ຊາວບ້ານທາດຫລວງ ເໜືອແລະກາງ ເລີ້ມໂຍກຍ້າຍ
2010.09.15
ຊາວບ້ານ ທີ່ອາສັຍຢູ່ ບ້ານທາດຫລວງ ເໜືອແລະກາງ ນະຄອນຫລວງ ວຽງຈັນ ປະມານ 100 ຄອບຄົວ ໄດ້ໂຍກຍ້າຍ ໄປຕັ້ງບ້ານເຮືອນ ໃໝ່ ຢູ່ຫລັກ 21 ນອກເຂດ ນະຄອນຫລວງ ວຽງຈັນ ແລ້ວ. ທາງການໄດ້ເລີ້ມ ສ້ອມແປງ ຖນົນຫົນທາງ ຢູ່ທາງຫລັງ ພຣະທາດຫລວງ ຢ່າງຮີບເຮັ່ງ ເພື່ອໃຫ້ແລ້ວທັນ ມື້ສລອງ ຄົບຮອບ 450 ປີ ນະຄອນຫລວງ ວຽງຈັນ. ຊາວບ້ານທາດຫລວງ ຜູ້ນຶ່ງ ໃຫ້ຂໍ້ມູນວ່າ:
"ໃກ້ແຄມທາງ ຂະເຈົ້າ ອອກໄປ ໂຕໃກ້ບ່ອນ ຂະເຈົ້າເຮັດທາງ ຂະເຈົ້າເຮັດ ທາງໄປແລ້ວ ຈຸທາດເລີຍ ຢູ່ທາງພຸ້ນ ເລີຍແຖວແປະ ທາດພຸ້ນ ຂະເຈົ້າເຮັດ ທາງເຂົ້າໄປຫາ ທາດຫລວງ ຫລາຍເຕີບແລ້ວ".
ຊາວບ້ານທາດຫລວງ ເໜືອແລະກາງ ທີ່ໄດ້ຮັບ ຜົນກະທົບ ຈາກການ ຂຍາຍຫົນທາງ 4 ແຖວ(ເລນ) ອ້ອມແອ້ມ ເດີ່ນທາງຫລວງ ມີຈຳນວນ 187 ຫລັງຄາເຮືອນ ຈຳນວນນຶ່ງ ໄດ້ພາກັນ ໂຍກຍ້າຍ ໄປຢູ່ຫລັກ 21 ແລ້ວ ແລະ ການໂຍກຍ້າຍ ກໍຈະມີ ຕໍ່ໄປເລື້ອຍໆ ຈົນຈະຄົບ ຈຳນວນທີ່ ທາງການໄດ້ ກຳນົດໄວ້.
ສຳລັບ ການຈ່າຍເງິນ ທົດແທນ ທີ່ທາງການ ຄິດໄລ່ຄືນ ໃຫ້ນັ້ນ ຊາວບ້ານເວົ້າວ່າ ໄດ້ຮັບເງິນ ຈຳນວນນຶ່ງ ທີ່ໄດ້ຄິດໄລ່ ຕາມພື້ນທີ່ດິນ ແລະເຮືອນ ແຕ່ກໍບໍ່ໄດ້ ໃຫ້ຂໍ້ມູນ ໂຕເລກ. ບ້ານເຮືອນ ຂອງຊາວບ້ານ ໃນເຂດອ້ອມແອ້ມ ເດີ່ນພຣະທາດຫລວງ ທີ່ໄດ້ຮັບ ຜົນກະທົບ ມີທັງໝົດ ເປັນເຮືອນ 187 ຫລັງ ແລະດິນອີກ 155 ຕອນ ຊຶ່ງຄິດເປັນ ເງິນມູນຄ່າ 77,000 ຕື້ກີບ ແລະ ມີກຳນົດ ໂຍກຍ້າຍ ໃຫ້ແລ້ວໝົດ ພາຍໃນເດືອນ ເມສາ-ພຶສພາ 2010 ແຕ່ກໍຍືດເຍື້ອ ມາເຖິງ ປັດຈຸບັນນີ້.
ການໂຍກຍ້າຍນີ້ ມີຄວາມຈຳເປັນ ເພື່ອໃຫ້ການ ສ້ອມແປງ ຂຍາຍຫົນທາງ 4 ແຖວ(ເລນ) ແລ້ວໝົດ ທັນມື້ສລອງ ຄົບຮອບ 450 ປີ ນະຄອນຫລວງ ວຽງຈັນ ຊຶ່ງກຳນົດ ໃສ່ເດືອນ ພຶສຈິກາ ປີນີ້. ທາງການໄດ້ ຈັດສັນ ພື້ນທີ່ດິນ ຫລັກ 21 ນອກເຂດ ນະຄອນຫລວງ ວຽງຈັນ ໃຫ້ຊາວບ້ານ ຍ້າຍໄປຢູ່.









