ທະນາຄານໂລກ ໃຫ້ທຶນ ສປປລາວ

ສປປລາວ ມີແຜນການ ທີ່ຈະປະຕິຮູບ ການສືກສາ ສີ່ງແວດລ້ອມ ການພັທນາ ພລັງງານ ແລະບໍ່ແຮ່ ດ້ວຍການ ຊ່ອຍເຫລືອຂອງ ທະນາຄານໂລກ.
ສິດນີ
2010.02.10

ໃນມື້ວັນທີ 8 ກຸມພາ ທີ່ຜ່ານມາ ໄດ້ມີການ ລົງນາມກັນ ຣະຫວ່າງ ຕົວແທນຂອງ ຣັຖບານລາວ ຍານາງ ວຽງທອງ ສີພັນດອນ ຮອງຣັຖມົນຕຣີ ການເງິນຂອງລາວ ແລະຕົວແທນ ທະນາຄານໂລກ ປະຈຳ ສປປລາວ ຍານາງ Annetta Dixion ເພືຶ່ອອະນຸມັດ ເງິນໃຫ້ລ້າ ແກ່ ຣັຖບານລາວ ຈຳນວນ46 ລ້ານກວ່າໂດລາ.

ທັງສອງໄດ້ ລົງນາມກັນໃນ 4ໂຄງການ ໃນຂໍ້ຕົກລົງ ການຊ່ອຍເຫລືອ ທາງດ້ານເງິນ ຈາກທະນາຄານ ໂລກແກ່ ສປປລາວ ເພື່ອໃຊ້ໃນ ການປະຕິຮູບ ການສຶກສາ ສິ່ງແວດລ້ອມ ການພັທນາ ພລັງງານ ແລະ ທຸຣະກິດບໍ່ແຮ່ ໃຫ້ມີຄວາມ ກ້າວຫນ້າ ແລະ ໃຫ້ໄດ້ ມາຕຖານ ສາກົນ.

ສີ່ໂຄງການ ດັ່ງກ່າວ ກໍ່ແມ່ນວ່າ: ນຶ່ງ ໂຄງການ ຍົກຣະດັບ ຄຸນນະພາບ ການສຶກສາ ໃນລາວ ໃຫ້ໄດ້ມາຕຖານ ທີ່ຈະໃຊ້ເງີິນ ປະມານ15ລ້ານ 5ແສນໂດລາ. ໃນແຜນການ ຈະເພີ້ມຈຳນວນ ນັກຮຽນ ຂັ້ນປະຖົມ ໃຫ້ຫລາຍຂຶ້ນ ໃນນັ້ນຈະ ປະກອບດ້ວຍ19 ເຂດຊົນນະບົດ ທີ່ທຸກຈົນ ໃນລາວ ທີ່ຈະສາມາດ ໄດ້ເຂົ້າໂຮງຮຽນ ຮ່ວມດ້ວຍ ການພັທນາ ຄຸນນະພາບ ແລະ ຣະບົບການ ສຶກສາ ຂັ້ນປະຖົມ ໃນລາວ ນຳອີກ.

ໂຄງການທີສອງ ກໍ່ແມ່ນການ ຂຍາຍໄຟຟ້າ ໄປໃນເຂດ ຊົນນະບົດ ໃຫ້ທົ່ວເຖິງ ໂຄງການນີ້ ຈະໃຊ້ເງິນ ປະມານ20 ລ້ານໂດລາ ແລະຈະຊ່ອຍ ປະຊາຊົນ ໃນເຂດ ຊົນນະບົດ ໃຫ້ມີໄຟຟ້າ ໃຊ້ປະມານ 37,700 ຫລັງຄາເຮືອນ.

ໂຄງການທີສາມ ແລະ ທີສີ່ກໍ່ແມ່ນ ການຍົກຣະດັບ ຄຸນນະພາບ ຊັພຍາກອນ ມະນຸດຂອງລາວ ໃນທຸຣະກິດ ພລັງງານ ການສ້າງເຂື່ອນ ແລະ ການຂຸດຄົ້ນ ແຮ່ທາດໃນລາວ ທີ່ຈະໃຊ້ເງີນ ປະມານ8 ລ້ານໂດລາ ໃນການຝຶກ ອົບຣົມ ນັກວິຊາການລາວ ກ່ຽວກັບເລື້ອງນີ້ ແລະ ໂຄງການ ສຸດທ້າຍກໍ່ແມ່ນ ການຍົກຣະດັບ ສະພາບແວດລ້ອມ ແລະ ການພັທນາ ສັງຄົມໃນລາວ ທີ່ຈະໃຊ້ເງີິນ ປະມານ 3 ລ້ານໂດລາ ໃນໂຄງການ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.