ບັນຫາທີ່ດິນທັບຊ້ອນ ໃນແຂວງບໍ່ແກ້ວ

ອົງກາຣທີ່ດິນແຫ່ງຊາຕ ແຂວງບໍ່ແກ້ວ ເຣັ່ງກວດຕາດິນຄືນ ແລະແກ້ໄຂບັນຫາ ທີ່ດິນຂອງປະຊາຊົນ ທີ່ມີບາງແຫ່ງຢູ່ ໃນໂຄງກາຣພັທນາ ກາຣທ່ອງທ່ຽວ ແບບຄົບວົງຈອນ.

0:00 / 0:00

ທາງອົງກາຣທີ່ດິນແຫ່ງຊາຕ ແຂວງບໍ່ແກ້ວ ກຳລັງເຣັ່ງ ກວດຕຣາດິນຄືນໃໝ່ ແລະແກ້ໄຂບັນຫາ ຂອງໂຄງກາຣກໍ່ສ້າງ ທີ່ທັບຊ້ອນກັບທີ່ດິນ ຂອງປະຊາຊົນ ຕາມບໍຣິເວນຂອງ ໂຄງກາຣພັທນາ ກາຣທ່ອງທ່ຽວ ແບບຄົບວົງຈອນ ທີ່ທາງບໍຣິສັທດອກງິ້ວຄຳ ໄດ້ຮັບສັມປະທານນັ້ນ.

ບັນຫາກາຣຂັດແຍ່ງ ດັ່ງກ່າວ ທາງນັກລົງທຶນຈາກ ປະເທສຈີນ ກໍມີກາຣໄກ່ເກັ່ຽ ດ້ານຄ່າຊົດເຊີຽ ກັບປະຊາຊົນ ໂດຽມີກາຣເຊັນສັນຍາກັນ ຣະຫວ່າງປະຊາຊົນ ແລະ ບໍຣິສັທດອກງິ້ວຄຳ ດັ່ງເຈົ້າໜ້າທີ່ຈາກ ອົງກາຣທີ່ດິນແຫ່ງຊາຕ ປະຈຳແຂວງ ບໍ່ແກ້ວກ່າວວ່າ:

“ບໍຣິສັທທ່ອງທ່ຽວ ຄົບວົງຈອນ ມັນຈະກວມເຂຕ ຂອງປະຊາຊົນ ແຕ່ວ່າເພິ່ນກໍໄກ່ເກັ່ຽກັນ ເຮົາກໍຕ້ອງໄປ ກວດກາຄືນເບິ່ງວ່າ ຖ້າຫາກວ່າມັນ (ເປັນ) ດິນຂອງປະຊາຊົນ ແທ້ທາງເຈົ້າຂອງລົງທຶນ ກໍຈະໄດ້ທົດແທນ ຄ່າເສັຽຫາຍ ຕາມຣະບຽບກາຣ ຂອງກົດໝາຍ ທີ່ດິນເພິ່ນໄດ້ ກຳໜົດໄວ້ຫັ້ນ”.

ເຈົ້າໜ້າທີ່ລາວຍັງໄດ້ ໃຫ້ກາຣອະທິບາຍ ເພີ່ມວ່າ ຮອດປັຈຈຸບັນນີ້ ທາງໂຄງກາຣທ່ອງທ່ຽວ ຄົບວົງຈອນ ກໍໄດ້ລົງມືສ້າງໄປແລ້ວ ປະມານ 70% ໂດຽໄດ້ເລືອກ ສ້າງຕາມເຂຕ ທີ່ບໍ່ມີບັນຫານັ້ນໄປກ່ອນ:

“ເຂົາກໍ່ສ້າງໄປແລ້ວ ມັນເກືອບໄດ້ 70% ແລ້ວ ທີ່ດິນເຮົາກໍຕ້ອງ ໄດ້ໄກ່ເກັ່ຽ ກັບປະຊາຊົນ ບາງຄັ້ງ ມັນເປັນເນື້ອທີ່ສວນ ຫລືວ່າເປັນໄຮ່ເກົ່າເຂົາ ຕ້ອງໄກ່ເກັ່ຽຕາມ ຫລັກກາຣຂອງ ສປປລາວ ຕ້ອງເວນຄືນໃຫ້ເຂົາ”.

ພ້ອມດຽວກັນນີ້ ທ່ານກໍຢ້ຳວ່າ: ໂຄງກາຣທ່ອງທ່ຽວ ແບບຄົບວົງຈອນດັ່ງກ່າວ ກວມເນື້ອທີ່ທັງໝົດ ກວ່າ 800 ເຮັກຕ໊າຣ໌ ໃນບໍຣິເວນດອນຊາວ ເຂຕເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະກໍເປັນໂຄງກາຣ ໃນຣະຍະຍາວ ເພື່ອອຳນວຍຄວາມ ສະດວກແລະດຶງດູດ ໃຫ້ມີນັກທ່ອງທ່ຽວ ຊາວຕ່າງປະເທສ ເຂົ້າມາທ່ຽວຊົມ ໃນເຂຕແຂວງພາຄ ເໜືອຂອງລາວ ໃຫ້ຫລາຍກວ່າເກົ່າ ໃນອະນາຄົຕ.