ສູນຄວບຄຸມ ຖືກດັດແປງ ເປັນສູນ ປິ່ນປົວ

ສູນຄວບຄຸມ ປາບປາມ ຜູ້ຕິດ ຢາເສບຕິດ ນະຄອນ ຫລວງວຽງຈັນ ໄດ້ຖືກດັດແປງ ໃຫ້ເປັນ ສູນປິ່ນປົວ ບຳບັດຄົນຕິດ ຢາເສບຕິດ ແທນ.
ໂພໄຊສວັດ
2009.05.28

ສູນສົມສງ່າ ປິ່ນປົວແລະ ບຳບັດ ຄົນຕິດ ຢາເສບຕິດ ຢູ່ນະຄອນ ຫລວງວຽງຈັນ ໄດ້ຖືກສ້າງຂື້ນ ເພື່ອ ຄວບຄຸມປາບປາມ ຜູ້ຕິດ ຢາເສບຕິດ ເມື່ອປີ 1996.

ແຕ່ກ່ອນສູນ ແຫ່ງນີ້ ແມ່ນຂື້ນກັບ ກະຊວງປ້ອງກັນ ຄວາມສງົບ ແຕ່ຣັຖບານ ໄດ້ປ່ຽນມາເປັນ ການຮັບຜິດຊອບ ຂອງກະຊວງ ສາທາຣະນະສຸຂ ເມື່ອ 5ປີກ່ອນ.
ຜູ້ບໍຣິຫານ ຄົນໃໝ່ ທ່ານ ສີສຸພັນ ບຸຜາ ໄດ້ຈັດການ ປ່ຽນແປງຫລາຍຢ່າງ. ທ່ານເວົ້າວ່າ ຈຸດໝາຍ ແມ່ນການປິ່ນປົວ ບຳບັດດັດແປງ ຄວາມເຄີຍຊິນ ຂອງພວກ ຕິດຢາ ແລະ ພະຍາຍາມເຮັດ ໃຫ້ພວກຂະເຈົ້າ ກັບເຂົ້າໄປຢູ່ ຮ່ວມໃນ ຊຸມຊົນອີກ ໂດຍທີ່ບໍ່ໃຫ້ ຂະເຈົ້າກັບໄປ ຫາຊີວິດ ທີ່ຈົມຢູ່ກັບ ຢາເສບຕິດ ແລະ ອາສຍາກັມ.

ກ່ຽວກັບ ການຊ່ອຍເຫລືອ ຜູ້ທີ່ເລີກ ປູກຝິ່ນ ແລະຄົນຕິດ ຢາເສບຕິດ ແລະງົບປະມານ ທີ່ຕ້ອງການ ໃນການໃຊ້ຈ່າຍ ຕາມແຜນການຂອງ ຣັຖບານ ທ່ານ ສຸບັນ ສະຣິດທິຣາດ ຣັຖມົນຕຣີ ປະຈຳ ສຳນັກງານ ປະທານປະເທດ ປະທານ ກັມມະການ ປ້ອງກັນ ແລະ ປາບປາມ ຢາເສບຕິດ ແຫ່ງຊາດ ໄດ້ອະທິບາຍ ວ່າ:

ມີການຫລຸດຜ່ອນ ຄວາມຕ້ອງການ ມີການໂຄສນາ ມີການປາບປາມ ມີທາງດ້ານ ກົດໝາຍ ມີທາງການ ປິ່ນປົວຜູ້ຕິດ ຢາເສບຕິດແລ້ວ ແລະອື່ນໆ ແຕ່ວ່າອັນໃຫຍ່ ກວ່າໝູ່ໝົດ ພວກເຮົາຕ້ອງການ 72ລ້ານໂດລາ ສະຫະຣັຖ.

ແຕ່ທ່ານ Stefan Wetzel ຜູ້ປະສານງານ ດ້ານການສອນ ວິຊາຊີບ ຈາກຫ້ອງການ ປາບປາມ ຢາເສບຕິດ ແລະ ອາສຍາກັມ ສະຫະ ປະຊາຊາດ ຫລື UNODC ປະຈຳລາວ ກ່າວວ່າການ ປິ່ນປົວບຳບັດ ຄົນຕິດ ຢາເສບຕິດ ທີ່ໄດ້ຜົນ ແທ້ຈິງ ຄືການສອນ ວິຊາຊີບ ໃຫ້ຂະເຈົ້າ.    


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.