ຜົ້ງສາລີ ໂຈະ ສັມປະທານ ທີ່ດິນ

ແຂວງຜົ້ງສາລີ ຍັງບໍ່ສາມາດ ໃຫ້ສັມປະທານ ທີ່ດິນ ນັກລົງທຶນ ຕ່າງປະເທດ ໄດ້ເທື່ອ ເນື່ອງຈາກວ່າ ຣະບຽບ ວ່າດ້ວຍ ການສັມປະທານ ທີ່ດິນ ຍັງບໍ່ທັນສົມບູນ.

ປັດຈຸບັນ ການໃຫ້ສັມປະທານ ທີ່ດິນ ແກ່ນັກລົງທຶນຕ່າງຊາຕ ໃນແຂວງຜົ້ງສາລີ ນັ້ນ ຍັງບໍ່ມີຂຶ້ນ ຢ່າງເປັນຫລັກການເທື່ອ, ຊຶ່ງການໃຫ້ສັມປະທານ ດັ່ງກ່າວ ຈໍາເປັນຕ້ອງໃຊ້ຣະບຽບ ວ່າດ້ວຍ ການສັມປະທານ ທີ່ດິນ ເຂົ້າມາປະກອບ, ຮວມໄປເຖິງ ຄວາມຄິດເຫັນ ຂອງປະຊາຊົນ ຜູ້ທີ່ເປັນເຈົ້າຂອງ ທີ່ດິນ. ເຈົ້າໜ້າທີ່ ຫ້ອງການສະພາບແວດລ້ອມ ແຂວງຜົ້ງສາລີ ກ່າວວ່າ:

“ບໍ່ນັບແຕ່ 1 ເຮັກຕາຣ ບໍ່ມີໃຫ້ຜູ້ໃດເທື່ອ ເພາະວ່າ ດຽວນີ້ ຣະບຽບ ວ່າດ້ວຍ ການເຊົ່າສັມປະທານ ທີ່ດິນ ຍັງບໍ່ທັນ ພ້ອມເທື່ອ ແລະ ແຂວງອື່ນ ເພິ່ນໄດ້ຈັດຕັ້ງ ປະຕິບັດ ແລະ ມີຫລາຍອັນ ບໍ່ຖືກຕ້ອງ ຕ້ອງໄດ້ທົບທວນກວດກາຄືນ.”

ການເຂົ້າໄປ ຂອງກຸ່ມ ນັກລົງທຶນ ຈາກຈີນ ຫລາຍຄົນ ທີ່ຕ້ອງການ ຂໍສັມປະທານ ທີ່ດິນນັ້ນ, ທາງແຂວງ ຍັງບໍ່ມີການອະນຸມັດ ແຕ່ຢ່າງໃດ ເພາະວ່າ ປັດຈຸບັນ ຣະບຽບ ວ່າດ້ວຍ ການສັມປະທານ ທີ່ດິນ ໃນສປປລາວ ຍັງຢູ່ໃນຂັ້ນຕອນ ຂອງການປັບປຸງ. ດັ່ງນັ້ນ ກຸ່ມ ນັກລົງທຶນ ຕ້ອງໄດ້ລໍຖ້າ ເສັຍກ່ອນ. ເມື່ອໃດ ທີ່ກົດຣະບຽບ ຖືກປັບປຸງ ສໍາເຣັດແລ້ວ ແລະ ມີການປະກາດໃຊ້ນັ້ນ, ທາງແຂວງ ຈະມີການພິຈາຣະນາ ກ່ຽວກັບການໃຫ້ ສັມປະທານ ທີ່ດິນ ອີກຄັ້ງນຶ່ງ.

ສໍາລັບ ການໃຫ້ພື້ນທີ່ ສັມປະທານ ແກ່ກຸ່ມນັກລົງທຶນ ຕ່າງຊາດ, ທາງແຂວງຜົ້ງສາລີ ບໍ່ມີນະໂຍບາຍ ທີ່ຈະໃຫ້ພື້ນທີ່ ຈໍານວນຫລາຍ, ຊຶ່ງເຈົ້າໜ້າທີ່ ທ່ານ ດຽວກັນນີ້ ກ່າວວ່າ: 

“ຄັນຖ້າຈະໃຫ້ນີ້ ກໍຢ່າງຫລາຍທີ່ສຸດ ແຂວງນີ້ ຕົກລົງໃຫ້ເຊົ່າ ສັມປະທານ 100 ເຮັກຕາຣ ເທົ່ານັ້ນ ຖືວ່າ ໝູ່ເຮັດນັ້ນ ຄັນຖ້າຜິດພາດ ກໍມີບ່ອນຖອດຖອນ ບົດຮຽນ ແລະ ກໍຜູ້ເຮັດຕາມຫລັງ ກໍຄິດວ່າ ຈະດີ.”

ເຈົ້າໜ້າທີ່ ສະພາບແວດລ້ອມ ກ່າວໃນຕອນທ້າຍ ວ່າ ເຖິງແມ່ນວ່າ ແຂວງຜົ້ງສາລີ ຍັງບໍ່ເຄີຍ ໃຫ້ສັມປະທານ ແກ່ກຸ່ມ ນັກລົງທຶນ ຕ່າງຊາຕ ມາກ່ອນ, ຖ້າຫາກວ່າ ຣະບຽບ ວ່າດ້ວຍ ເຣື້ອງສັມປະທານ ທີ່ດິນ ໄດ້ຮັບການປັບປຸງ ເປັນທີ່ຮຽບຮ້ອຍແລ້ວ ແລະ ມີການນໍາອອກມາ ໃຊ້ແລ້ວນັ້ນ, ທາງແຂວງ ຈະຣະມັດຣະວັງ ກ່ຽວກັບ ຂໍ້ຕົກລົງຕ່າງໆ ຂອງກຸ່ມນັກລົງທຶນ ແລະ ຈະປະຕິບັດ ແບບ 2 ບວກ 3, ຄື: ທີ່ດິນ ແລະ ແຮງງານ ເປັນຂອງປະຊາຊົນ, ສ່ວນທຶນ ແລະ ດ້ານເທັກນິກ ຕ່າງໆ ຈະເປັນໜ້າທີ່ ຂອງນັກລົງທຶນ.
 

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org