ນັກໂທດອັງກິດ ຂໍຮ້ອງໃຫ້ປ່ອຍຕົວ
ນັກໂທດ ຊາວອັງກິດ ທີ່ເຄີຍຖືກຂັງ ແລະຖືກ ທໍຣະມານ ຢູ່ຄຸກລາວ ມາຮອດ ເວລານີ້ີ້ ມີສິດ ຂໍຮ້ອງໃຫ້ສານ ໃນອັງກິດ ປ່ອຍຕົວ ກ່ອນກໍານົດ.
-
ອະວາຣີ
2010-08-09 -
-
-
Your browser doesn’t support HTML5 audio
ນັກໂທດ ຜູ້ນີ້ມີ ຊື່ວ່າ John Watson ອາຍຸ 48 ຖືກສານລາວ ຕັດສິນຈຳຄຸກ ຕລອດຊີວິດ ໃນຄະດີ ຄ້າຢາບ້າ ຈຳນວນ 6,350 ເມັດ ເມື່ອປີ 2003 ແລະ ຖືກສົ່ງກັບ ຄືນໄປຈຳຄຸກ ຕໍ່ທີ່ ປະເທດອັງກິດ ເມື່ອເດືອນ ເມສາ ແຕ່ເມື່ອສັດາ ນີ້ ທະນາຍຄວາມ ຂອງນາຍ Watson ໄດ້ສເນີ ຕໍ່ສານ ອັງກິດວ່າ ນາຍ Watson ຖືກທໍຣະມານ ຢູູ່ຄຸກລາວ ຂາດເຂີນ ອາຫານການກິນ ແລະ ຖືກກັກຂັງ ຢູ່ຫ້ອງນ້ອຍ ສະນັ້ນ ນາຍ Watson ຈຶ່ງຄວນ ຖືກປ່ອຍຕົວ ກ່ອນກຳນົດ.
ຕໍ່ຄຳສເນີ ນີ້ ຜູ້ພິພາກສາ ກ່າວວ່າ ນາຍ Watson ມີສິດຂໍຮ້ອງ ໃຫ້ສານປ່ອຍ ກ່ອນກຳນົດໄດ້ ເພາະເຂົາໄດ້ ເຂົ້າຄຸກດົນນານ ເກີນໄປແລ້ວ ຈົນເຖິງ ປັດຈຸບັນ ນາຍ Watson ຖືກຈຳຄຸກ ທັງໝົດເຖິງ 13 ປີ ຕາມກົດໝາຍ ຂອງອັງກິດແລ້ວ ນັກໂທດຜູ້ໃດ ກໍຕາມ ທີ່ຖືກຕັດສິນ ຈຳຄຸກ ຕລອດຊີວິດ ແລະ ໄດ້ຖືກຈຳຄຸກ ດົນນານປານ ນັ້ນແລ້ວ ຈະມີສິດ ຂໍປ່ອຍຕົວ ກ່ອນກຳນົດ ໄດ້. ບໍ່ເທົ່ານັ້ນ ຜູ້ພິພາກສາ ຍັງສເນີ ໃຫ້ນາຍ Watson ເປີດເຜີຍຊື່ແທ້ ຂອງຕົນຕໍ່ສານ ເພາະໃນເວລາ ຖືກຂັງຄຸກ ຢູ່ລາວ ນາຍ Watson ບອກວ່າຊື່ John Watson ແຕ່ຄວາມຈິງ ແລ້ວເຂົາຊື່ Christopher Hefferman. ຜູ້ພິພາກສາ ກ່າວອີກວ່າ ນາຍ Watson ຖືກຈຳຄຸກ ຢູ່ໃນ ສະຖານທີ່ ຊຶ່ງມີທັງ ການທໍຣະມານ ແລະ ທຳຮ້າຍ ຮ່າງກາຍ.
ນອກຈາກນາຍ Watson ແລ້ວ ນາງ Samantha Orobator ຊາວອັງກິດ ກໍຖືກຕັດສິນ ຈຳຄຸກ ຕລອດຊີວິດ ຢູ່ລາວໃນຄະດີ ລັກລອບ ເຮໂຣອິນ 680 ກຣາມ ອອກຈາກລາວ ແລະ ເມື່ອປີກາຍ ນາງກໍຖືກ ສົ່ງກັບຄືນ ໄປຈຳຄຸກ ຕໍ່ຢູ່ອັງກິດ. ນາງ Orobator ບໍ່ຖືກຕັດສິນ ປະຫານຊີວິດ ເພາະນາງ ຖືພາມານ ແລະ ປັດຈຸບັນນີ້ ນາງໄດ້ ອອກລູກແລ້ວ ທີ່ ປະເທດອັງກິດ.