ສັມມະນາ ສາມຊາຕ ຕ້ານຢາເສພຕິດ

ລາວ, ໄທ ແລະວຽດນາມ ຈັດສັມມະນາ ເພື່ອຈັດຕັ້ງແຜນ ປະຕິບັດຕ້ານ ຢາເສພຕິດ ຮ່ວມກັນ ທີ່ປະເທດໄທ.

0:00 / 0:00

ສຳນັກງານປ້ອງກັນ ແລະປາບປາມ ຢາເສພຕິດ ແຫ່ງປະເທດໄທ ໄດ້ເຊື້ອເຊີນເອົາ ເຈົ້າໜ້າທີ່ດ້ານ ການຕ້ານຢາເສພຕິດ ຂອງລາວແລະວຽດນາມ ເຂົ້າຮ່ວມສັມມະນາ ເພື່ອຊອກຫາ ມາຕການກວດກາ ແລະປາບປາມ ຢາເສພຕິດ ໃນເຂດແລວເສຖກິດ ຕາເວັນອອກ ຕາເວັນຕົກ ຊຶ່ງຈັດຂື້ນຢູ່ ແຂວງມຸກດາຫານ ຂອງໄທ ແຕ່ວັນທີ28ກັນຍາ ເຖິງວັນທີ2ຕຸລາ 2009. ເທົ່າທີ່ຜ່ານມາ ໃນຂົງເຂດດັ່ງກ່າວ ຢາເສພຕິດ ມີການຣະບາດ ຢ່າງຮ້າຍແຮງຂື້ນ ນຳເລື້ອຍໆ ຕາມການເປີດເຜີຍ ຂອງເຈົ້າໜ້າທີ່ ຫ້ອງການປົກຄອງ ແຂວງມຸກດາຫານ. ທ່ານກ່າວກ່ຽວກັບ ເລື່ອງນີ້ວ່າ:

"ທ່ານວ່າ ທາງສຳນັກງານ ປ້ອງກັນ ແລະປາບປາມ ຢາເສພຕິດ ຈັດສັມມະນາ ກ່ຽວກັບການຮ່ວມມື ດ້ານການປ້ອງກັນ ຢາເສພຕິດ 3ປະເທດ ໄທ-ລາວ-ວຽດນາມ ແຕ່ວັນທີ28ກັນຍາ ເຖິງງວັນທີ2ຕຸລາ."

ທ່ານເວົ້າຕື່ມອີກວ່າ ໃນການສັມມະນາ ມີຜູ້ແທນຈາກ ໜ່ວຍປາບປາມ ຢາເສພຕິດຂອງ 3ປະເທດ ຈຳນວນ30 ຄົນເຂົ້າຮ່ວມ. ໃນນັ້ນມີການ ປຶກສາຫາລືກັນ ກ່ຽວກັບການ ຂະຫຍາຍການຮ່ວມມື ແລະການພົວພັນ ໃນຣະດັບ ເຈົ້າໜ້າທີ່ ທີ່ຮັບຜິດຊອບ ບໍຣິເວນຊາຍແດນ ດ້ານດ່ານລາວບາວ ຂອງວຽດນາມ, ດ່ານແດນສວັນ ດ່ານສວັນນະເຂດ ຂອງລາວ ແລະດ່ານຊາຍແດນ ມຸກດາຫານຂອງໄທ ໃນການສະກັດກັ້ນ ການລັກລອບຂົນ ຢາເສພຕິດຂ້າມຊາດ.

ບັນຫາຢາເສພຕິດ ເປັນບັນຫາ ຣະຫວ່າງຊາດ ປະເທດໃດປະເທດນຶ່ງ ຈະແກ້ໄຂບັນຫາ ນີ້ໂດຍລຳພັງ ນັ້ນບໍ່ໄດ້, ທຸກປະເທດຕ້ອງ ຮ່ວມມືກັນ ຊຶ່ງໃນຂນະນີ້ ບັນຫາ ການລັກລອບ ຄ້າຢາເສພຕິດ ໃນຂົງເຂດນີ້ ນັບມື້ນັບທະວີ ຄວາມຮຸນແຮງຂື້ນ, ໂດຍສະເພາະຕາມ ເສັ້ນທາງແລວເສຖກິດ ຕາເວັນອອກ ຕາເວັນຕົກ ທີ່ເຊື່ອມໂຍງ ຈາກທ່າເຮືອດານັງ ຂອງວຽດນາມ ຜ່ານລາວ ເຂົ້າໄທໄປ ປະເທດພະມ້າ.