ລາວຈະຂຍາຍເສັ້ນທາງ ເຊື່ອມຕໍ່ຂົວມິຕພາບ ລາວໄທແຫ່ງທີ 3

ລາວຈະຂຍາຍ ຖນົນຫົນທາງ ເພື່ອຮອງຮັບ ການເຕີບໃຫຍ່ ຂອງເສຖກິດ ເຊື່ອມຕໍ່ ຂົວມິຕພາບ ລາວ-ໄທ ແຫ່ງທີ 3 ຄໍາມ່ວນ ນະຄອນພະນົມ.
ໂພໄຊສວັດ
2010.09.02

ກະຊວງ ໂຍທາທິການ ແລະຂົນສົ່ງ ກຳລັງ ວາງແຜນການ ຂຍາຍຖນົນ ຫົນທາງ ແລະກໍ່ສ້າງ ໂຄງຮ່າງພື້ນຖານ ຕາມແຄມເສັ້ນທາງ ທີ່ເຊື່ອມຕໍ່ ລະຫວ່າງ ແຂວງຄຳມ່ວນ ໄປຫາ ແຂວງກວງບິນ ໃນວຽດນາມ ຊຶ່ງຄາດວ່າ ຫລັງຈາກ ຂົວມິຕພາບ ລາວ-ໄທ ແຫ່ງທີ 3 ຄໍາມ່ວນ ນະຄອນພະນົມ ສ້າງສຳເຣັດ ຖນົນຫົນທາງ ດັ່ງກ່າວ ກໍຈະໃຫ້ແລ້ວ ໄປພ້ອມກັນ. ທ່ານ ສແວງ ເພັດຄຳຂານ ເຈົ້າໜ້າທີ່ຈາກ ຫ້ອງການ ໂຍທາທິການ ແລະຂົນສົ່ງ ແຂວງຄຳມ່ວນ ອະທິບາຍວ່າ:

"ພວກເຮົາ ກໍມີແຜນ ໃນການກະຕຽມ ໃນການຕ້ອນຮັບ ການຂົນສົ່ງ ເວົ້າໂດຍສະເພາະ ການຂົນ ສົ່ງເຊື່ອມຕໍ່ ລະຫວ່າງ ລາວ-ໄທ-ວຽດນາມ ອອກສູ່ ແຂວງກວງບິນ ແຂວງຮາຕິນ ໄປສູ່ທ່າກຳປັ່ນ ນ້ຳເລິກ ຂົນສົ່ງຕໍ່ໄປ ປະເທດ ທີ 3".

ຖນົນເລກທີ 12 ເປັນຖນົນ ສາຍສຳຄັນ ເຊື່ອມຕໍ່ ສອງປະເທດ ລາວແລະວຽດນາມ ຊຶ່ງຖນົນສາຍ ດັ່ງກ່າວ ເລີ້ມຈາກແຂວງ ຄຳມ່ວນ ຕໍ່ໄປຮອດ ກວງບິນ ໃນວຽດນາມ ແລະສາມາດ ເຊື່ອມຕໍ່ໄປຮອດ ທ່າເຮືອນ້ຳເລິກ ຢູ່ເມືອງ ດານັງໄດ້. ຫາກຂົວ ມິຕພາບ ລາວ-ໄທແຫ່ງ ທີ 3 ສ້າງສຳເຣັດ ກໍຈະຕັດຜ່ານ ຖນົນສາຍ R12 ແລະຈະກາຍເປັນ ຖນົນສາຍ ຍຸທສາດ ຂອງ 3 ປະເທດ ລາວ-ໄທ-ວຽດນາມ ທີ່ມີສັກກະຍາພາບ ທາງດ້ານການຄ້າ, ການລົງທຶນ ແລະການ ທ່ອງທ່ຽວ ສູງ.

ສາມປະເທດ ລາວ-ໄທ-ວຽດນາມ ໃຫ້ຄວາມສຳຄັນ ກັບການເຊື່ອມ ຕໍ່ທັງ 3ປະເທດ ເຂົ້າຫາກັນ ຕາມຄວາມຮ່ວມມື ໃນກອບ ປະເທດອາຊຽນ ເພາະວ່າການ ເປີດເສັ້ນທາງ ໄປມາຫາສູ່ ລະຫວ່າງກັນ ຈະສົ່ງຜົນດີ ຫລາຍຢ່າງມາ ສູ່ພູມີພາກນີ້ ໂດຍສະເພາະ ຈະສົ່ງເສີມ ການຄ້າ ການລົງທຶນ ການທ່ອງທ່ຽວ ແລະ ການຂົນສົ່ງສິນຄ້າ ແບບດຽວກັບ ຖນົນສາຍ R3a ໃນແຂວງ ບໍ່ແກ້ວ-ຊຽງຮາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.