ການສໍາຣວດພື້ນທີ່ ໃນເມືອງວຽງຈັນ

ອົງການ ເພື່ອການຮ່ວມມື ຣະຫວ່າງປະເທດ ຂອງຍີ່ປຸ່ນ ຫລື JICA ສໍາເຣັດການ ສໍາຣວດ ພື້ນທີ່ນິຄົມ ອຸດສາຫະກັມ ໃນນະຄອນຫລວງ ວຽງຈັນ.

ອົງການ ເພື່ອການຮ່ວມມື ຣະຫວ່າງ ປະເທດຂອງຍີ່ປຸ່ນ ຫລື JICA ສໍາເຣັດການສໍາຣວດ ໃນໂຄງການກໍ່ສ້າງ ເຂດນິຄົມ ອຸດສາຫະກັມ ໃນນະຄອນຫລວງ ວຽງຈັນ ຫລັງຈາກຣັຖບານ ຍີ່ປຸ່ນ ໃຫ້ເງິນຊ່ວຍເຫລືອ ກະຊວງ ອຸດສາຫະກັມ ແລະການຄ້າ ສໍາຣວດ ຄວາມເປັນໄປໄດ້ ໃນການຈັດຕັ້ງ ໂຄງການດັ່ງກ່າວ ໂດຍໄດ້ດໍາເນີນ ການມາແຕ່ເດືອນ ມິນາ ປີ 2009. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ອົງການ JICA:

"ຕົວນີ້ ເພິ່ນໄດ້ຊ່ວຍເຫລືອ ເບື້ອງຕົ້ນເລື່ອງການ ສໍາຣວດ ເພາະວ່າເຂົາເຈົ້າ ສິເຮັດ concept ແມ່ນເຮັດເປັນ ນິຄົມອຸດສາຫະກັມ ມັນຈະເປັນແບບ ອະສັງຫາຣິມະຊັບ ສ້າງຂຶ້ນມາແລ້ວ ໃຫ້ເຂົາເຈົ້າເຊົ່າເນາະ ປະກອບການ ເລື່ອງການຜລິດ ອຸດສາຫະກັມ ເພື່ອການສົ່ງອອກ".

ທ່ານກ່າວເພີ່ມຕື່ມວ່າ ໂຄງການນີ້ ວາງແຜນຈະສ້າງ ນິຄົມ ອຸດສາຫະກັມ ໃນເຂດເມືອງ ໄຊທານີ ແລະເມືອງ ໄຊເສຖາ ໃນນະຄອນຫລວງ ໂດຍມີງົບປະມານ ທີ່ສູງ ພໍສົມຄວນ ແບ່ງເປັນງົບປະມານ ຊົດເຊີຍ ແລະໂຍກຍ້າຍ ປະຊາຊົນ 13 ລ້ານໂດລາ ສະຫະຣັຖ ແລະອີກ 60 ລ້ານໂດລາ ສໍາລັບການກໍ່ສ້າງ ຊຶ່ງຣັຖບານ ຍີ່ປຸ່ນ ຈະຕັດສິນໃຈວ່າ ຈະອະນຸມັດເງິນ ຈໍານວນນີ້ ເປັນເງິນກູ້ຢືມ ດອກເບັ້ຽຕໍ່າ ໃຫ້ຣັຖບານລາວ ໄດ້ຫລືບໍ່ ຊຶ່ງຍັງຄົງຢູ່ໃນ ຂັ້ນຕອນ ການເຈຣະຈາ. 

ພ້ອມດຽວກັນນີ້ ທ່ານຍັງໄດ້ກ່າວ ເຖິງການສຶກສາ ກ່ຽວກັບ ນັກລົງທຶນ ທີ່ຈະເຂົ້າມາໃນ ໂຄງການນັ້ນວ່າ:

"ການສຶກສາ ເລື່ອງການລົງທຶນນີ້ ເພິ່ນໄດ້ໄປສຶກສາ ຫລາຍບ່ອນເນາະ ນັກລົງທຶນຍີ່ປຸ່ນ ຢູ່ປະເທດໄທ ນັກລົງທຶນຍີ່ປຸ່ນ ຢູ່ປະເທດວຽດນາມ ເນາະ ແລ້ວກໍນັກລົງທຶນ ຍີ່ປຸ່ນ ຢູ່ປະເທດຍີ່ປຸ່ນ ຫັ້ນນະ ເຂົາເຈົ້າກໍມີ ຈໍານວນໜຶ່ງ ທີ່ເຂົາເຈົ້າ ຕອບຮັບມາວ່າ ເຂົາເຈົ້າສົນໃຈເນາະ".

 
ຕາມແຜນການ ຄາດວ່າ ໃນຂັ້ນຫລື FACE ຕໍ່ໄປ ການກໍ່ສ້າງໂຄງການ ທັງໝົດ ຈະສໍາເຣັດໃນປີ 2014 ແລະ ແຕ່ລະກິຈການ ຈະເລີ່ມດໍາເນີນ ການໄດ້ໃນປີ 2015. ນອກຈາກນະຄອນ ຫລວງວຽງຈັນແລ້ວ ອົງການ JICA ຍັງໄດ້ເຮັດການ ສໍາຣວດ ໂຄງການລັກສນະ ດຽວກັນນີ້ ໃນແຂວງ ສວັນນະເຂດ ແລະຈໍາປາສັກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org