ເຂື່ອນໄຟຟ້ານ້ຳງື່ມ2ແລະ3

ທາງກາຣລາວ ຍັງບໍ່ທັນສາມາດ ຈັດສັນທີ່ດິນ ໃຫ້ປະຊາຊົນ ທຳມາຫາກິນໄດ້ ຄົບຖ້ວນເທື່ອ ສຳຫລັບຜູ້ທີ່ຖືກ ໂຍກຍ້າຍອອກຈາກ ເຂຕໂຄງກາຣ ກໍ່ສ້າງ ເຂື່ອນໄຟຟ້ານ້ຳງື່ມ2ແລະ3 ເທົ່າປັຈຈຸບັນນີ້

0:00 / 0:00

ກາຣໂຍກຍ້າຍ ປະຊາຊົນ ອອກຈາກເຂຕ ພື້ນທີ່ກາຮກໍ່ ສ້າງເຂື່ອນໄຟຟ້າ ນ້ຳງື່ມ 2 ແລະນ້ຳງື່ມ 3 ຍັງເປັນບັນຫາ ທີ່ບໍ່ສິ້ນສຸດ ລົງຈັກເທື່ອ ໂດຽສະເພາະ ບັນດາ ປະຊາຊົນ ໝວດທຳອິດ ບໍ່ຕໍ່າກວ່າ 1,000 ຄອບຄົວທີ່ໄດ້ ຍ້າຍລົງມາຢູ່ ໃນເຂຕ ເມືອງເຟືອງ ແຂວງວຽງຈັນ ຈົນເທົ່າ ປັຈຈຸບັນ ກໍຍັງບໍ່ທັນ ໄດ້ຮັບກາຣຈັດສັນ ທີ່ດິນ ເປັນທີ່ຮຽບຮ້ອຍ ກັນເທື່ອ ດັ່ງເຈົ້າໜ້າທີ່ ຫ້ອງກາຣ ກ່ຽວຂ້ອງທ່ານໜື່ງ ໄດ້ກ່າວວ່າ:

“ທາງເຈົ້າເມືອງ ກໍໄດ້ລົງ ປະຈຳຢູ່ເພື່ອ ທຳກາຣແບ່ງດິນ ແບ່ງປ່າແບບ land use planning ກັບ Land allocation ແຕ່ວ່າກໍເປັນ ກາຣຍາກ ເພາະທີ່ດິນ ທຳກິນ ກໍມີນ້ອຍ”

ເຈົ້າໜ້າທີ່ລາວ ທ່ານນີ້ ໄດ້ແຈ້ງເພີ່ມວ່າ: ນັບແຕ່ ປະຊາຊົນກວ່າ 3,500 ຄົນຈາກ ພັນກວ່າຄອບຄົວ ໄດ້ໂຍກຍ້າຍ ລົງມາ ທາງຫ້ອງກາຣ ປົກຄອງວຽງຈັນ ຍັງບໍ່ ສາມາດ ຫາບ່ອນຢູ່ ແລະທີ່ດິນ ໃຫ້ແກ່ເຂົາເຈົ້າ ຢ່າງພຽງພໍເທື່ອ ຍ້ອນບັນຫາ ທີ່ດີນມີນ້ອຍ ແລະອາຈກວມເອົາ ເຂຕທີ່ດິນຂອງ ປະຊາຊົນຄົນ ອື່ນໆ ຫລືເຂຕ ດີນປ່າ ແຫລ່ງນ້ຳທີ່ ຫວງຫ້າມ ສະນັ້ນຈື່ງ ບໍ່ຮູ້ເປັນທີ່ ແນ່ນອນວ່າຈະ ສາມາດດຳເນີນ ກາຣຈັດສັນ ໃຫ້ແລ້ວໝົດ ໃນເມື່ອໃດ ກັນແທ້?

“ຢູ່ຂັ້ນເມືອງແລະ ຂັ້ນແຂວງແລ້ວ ກໍຫາວິທີ ແກ້ໄຂ ກໍຫຍຸ້ງຍາກ ສົມຄວນ ເພາະວ່າຄົນ ຈຳນວນຫລາຍ ບໍ່ມີທີ່ໃຫ້ ທຳກິນ ໃຫ້ເຂົາເຈົ້າ ກໍຫຍຸ້ງຍາກ!”

ເຖີງຢ່າງໃດ ກໍຕາມ ກາຣໂຍກຍ້າຍ ປະຊາຊົນ ອອກຈາກ ເຂຕພື້ນທີ່ ຂອງໂຄງກາຣ ສ້າງເຂື່ອນນ້ຳງື່ມ ດັ່ງກ່າວ ຄາດວ່າຍັງ ຈະມີບັນຫາ ຢູ່ຕໍ່ໄປ ໂດຽສະເພາະ ທີ່ຍັງມີ ປະຊາຊົນ ຕື່ມອີກປະມານ 5,000 ຄົນທີ່ຈະຕ້ອງ ໄດ້ໂຍກຍ້າຍທີ່ ທາງກາຣລາວ ວ່າຕ້ອງໃຫ້ ແລ້ວສຳເຣັຈ ພາຍໃນປີ 2009 ນີ້ນັ້ນ!!