ປະຊາຊົນເລີ້ມຮັບ ກະແສໄຟຈາກເຂື່ອນ
2010.10.06
ກົດຟັງສຽງ
ເຂື່ອນໄຟຟ້າ ນ້ຳເທີນ 2 ເລີ້ມແຈກຈ່າຍ ກະແສໄຟ ຕາມສັນຍາໃຫ້ ແກ່ປະຊາຊົນ ໃນແຂວງຄຳມ່ວນ ຕາມແຜນການ ຂຍາຍໄຟຟ້າ ເຂົ້າສູ່ບ້ານເຮືອນ ປະຊາຊົນ ໃຫ້ ສຳເຣັດໃນ ປີ 2010 ຊື່ງຫ້ອງການ ໄຟຟ້າ ໄດ້ຂຍາຍ ສະຖານີ ສາຍສົ່ງໄຟ ເພື່ອໄປເຊື່ອມຕໍ່ ກັບສະຖານີ ຈ່າຍໄຟ ທີ່ເມືອງ ທ່າແຂກແລ້ວ. ດັ່ງເຈົ້າຫນ້າທີ່ ຈາກ ຣັຖວິສາຫະກິດ ໄຟຟ້າລາວ ທ່ານນື່ງເວົ້າວ່າ:
"ລາວຈະຮັບໄຟ ແລ້ວ ຮັບແລ້ວຮັບແລ້ວ ສົ່ງເຂົ້າມາໃນ ທ່າແຂກ ແມ່ນລະຫມໍ້ຕໍ່ຢູ່ ໃນແຂວງຄຳມ່ວນ ຫັ້ນແຫລະ ທີ່ໄດ້ໃຊ້ໄຟ ກໍ່ມີສ່ວນນື່ງ ສົ່ງຂາຍ ໄທກໍ່ຮັບໄຟ ແລ້ວ ລາວ ກໍ່ຮັບໄຟແລ້ວ ແຕ່ວ່າ cod ຮຽບຮ້ອຍຫມົດແລ້ວໃດ໋ ສົ່ງໃຫ້ egat ທັງສົ່ງໃຫ້ ໄຟຟ້າລາວ ປັດຈຸບັນ ການໄຟຟ້າລາວ ໄດ້ເລັ່ງມື ແຈກຈ່າຍໄຟຟ້າ ສູ່ບ້ານເຮືຶອນ ປະຊາຊົນ".
ທ່ານກ່າວ ຕໍ່ໄປວ່າ ເຂື່ອນໄຟຟ້າ ນ້ຳເທີນ 2 ຂາຍໄຟຟ້າ ໃຫ້ແກ່ປະເທດໄທ ແລະ ສົ່ງໃຫ້ຫ້ອງການ ໄຟຟ້າລາວ ທີ່ແຂວງຄຳມ່ວນ ແຕ່ກາງປີ 2010 ແລ້ວ ຊື່ງໃນ ປັດຈຸບັນ ຫ້ອງການໄຟຟ້າ ທີ່ແຂວງຄຳມ່ວນ ກໍ່ເລີ້ມແຈກຈ່າຍ ໄຟຟ້າ ໄປໃສ່ບ້ານເຮືອນ ປະຊາຊົນ ແດ່ແລ້ວ.
ຣັຖວິສາຫະກິດ ໄຟຟ້າລາວ ທີ່ແຂວງຄຳມ່ວນ ໃຫ້ຂໍ້ມູນ ເພີ້ມເຕີມວ່າ ໃນແຂວງຄຳມ່ວນ ມີປະຊາຊົນ ທັງຫມົດ 804 ບ້ານ ແຕ່ຫ້ອງການ ກ່ຽວຂ້ອງທີ່ ແຂວງຄຳມ່ວນ ສາມາດ ຕິດຕັ້ງໄຟຟ້າ ໄດ້ພຽງແຕ່ 80% ຂອງບ້ານທັງຫມົດ ເພາະອີກ 20% ຫລືປະມານ 100 ບ້ານນັ້ນເປັນ ເຂດສອກຫລີກ ຫ່າງໄກ ບໍ່ສາມາດ ເຂົ້າໄປ ຕິດຕັ້ງໄດ້.
ເຖິງຢ່າງໃດ ກໍ່ຕາມ ທາງການຈະໃຊ້ ຄວາມພຍາຍາມ ຕິດຕັ້ງ ໃຫ້ໄດ້ຫລາຍຫມູ່ບ້ານ ເທົ່າທີ່ຈະຫລາຍໄດ້ ແລະ ຈະຂຍາຍຕາຫນ່າງ ການຕິດຕັ້ງ ອອກໄປໃຫ້ໄດ້ ໃນຫລາຍຫົວເມືອງ ໃນອະນາຄົດ.









