ຣັຖບານລາວຈະຂຍາຍ ໄຟຟ້າໄປຫາຊົນນະບົດ

ຣັຖບານລາວ ຈະຂຍາຍໄຟຟ້າ ໃຫ້ປະຊາຊົນ ຢູ່ຊົນນະບົດ 70 ສ່ວນຮ້ອຍ ມີໄຟຟ້າໃຊ້ ພາຍໃນປີ 2010 ນີ້D ຕາມຣາຍງານ ຂອງ ທະນາຄານໂລກ.
ມະນີຈັນ
2010.03.26

ການເຮັດໃຫ້ ເຂດຊົນນະບົດ ມີໄຟຟ້າໃຊ້ ເປັນຄວາມສໍາເຣັດ ໃນຂັ້ນນຶ່ງຂອງລາວ ໂດຍເພີ່ມຈາກ 16 ສ່ວນຮ້ອຍ ຂອງຄົວເຮືອທັງໝົດ ໃນປີ 1995 ທີ່ມີໄຟຟ້າໃຊ້ ມາເປັນ 38 ສ່ວນຮ້ອຍ ໃນທ້າຍປີ 2003.  ຄວາມສາມາດ ໃນການວາງແຜນ ແລະການປະຕິບັດ ໃນພາກຕົວຈິງ ຂອງບໍຣິສັດ ຣັຖວິສາຫະກິດ ໄຟຟ້າລາວ EDL ໄດ້ຮັບການປັບປຸງ ໃຫ້ດີຂຶ້ນ ຢ່າງເຫັນໄດ້ຈະແຈ້ງ ໂດຍຜ່ານການ ປະຕິບັດ 5 ໂຄງການ ທີ່ໄດ້ຮັບການ ສນັບສນູນ ດ້ານການເງິນຈາກ ການຊ່ວຍເຫລືອຂອງ ຕ່າງປະເທດໂດຍກົງ ແລະ ທະນາຄານ ພັທນາເອເຊັຽ.

ຢ່າງໃດກໍຕາມ ໃນຂະນະທີ່ ການຂຍາຍໄຟຟ້າ ໄປເຖິງເຂດ ຊົນນະບົດ ນັບມື້ນັບຫລາຍ ຂຶ້ນນັ້ນ ການເຫນັ່ງສາຍສົ່ງ ແບບເປັນຣະບົບ ມີຄວາມຫູ້ງຍາກຫລາຍ. ດັ່ງນັ້ນ ຣັຖບານລາວ ຈຶ່ງມີວິທີໃໝ່ ໂດຍໃຊ້ ເຕັກໂນໂລຊີ renewable ຊຶ່ງເປົ້າໝາຍຂອງ ຣັຖບານກໍຄື ໃຫ້ 90 ສ່ວນຮ້ອຍ ຂອງຄົວເຮືອນ ທັງໝົດ ມີໄຟຟ້າໃຊ້ ໃນປີ 2020 ຈາກທີ່ມີ 60 ສ່ວນຮ້ອຍໃນປີ 2005 ແລະ 70 ສ່ວນຮ້ອຍໃນປີ 2010 ນີ້.

ການໃຫ້ ປະຊາຊົນ ໃນເຂດຊົນບົດ ມີໄຟຟ້າໃຊ້ ຢ່າງທົ່ວເຖິງ ຍັງຖືເປັນສິ່ງທີ່ ຈໍາເປັນຢູ່ຕໍ່ໄປ. ຣາຍຈ່າຍຄ່າ ນໍ້າມັນກາຊວນ ນໍ້າມັນແອັດຊັງ ແລະທຽນໄຂ ໂດຍສະເລັ່ຽ ສໍາລັບຄົວເຮືອນ ທີ່ບໍ່ມີໄຟຟ້າ ໃຊ້ນັ້ນ ສູງກວ່າຄົວເຮືອ ທີ່ມີໄຟຟ້າໃຊ້ ເຖິງ 10 ເທົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.