ລາວຢືມເງິນເພີ້ມ ເພື່ອສ້ອມແປງທາງ

ທາງກາຣລາວ ໄດ້ຮັບທຶນ ກູ້ຢືມເພີ່ມ ໃນໂຄງກາຣ ສ້ອມແປງເສັ້ນທາງ ເຊື່ອມໄທຽ-ລາວ-ຈີນ.
ຫວາດ ສີມູນ
2010.03.16

ທາງກາຣກ່ຽວຂ້ອງ ຝ່າຍໄທຽ ອະນຸມັຕ ເພີ່ມເງິນທຶນກູ້ຢືມ ເພື່ອໃຫ້ທາງກາຣລາວ ສ້ອມແປງ ແລະ ປັບປຸງຖນົນ ສາຍຍຸທສາຕ ເຊື່ອມໄທຽ-ລາວ-ຈີນ ພາຍຫລັງທີ່ສ້າງ ແລ້ວແລະເປີດໃຊ້ ມາໄດ້ ບໍ່ເຖິງສອງປີ ກໍມີສະພາບ ຊຸດໂຊມ ຈົນເກີດມີກາຣ ວິພາກວິຈານ ກັນໂດຽທົ່ວໄປ ຍ້ອນກາຣທຸຈຣິຕ Corruption ຕ່າງໆ.

ໃນຂະນະດຽວກັນ ຍັງຈະມີກາຣ ນຳໃຊ້ສຳຫລັບ ໂຄງກາຣສ້າງທາງ ຈາກແຂວງນ່ານ ຂອງໄທຽ ເຂົ້າເມືອງຫົງສາ ແຂວງໄຊຍະບູຣີ ໄປເຖິງເມືອງ ຫລວງພຣະບາງ ໃນຣະຍະທາງ ທັງໝົດ 160 ກິໂລແມ໊ຕ ຮວມເປັນມູລຄ່າ ທັງໝົດ ບໍ່ຕໍ່າກວ່າ 2,500 ລ້ານບາທ ຫລືປະມານ 75 ລ້ານດອລລາຣ໌ ສະຫະຣັຖ.

ໜັງສືພີມຜູ້ຈັດກາຣ ຣາຍວັນໄທຽ ແຈ້ງໃນວັນທີ່ 15 ມີນານີ້ວ່າ: ສາເຫຕຫລັກທີ່ ທາງຫລວງ ສາຍສຳຄັນ ທີ່ເປັນສ່ວນໜຶ່ງ ຂອງກາຣເຊື່ອມໂຍງ ອາຊ໊ຽນ ໄປຍັງພາຄໃຕ້ ຂອງຈີນ ເກີດມີກາຣເປ່ເພ ຢ່າງວ່ອງໄວ ພາຍຫລັງທີ່ເປີດໃຊ້ ຢ່າງເປັນທາງກາຣ ບໍ່ຮອດພໍ 2 ປີນັ້ນ ກໍ ຍ້ອນກາຣສ້າງສາ ບໍ່ໄດ້ມາຕຖານ ຈຶ່ງຕ້ອງໄດ້ມີ ກາຣຫາ ເງິນທືນ ມາສ້ອມແປງໃໝ່ ດັ່ງກ່າວ ເພື່ອໃຫ້ເສັ້ນທາງ ຈາກເມືອງຫ້ວຍຊາຍ ໄປຍັງ ວຽງພູຄາ ໃຫ້ແລ້ວສຳເຣັຈ ໃນເວລາໄລ່ເລັ່ຽ ກັບໂຄງກາຣ ສ້າງຂົວຂ້າມ ແມ່ນ້ຳຂອງ ແຫ່ງທີ່ 4 ຣະຫວ່າງ ເມືອງຊຽງຂອງ-ເມືອງຫ້ວຍຊາຍ ທີ່ກຳໜົດສ້າງແລ້ວ ພາຍໃນປີ 2012 ທີ່ຈະມາເຖິງນີ້ ເຊັ່ນກັນ.

ພ້ອມດຽວກັນນີ້ ໃນຈຳນວນເງີນທຶນ ກູ້ຢືມດັ່ງກ່າວ ກໍວ່າມີກຳໜົດ ສຳຫລັບໃຊ້ ໃນໂຄງກາຣ ສ້າງທາງສາຍ ຫລວງພຣະບາງ-ຊຽງແມນ-ຈອມເພັຊ ໄປຍັງເມືອງ ຫົງສາ ແຂວງໄຊຍະບູຣີ ເຊັ່ນກັນທີ່ມີ ຄວາມຍາວທັງໝົດ 160 ກິໂລແມ໊ຕ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.