດ ເພາະວ່າຖືກຍ້າຍ ແຕ່ກໍ ເຕັມໃຈຍ້າຍ ເພາະວ່າ ຣັຖບາລລາວ ໃຫ້ໂຍກຍ້າຍ”.

ກ່ຽວກັບກາຣ ໃຫ້ຄ່າຊົດເຊີຽ ດັ່ງກ່າວນີ້ ທາງກາຣລາວ ໄດ້ສົ່ງ ເຈົ້າໜ້າທີ່ ໄປກວດກາ ແລະວັດແທກ ຕາມພື້ນທີ່ດິນ ເຊັ່ນວ່າ ເນື້ອດິນຂນາດ 3 ຄູນ 20 ແມ໊ຕ ກໍມີກາຣ ໄລ່ໃຫ້ຄ່າ ຊົດເຊີຽ ປະມານ 1 ແສນບາທ ຫລື 25 ລ້ານກີບ.

ໃນຂນະດຽວກັນ ປະຊາຊົນ ຊາວບ້ານດຽວກັນ ບາງຄອບຄົວ ກໍຕ້ອງໄດ້ ໂຍກຍ້າຍ ອອກໄປຢູ່ ບ່ອນໃໝ່ ເຊັ່ນກັນ ກ່ອນທີ່ມີກາຣ ເຣີ່ມປັບປຸງ ຖນົນຫົນທາງ ຕາມແຜນ ຂອງ ທາງຣັຖບາລ ຊຶ່ງຖນົນ ດັ່ງກ່າວ ເປັນຖນົນແບບ 4 ແຖວ(ເລນ) ໄປທາງຫລັງຂອງ ພຣະທາຕຫລວງ ໂດຽມີ ຄວາມຍາວ ທັງໝົດ ປະມານ 10 ກິໂລແມ໊ຕ ແລະ ກໍກຳລັງສ້າງສາ ທີ່ຄາດວ່າ ຈະໃຫ້ແລ້ວ ສຳເຣັຈກ່ອນ ເດືອນ ພຶສຈິກາ ນີ້.

ຢ່າງໃດກໍຕາມ ຣາສດອນ ຊາວບ້ານ ທາຕຫລວງ ເໜືອແລະກາງ ທີ່ໄດ້ຮັບ ຜົລກະທົບ ຈາກກາຣຂຍາຍ ດັ່ງກ່າວມີ ທັງໝົດ 187 ຫລັງຄາເຮືອນ ພ້ອມກັບທີ່ດິນ 155 ຕອນ ໂດຽຄິດເປັນ ມູລຄ່າ ກາຣຊົດເຊີຽ ທັງໝົດ ປະມານ 77,000 ຕື້ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.