ລາວ ຢືນຢັນ ຄະດີ ຢາເສບຕິດ
ເຈົ້າໜ້າທີ່ ຂັ້ນສູງ ກະຊວງການ ຕ່າງປະເທດ ສປປລາວ ຢືນຢັນ ເລື່ອງການນໍາເອົາ ຜູ້ຍີງຄົນ ອັງກິດ ຂຶ້ນພິຈາຣະນາ ຄະດີ ໃນຂໍ້ຫາ ກ່ຽວພັນກັບ ຢາເສບຕິດ ໃຫ້ໂທດ ພາຍໃນ ອາທິດນີ້.
-
ມະນີຈັນ
2009-05-04 -
-
-
Your browser doesn’t support HTML5 audio
ທາງການ ສປປລາວ ຈະນໍາເອົາ ຜູ້ຍີງອັງກິດ ຂຶ້ນ ພິຈາຣະນາ ຄະດີໃນສານ ທີ່ນະຄອນ ຫລວງວຽງຈັນ ພາຍໃນສັປດາ ນີ້ໃນຂໍ້ຫາ ພະຍາຍາມ ລັກລອບນໍາ ຢາເສບຕິດ ປະເພດ ເຮໂຣອິນ ຈໍານວນ 680 ກຣາມ ອອກນອກປະເທດ ຫາກບໍ່ຮູ້ ແນ່ນອນເທື່ອວ່າ ຈະເປັນມື້ ໃດກັນແທ້. ອີງຕາມຄໍາ ເປີດເຜີຍຂອງ ທ່ານ ເຄນທອງ ນວນທະສິງ ໂຄສົກການ ຕ່າງປະເທດ ສປປລາວ:
ຖືກຈັບ ກໍຣະນີ ປອງເອົາ ຢາເສບຕິດ ອອກຈາກ ປະເທດລາວ ຈັບມາແລ້ວ ກໍແມ່ນໄດ້ ປະຕິບັດ ຕາມຂັ້ນຕອນ ທາງດ້ານ ກົດໝາຍ ຂອງລາວ ນໍາເອົານາງ ນີ້ຂຶ້ນສານ ຕັດສີນ ລະກະໄດ້ ພິຈາຣະນາ ຢູ່ໃນຂັ້ນຕອນ ນີ້ ແຕ່ບໍ່ຮູ້ຄັກ ມື້ໃດແທ້ ແຕ່ໃນທິດ ນີ້ລະ.
ການຈັບ ນາງ Samanta Orobator ຄົນອັງກິດ ເຊື້ອສາຍ Nigeria ອາຍຸ 20 ປີ ມີຂຶ້ນເມື່ອເດືອນ 8 ປີ 2008 ພ້ອມຂອງກາງ ຢາເສບຕິດ ໃນຈໍານວນ ທີ່ພຽງພໍ ຕັດສີນໂທດ ປະຫານຊີວິດ ຫາກພົບກະທໍາ ຄວາມຜິດຈິງ. ແລະມາຮອດ ເວລານີ້ ຕາມ ຣາຍງານຂ່າວ ແລ້ວແມ່ນວ່າ ທະນາຍຄວາມ Anna Morris ໄດ້ເດີນທາງເຖິງ ປະເທດລາວ ເມື່ອທ້າຍສັປດາ ຜ່ານມານີ້ເອງ ແລະກໍໄດ້ມີ ຄວາມກັງວົນ ເລື່ອງທີ່ວ່າ ນາງ Orabator ບໍ່ທັນມີ ທະນາຍຄວາມ ຊຶ່ງກໍເປັນທີ່ ເຂົ້າໃຈວ່າ ຢູ່ລາວ ຜູ້ຕ້ອງຫາ ຫລື ຈໍາເລີຍ ໄດ້ຮັບ ອະນຸຍາດ ໃຫ້ພົບພໍ້ກັບ ທະນາຍຄວາມ ຂອງຕົນ ໃນອາທິດ ກ່ອນໜ້າການ ພິຈາຣະນາ ຄະດີເລີ່ມຂຶ້ນ ຫລືບາງ ກໍຣະນີ ກໍໄດ້ພົບ ມື້ທີ່ສານເລີ່ມ ພິຈາຣະນາ ຄະດີນັ້ນເອງ. ເມື່ອຖາມເຖິງ ຄວາມຈິງກ່ຽວກັບ ການຖືພາມານ ຂອງນາງ Orabator ທີ່ມີຣາຍງານ ວ່າຖືພາ ຕອນຂັງຄຸກ ຢູ່ໂພນຕ້ອງ ຍ້ອນຖືກຂົມຂືນ ນັ້ນ ໂຄສົກການ ຕ່າງປະເທດລາວ ບອກວ່າອາດມີ ເບື້ອງໜ້າ ເບື້ອງຫລັງ:
ຕາມຊາບ ມີຊ່ວງນຶ່ງ ຜູ້ກ່ຽວອອກມາ ກ່າວວ່າ ລົງຂາວ ລະຂໍພົບ ດອກເຕີ ບໍ່ຊາບວ່າ .. ກະຊິແມ່ນ ທາງເບື້ອງ ປະເທດ ທີ່ມີສ່ວນ ພົວພັນຫັ້ນ ດອກເຕີ ເຂົ້າພົບ ໄປກວດມີການ ບົ່ງຢາໃຫ້ ປາກົດວ່າ ເປັນຢາ ຢັດເຂົ້າໃນ ຊ່ອງຄອດ.
ແລະວ່າ ຫລັງຈາກນັ້ນ ກໍປາກົດວ່າ ມີລູກ. ແລະເວລາ ຖືກຈັບ ທໍາອິດນັ້ນ ມີການເອົາ ນາງ Orabator ໄປກວດເພື່ອຢືນ ຢັນວ່ານາງ ຖືພາຕາມທີ່ ນາງໄດ້ກ່າວ ອ້າງນັ້ນຫລືບໍ່ ແຕ່ຜົນອອກມາ ກໍຄືບໍ່ມີ. ທ່ານ ເຄນທອງ ກ່າວມ້ວນທ້າຍ ຕື່ມວ່າ ຄວາມເປັນຈິງມີ ແນວໃດ ກໍຕ້ອງລໍຖ້າ ຣາຍງານ ການສືບສວນ ສອບສວນ ຂອງເຈົ້າໜ້າທີ່ ແລະ ລໍຟັງເບີ່ງ ຄໍາຕັດສີນ ຂອງສານ ຈຶ່ງຈະຮູ້ ລະອຽດໄດ້. ການຂຶ້ນສານ ເທື່ອນີ້ ຖືເປັນເທື່ອ ທໍາອິດ ນັບແຕ່ຖືກ ຈັບມາແຕ່ ເດືອນ 8 ປີກາຍ.