ຢາເສພຕິດຍິ່ງຈະຣະບາດ ຢູ່ລາວໃນປີ 2010

ຢາເສບຕິດ ຍິ່ງຈະຣະບາດ ຢູ່ລາວໃນປີ 2010 ນີ້.

ການຄ້າ ແລະການເສພຢາເສບຕິດ ໂດຍສະເພາະຢາບ້າ ຈະເພິ້ມຂື້ນເມື່ອທຽບ ໃສ່ປີທີ່ຜ່ານມາ ດັ່ງເຈົ້າໜ້າທີ່ ກະຊວງປ້ອງກັນ ຄວາມສງົບພາຍໃນ ທ່ານນຶ່ງເວົ້າວ່າ:

“ເພິ້ມ ເຣື່ອງຜູ້ເສບຜູ້ຫຍັງນີ້ແຫລະ ມີ່ທ່າອ່ຽງເພິ້ມຂື້ນ ທຽບໃສ່ປີຜ່ານມາ ເວົ້າເຣື່ອງຕົວນີ້ ນີ້ຄັ້ນເວົ້າເຣື່ອງ ຣັຖບານເຂົາກໍມີ ນະໂຍບາຍເພິ້ມ ເພາະວ່າເຣື່ອງທ່າອ່ຽງກໍ ເພິ້ມໂດຍສະເພາະໃນໝູ່ນັກຮຽນນັກສຶກສາ ກັມມະກອນນີ້.”

ທ່ານ ເລັກ ບຸນວັດ ຜູ້ຕາງໜ້າຫ້ອງການ ຢາເສພຕິດແລະອາຊຍາກັມ ສະຫະປະຊາຊາດ ປະຈຳລາວຣາຍງານ ກ່ຽວກັບຜູ້ເສບຢາບ້າ ຢູ່ລາວວ່າ:

“ຢູ່ລາວ ບັນຫາໃຫຍ່ທີ່ສຸດ ກໍເປັນບັນຫາຢາບ້າ ຄົນຕິດຢາບ້າ ກໍມີປະມານ 70,000 ກວ່າຄົນ ສ່ວນຫລາຍມັນເປັນ ຜູ້ອາຍຸຊາວໜຸ່ມ ອາຍຸປະມານ 12 ປີຮອດ 25 ປີ.”

ການຄ້າຢາເສບຕິດ ກໍເພິ້ມຂື້ນເລື້ອຍໆຢູ່ລາວ ເພາະເປັນທຸຣະກິດດີ ມີທັງຜູ້ຊື້ ຜູ້ຂາຍແລະຜູ້ຕ້ອງການ ດັ່ງ ທ່ານ ເລັກ ບຸນວັດ ເວົ້າອີກວ່າ:

“ກໍຄິດວ່າແບບນັ້ນ ແຕ່ວ່າ ຢາເສບຕິດມັນ ກໍກຳໄຣສູງ ສະນັ້ນມີກຳໄຣສູງ ຫລາຍຄົນກໍມີຂາຍ ມີຜູ້ກ້າຂາຍແລະມັນກໍຜູຊື້."

ສ່ວນການຜລິດຝິ່ນ ກໍເພິ້ມຂື້ນ ໂດຍສະເພາະຢູ່ພະມ້າ ເພາະຊົນເຜົ່າສ່ວນນ້ອຍ ຫລາຍກຸ່ມປູກຝິ່ນ ແລະຜລິດຢາເສບຕິດ ຊະຫນິດອື່ນໆຫລາຍຂື້ນ ເພາະພວກເຂົາ ຕ້ອງການອາວຸດ ເພື່ອຕໍ່ສູ້ກັບກຳລັງ ຣັຖບານທະຫານພະມ້າ. ຝິ່ນເປັນຢາເສບຕິດ ພື້ນຖານ ເພື່ອຜລິດຢາບ້າ ແລະໂຮໂຣອິນ. ໃນເມື່ອມີການຜລິດ ຫລາຍຢູ່ພະມ້າ ຢາເສບຕິດ ເຊັ່ນຢາບ້າແລະ ໂຮໂຣອິນກໍຫລັ່ງໄຫລ ລົງໄປລາວ 80 ສ່ວນຮ້ອຍ ຖືກສົ່ງໄປຂາຍ ໃນປະເທດເພື່ອນບ້ານ ແລະອີກ 20 ສ່ວນຮ້ອຍຖືກເສບ ແລະຂາຍຢູ່ພາຍໃນ ປະເທດລາວເອງ.

ຜ່ານມາ ທາງການລາວ ກໍໄດ້ຮ່ວມມືກັບປະເທດ ໃກ້ຄຽງຢ່າງໃກ້ຊິດ ເພື່ອປາບປາມຢາເສບຕິດ ແຕ່ການປະຕິບັດ ງານກໍບໍ່ຄ່ອຍໄດ້ຜົນ ເພາະຍັງຂາດເຂີນ ງົບປະມານແລະ ກຳລັງເຈົ້າໜ້າທີ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org