ປະຕິຮູບ ປະຖົມ ສຶກສາ

ທາງກາຣລາວ ມີໂຄງກາຣ ປ່ຽນປື້ມອ່ານ ໃນຣະດັບ ປະຖົມເພື່ອ ໃຫ້ເຂົ້າກັບ ຫລັກສູຕກາຣ ສອນໃໝ່ຕາມ ໂຄງກາຣ ປະຕິຮູບ ກາຣສຶກສາ ຂອງລາວ
ຫວາດ ສີມູນ
2009.04.25

ທາງກາຣ ສປປລາວ ກຳລັງຈັດ ໂຄງກາຣ ປະຕິຮູບ ກາຣສຶກສາ ເພື່ອໃຫ້ສອດ ຄ່ອງກັບສະພາບ ປັຈຈຸບັນ ພ້ອມກັບຈະ ໃຫ້ມີກາຣ ປັບປຸງດ້ານ ຫລັກສູຕກາຣ ຮຽນໃນທຸກ ຣະດັບທົ່ວ ປະເທສ ດັ່ງທີ່ ອາຈາຣ ມີໄຊກອຣ ວັນນະຈີຕ ຫົວໜ້າແຜນກ ແຜນກາຣຂອງ ກົມແຜນກາຣ ແລະກາຣຮ່ວມ ມືສາກົລ ກະຊວງສືກ ສາທິກາຣ ໄດ້ໃຫ້ກາຣ ອະທິບາຍວ່າ:

“ມີກາຣປະ ຕິຮູບຫລັກ ສູຕໃໝ່ ແຕ່ກ່ອນມັນ ຈະເປັນກາຣ ສອນປື້ມ ປ.1 ຮອດ ປ.5 ມັນເປັນຫລັກ ສູຕເກົ່າແຕ່ ວ່າເພີ່ງໃດ້ ປັບປຸງເຮັດ ໃໝ່ຮຽບຮ້ອຍແລ້ວ ປ.1 - ປ.5 ແຕ່ວ່າເພີ່ນ ພີມປື້ມຫລັກ ສູຕໃໝ່ຍັງ ບໍ່ທັນໝົດ ຍັງແຕ່ ປ.5 ອັນນັ້ນແມ່ນ ປະຖົມ”

ເຈົ້າໜ້າທີ່ ລາວທ່ານນີ້ ໄດ້ແຈ້ງເພີ່ມວ່າ: ໃນປັຈຈຸບັນ ນີ້ມີກາຣ ເຣີ່ມຈັດຕັ້ງ ຄະນະ ກັມມະກາຣ ກຳກັບນຳກາຣ ປັບປຸງຫລັກ ສູຕໃໝ່ຊື່ງ ກໍຮວມທັງ ປື້ມອ່ານ ປື້ມຮຽນໃນ ຣະດັບ ມັທຍົມຕົ້ນ ຫລາຍຢ່າງ ໂດຽມີຈຸດ ປະສົງເຮັດ ໃຫ້ກາຣສຶກສາ ຂອງລາວມີ ຄຸນນະພາບ ທຽບເທົ້າກັບ ຣະບົບສາກົລ ເຖີງແມ່ນຈະ ມີບັນຫາ ແລະອຸປສັກ ຕ່າງໆນາໆ ປະກາຣນັ້ນ ກໍຕາມ ດັ່ງທີ່ອາຈາຣ ມີໄຊກອຣ ໄດ້ກ່າວເພີ່ມ ອີກວ່າ:

“ແຕ່ວ່າບັນ ຫາທີ່ມັນ ເປັນອຸປສັກໃນ ກາຣປະຕິຮູບ ໃນກາຣເຮັດວຽກ ບັນຫາທີ່ ຍັງຄ້າງຍ້ອນ ບໍ່ມີເງີນທຶນ ມາອັດສີດ ຫລືມາເຮັດ ຢ່າງເປັນ ຕົນເປັນໂຕ”

ເຖີງຢ່າງໃດ ກໍຕາມ ອາຈາຣ ມີໄຊກອຣ ໄດ້ກ່າວຢ້ຳວ່າ: ໂຄງກາຣ ປະຕິຮູບ ກາຣສຶກສາ ຂອງລາວດັ່ງ ກ່າວ ກໍມີກາຣ ມອບໝາຍໃຫ້ ໜ່ວຍງານອື່ນໆ ມີສ່ວນຮັບ ຜິດຊອບນຳເຊັ່ນ: ພາຄສ່ວນຂຍາຍ ໂອກາສສຶກສາ ກາຣແກ້ບັນຫາ ຂາດແຄນຄຣູສອນ ກາຣຍົກຣະດັບ ຄຸນນະພາບ ຜູ້ບໍຣິຫາຣ ກາຣສຶກສາ ຕລອດເຖີງ ໂຄງກາຣຂຍາຍ ຫລັກສູຕ ວິຊາຊີພ ແລະກາຣອົບຮົມ ຕ່າງໆໃນທຸກໆ ແຂວງເພື່ອ ເປັນກາຣຮອງຮັບ ກາຣປ່ຽນແປງ ຣະບົບກາຣ ສຶກສາໃນ ຄັ້ງສຳຄັນ ນີ້ນັ້ນເຊັ່ນກັນ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.