48 ຊົ່ວໂມງ ກ່ອນ ຂື້ນສານ
ທາງການລາວ ວ່າ ຈະເຕືອນກ່ອນ 48 ຊົ່ວໂມງ ກ່ອນທີ່ຈະນຳ ນາງ Samantha Orobator ຄົນອັງກິດ ຂື້ນສານ ດຳເນີນຄະດີ
-
ຈຳປາທອງ
2009-05-13 -
-
-
Your browser doesn’t support HTML5 audio
ຕາມຄຳເວົ້າຂອງ ໂຄສົກສຳນັກ ງານນາຍົກ ດ້ານການ ຕ່າງປະເທດ ອັງກິດ ໃນວັນ ອັງຄານ ນີ້. ນາງ Samantha Orobator ອາຍຸ 20 ປີ ມີລູກຄາທ້ອງ ໄດ້ຖືກ ຈັບຢູ່ ສະໜາມບິນ ໃນເດືອນ ສິງຫາ ປີ 2008 ໃນຂໍ້ຫາ ພະຍາຍາມ ລັກລອບ ເອົາຢາເສບຕິດ ປະເພດ ເຮໂຣອິນ ຈຳນວນ 680 ກຣາມ ອອກຈາກ ປະເທດລາວ ໄປປະເທດໄທ.
ຕາມປົກກະຕິ ແລ້ວຢູ່ ສປປລາວ ຖ້າຜູ້ໃດຖືກ ພົບວ່າມີ ເຮໂຣອິນ ໄວ້ໃນຄອບຄອງ ຫລາຍກວ່າ 500 ກຣາມ ຈະໄດ້ຮັບໂທດ ປະຫານຊີວິດ.
ທ່ານ Bill Rammell ຣັຖມົນຕຣີ ປະຈຳ ສຳນັກງານນາຍົກ ຮັບຜິດຊອບດ້ານ ການຕ່າງປະເທດ ອັງກິດ ກ່າວວ່າ ໃນລະຫວ່າງການ ພົບປະຂອງ ທ່ານ ກັບ ທ່ານ ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີ ສປປລາວ ຢູ່ກຸງລອນດອນ ໃນອາທິດຜ່ານມາ ທ່ານ ທອງລຸນ ໄດ້ໃຫ້ການ ຮັບຮອງວ່າ ນາງ Samantha Orobator ຜູ້ຖືພາມານ ຈະບໍ່ໄດ້ຮັບ ການຕັດສິນ ລົງໂທດ ປະຫານຊີວິດ.
ແຕ່ກໍຍັງບໍ່ ເປັນທີ່ແນ່ນອນ ວ່າຈະມີການ ນຳຕົວນາງ ຂື້ນສານດຳເນີນ ຄະດີ ນັ້ນເມື່ອໃດ ກັນແທ້. ໃນເມື່ອບໍ່ມີ ສະຖານທູດ ຂອງຕົນຢູ່ ສປປລາວ ອັງກິດ ສົ່ງນັກການ ທູດ ໄປລາວຕື່ມ ເພື່ອຊ່ວຍເຫລືອ ໃນຄະດີນີ້ ແລະຮອງກົງສຸນ ອັງກິດ ທີ່ບາງກອກ ປະເທດໄທ ແລະເພື່ອນຮ່ວມງານ ຂອງທ່ານອີກ 2 ຄົນ ກໍໄປຮ່ວມກັນ ຢູ່ລາວ.
ໃນກໍລະນີວ່າ ນາງ Samantha Orobator ມີຄວາມຜິດ ນາງກໍຈະໄດ້ ໄປຮັບໂທດຢູ່ ອັງກິດ ພາຍຫລັງທີ່ 2 ປະເທດໄດ້ມີ ການລົງນາມໃນ ສັນຍາ ສົ່ງນັກໂທດ ໃ ຫ້ກັນແລະກັນ ເມື່ອອາທິດ ຜ່ານມາ.