ສປປລ ໃຊ້ດິນເປັນຕົ້ນທຶນ

ອົງການຄຸ້ມຄອງ ທີ່ດິນແຫ່ງຊາດ ມີນະໂຍບາຍ ທີ່ຈະຜັນ ທີ່ດິນ ໃຫ້ເປັນທຶນ ໃນ 3 ຮູບແບບ.
ຈະເຣີນສຸກ
2010.10.11

ກົດຟັງສຽງ

ການຜັນທີ່ດິນ ໃຫ້ເປັນທຶນ ໃນ 3 ຮູບແບບ ມີດັ່ງນີ້: 1. ການຜັນເອົາດິນ ເປັນທຶນ ໂດຍບໍ່ມີການຂຸດຄົ້ນ ຄື ການອາໃສ ແຫລ່ງປ່າໄມ້ ເປັນແຫລ່ງທ່ອງທ່ຽວ ທັມມະຊາດ, 2. ການຜັນເອົາດິນເປັນທຶນ ໂດຍມີການຂຸດຄົ້ນ ເປັນຕົ້ນແມ່ນ ການຂຸດຄົ້ນ ບໍ່ແຮ່ ແລະ 3 ການຜັນເອົາດິນເປັນທຶນ ໂດຍມີການພັທນາ. ເຈົ້າໜ້າທີ່ ກ່ຽວຂ້ອງ ຈາກອົງການ ຄຸ້ມຄອງ ທີ່ດິນແຫ່ງຊາດ ນະຄອນຫລວງ ວຽງຈັນ ກ່າວວ່າ:

“ອັນນີ້ ພວກເຮົາ ຍັງຣະດົມ ແນວຄວາມຄິດ ກ່ຽວກັບການຜັນທີ່ດິນ ເປັນທຶນ ຕາມນະໂຍບາຍ ຂອງຣັຖນີ້ ເປັນການຜົນທີ່ດິນ ເປັນທຶນນີ້ ຈະໃຊ້ຢູ່ 3 ຮູບແບບ ອັນນີ້ ກໍຍັງເປັນແນວຄວາມຄິດຢູ່ ພວກເຮົາ ໄດ້ຫາງສຽງສນັບສນູນ  ຢູ່ວ່າ ມັນກໍມີຜົນດີ ເພາະວ່າ ອີງໃສ່ທ່າແຮງ ຂອງແຕ່ລະທ້ອງຖິ່ນ ວ່າ ເຮົາຈະມີ ທ່າແຮງດ້ານໃດ.”

ຈຸດປະສົງ ຂອງການຜັນທີ່ດິນ ເປັນທຶນນີ້ ເພື່ອເປັນການສ້າງ ຣາຍຮັບເຂົ້າງົບປະມານ ຂອງຣັຖ ແລະ ກະຈາຍຣາຍໄດ້ ໃຫ້ກັບປະຊາຊົນ ໃນແຕ່ລະທ້ອງຖິ່ນ ແລະ ເພື່ອໃຫ້ທີ່ດິນ ໃນສປປລາວ ບໍ່ຖືກທໍາລາຍ ໄປ ໃນທາງບໍ່ດີ ຮວມໄປເຖິງ ການຮັກສາສິ່ງແວດລ້ອມ ແບບຢືນຢົງ.

ສ່ວນໃນເຣື້ອງ ຂອງການກະກຽມ ການປະຕິບັດຕົວຈິງ ຂອງການຜັນເອົາທີ່ດິນ ເປັນທຶນນີ້ ຈະຕ້ອງຖ້າ ໃຫ້ຣັຖບານຮັບຮອງ ເສັຍກ່ອນ ຈຶ່ງຈະມີການ ປະສານງານ ກັບໜ່ວຍງານ ທຸກພາກສ່ວນ ທີ່ກ່ຽວຂ້ອງ ໃນເຣື້ອງ ຂອງການ ກໍານົດກົດເກນ ຣະບຽບການຕ່າງໆ ດັ່ງເຈົ້າໜ້າທີ່ ຜູ່ດຽວກັນນີ້ ກ່າວຕື່ມວ່າ:

“ການກະກຽມນີ້ ພວກເຮົາ ຈະມີບາດກ້າວ ຂັ້ນຕອນ ຄືແນວໃດ ພວກເຮົາ ຍັງສິໄດ້ປະສານກັນ ຕໍຢູ່ ປະຕິເສດ ຕົວຈິງ ມັນຈະຕ້ອງມີ ຣະບຽບການ ຫລາຍຣະບຽບການ ອອກມາ ເພື່ອຮອງຮັບຕົວນີ້ ເພາະຕົວນີ້ ມັນຍັງເປັນທາງດ້ານ ນະໂຍບາຍຢູ່ ຖ້ານະໂຍບາຍ ຖືກຮັບຮອງແລ້ວ ເຮົາຈຶ່ງມາເວົ້າ ເຖິງຂັ້ນຕອນ ປະຕິບັດ ຕົວນີ້ຂຶ້ນ ຢູ່ກັບວ່າ ຣັຖບານ ເພິ່ນຈະຮັບຮອງ ຊ້າ ຫລື ໄວ.”

ນະໂຍບາຍ ການຫັນທີ່ດິນ ໃຫ້ເປັນທຶນ ໃນ 3 ຮູບແບບນີ້, ສ່ວນຫລາຍແລ້ວ ຈະອີງຕາມ ທ່າແຮງ ຂອງແຕ່ລະທ້ອງຖິ່ນ ວ່າ ຈະມີທ່າແຮງ ດ້ານໃດແດ່ ເພື່ອໃຫ້ເປັນໄປ ຕາມເງື່ອນໄຂ ທີ່ເໝາະສົມ ຂອງ ແຕ່ລະທ້ອງຖິ່ນ, ຊຶ່ງນະໂຍບາຍ ດັ່ງກ່າວນີ້ ຈໍາເປັນຕ້ອງໄດ້ ປຶກສາກັນອີກ ໃນເຣື້ອງ ຂອງການປະຕິບັດ ຕົວຈິງ ແລະ ການກໍານົດ ຣະບຽບຕ່າງໆ ຂຶ້ນມາ ພາຍຫລັງ ທີ່ທາງຣັຖບານ ໄດ້ຮັບຮອງແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.