ຜົລເສັຽໃນການລົງທືນ ຂອງຕ່າງປະເທດໃນລາວ
2010.07.05
ການອະນຸຍາດ ໃຫ້ກຸ່ມ ນັກລົງທຶນ ຕ່າງປະເທດ ສັມປະທານ ທີ່ດິນໃນລາວ ທີ່ຜ່ານມາ ມີຜົລເສັຽ ຫລາຍກວ່າຜົລໄດ້ ໂດຍໄດ້ສົ່ງ ຜົລກະທົບ ໂດຍກົງໃສ່ຊີວິດ ການເປັນຢູ່ ຂອງປະຊາຊົນ ແລະ ກໍ່ໃຫ້ເກີດ ຄວາມບໍ່ສງົບໃນ ສັງຄົມ ຮວມທັງຣາຄາ ເຊົ່າທີ່ດິນບໍ່ມີ ຄວາມສອດຄ່ອງ ກັບກົດໝາຍ ຊຶ່ງທາງອົງການ ຄຸ້ມຄອງທີ່ດິນ ຈໍາເປັນຕ້ອງໄດ້ປັບ ອັດຕຣາຣາຄາ ການສັມປະທານ ທີ່ດິນໃໝ່ເພື່ອ ໃຫ້ສອດຄ່ອງກັບ ກົດໝາຍ ເພື່ອບໍ່ໃຫ້ ປະຊາຊົນ ຖືກເອົາປຽບ. ຕາມຄໍາເວົ້າຂອງ ທ່ານຄໍາອ້ວນ ບຸບຜາ ຣັຖມົນຕຣີ ປະຈໍາສໍານັກງານ ນາຍົກຣັຖມົນຕຣີ ຫົວໜ້າອົງການ ຄຸ້ມຄອງທີ່ດິນ ແຫ່ງຊາດ:
"ມາເບິ່ງທາງ ຜົລກະທົບ ດ້ານຊັພຍາກອນ ແລະສິ່ງແວດລ້ອມນີ້ ທີ່ເກີດຈາກການເຊົ່າ ສັມປະທານດິນ ຢູ່ໃນຂົງເຂດທີ່ ກະທົບ ຫລາຍກວ່າໝູ່ ແມ່ນໃນຂົງເຂດ ກະສິກັມ ທີ່ໄປກວມເອົາ ປ່າດົງດິບ ປ່າສງວນ ປ່າປ້ອງກັນແຫລ່ງນໍ້າ ບ່ອນຢູ່ອາສັຍ ແລະ ບ່ອນທໍາມາຫາກິນ ຂອງປະຊາຊົນ ຕົວນີ້ແຫລະ ມັນກະທົບ".
ທ່ານຄໍາອ້ວນ ກ່າວຕໍ່ໄປວ່າ ມີຫາງສຽງຈາກ ປະຊາຊົນ ເລື່ອງການບຸກລຸກ ພື້ນທີ່ຈາກ ໂຄງການຕ່າງໆ ແລະ ບໍ່ມີໜ່ວຍງານໃດ ທີ່ຈະສາມາດ ຊ່ວຍເຫລືອ ຢ່າງຈິງຈັງໄດ້ ເຮັດໃຫ້ເປັນບັນຫາ ສັງຄົມລາວ ໃນລະຍະຍາວ ຊໍາເຮື້ອ. ຣາຍໄດ້ຈາກຄ່າເຊົ່າ ແລະຄ່າສັມປະທານ ທີ່ດິນ ຊຶ່ງສ່ວນຫລາຍ ຈະເປັນຄ່າເຊົ່າ ໃນຂົງເຂດ ບໍຣິການ ແລະບໍ່ແຮ່. ສ່ວນໃນຂົງເຂດ ກະສິກັມ ຈະບໍ່ໄດ້ຄ່າເຊົ່າ ເພາະຢູ່ໃນລະຍະ ຍົກເວັ້ນ ແລະຣາຄາເຊົ່າ ຈະຢູ່ຣະຫວ່າງ 1 ຫາ 3 ໂດລາຕໍ່ເອັກຕາຣ ເທົ່ານັ້ນ. ທ່ານ ຄໍາອ້ວນ ກ່າວຕໍ່ໄປວ່າ:
"ຄ່າເຊົ່າ ສັມປະທານ ເຫັນວ່າຕໍ່າຫລາຍ ມາປຽບ ໃສ່ຣັຖຸບັນຍັດ ປະທານປະເທດ 01 ນັ້ນ ອັນນີ້ຖືວ່າ ບໍ່ສອດຄ່ອງ ສະນັ້ນເມື່ອເປັນ ແນວນັ້ນ ພວກເຮົາ ຈະໄດ້ກວດກາຄືນ ເພື່ອໃຫ້ມັນສອດຄ່ອງ ກັບນະໂຍບາຍ ແລະກົດໝາຍ ເພື່ອວ່າເຮົາຈະ ໄດ້ຢູ່ໃນແຕ່ ລະທ້ອງຖີ່ນນັ້ນ ມີຄວາມສງົບ ແລະປະຊາຊົນ ກໍມີຄວາມສຸກ".
ທ່ານຄໍາອ້ວນ ກ່າວໃນຕອນທ້າຍວ່າ ເພື່ອແກ້ໄຂບັນຫາ ທີ່ເກີດຂຶ້ນ ຣັຖບານ ໄດ້ສັ່ງໃຫ້ຢຸດ ໃຫ້ສັມປະທານ ທີ່ດິນ ເພື່ອກວດກາຄືນ ແລະອົງການທີ່ດິນ ແຫ່ງຊາດໄດ້ຮ່ວມມື ກັບໜ່ວຍງານທີ່ ກ່ຽວຂ້ອງ ໃນການຕິດຕາມ ໂຄງການຕ່າງໆ ທີ່ໄດ້ຮັບການ ອະນຸມັດ ໄປແລ້ວວ່າໄດ້ເຮັດ ຖືກຕາມກົດໝາຍ ຂອງລາວຫລືບໍ່ ແລະບໍ່ໃຫ້ສົ່ງຜົລ ກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ.









