ຢາເສບຕິດ ເປັນບັນຫາ ທີ່ແກ້ບໍ່ຕົກ

ການແກ້ໄຂ ບັນຫາ ຢາເສບຕິດ ຍັງເປັນບັນຫາໃຫຍ່ ທີ່ແກ້ໄຂບໍ່ຕົກ ຍ້ອນຜູ້ຄ້າ ຣາຍໃຫຍ່ ສ່ວນຫລາຍ ຍ້າຍສະຖານທີ່ ຢູ່ຕລອດ.
ຈໍາປາທອງ
2010.02.04

ຢາເສບຕິດ ຍັງເປັນບັນຫາໃຫຍ່ ທີ່ທາງການລາວ ແກ້ໄຂບໍ່ຕົກ ຍ້ອນຜູ້ຄ້າ ຣາຍໃຫຍ່ ສ່ວນຫລາຍ ຍ້າຍສະຖານ ທີ່ຢູ່ຕລອດ ອັນເຮັດໃຫ້ ຈັບຕົວໄດ້ຍາກ ຊຶ່ງສ່ວນໃຫຍ່
ຢູ່ແຂວງຊາຍແດນ ທີ່ຕິດກັບ ແມ່ນ້ຳຂອງ ດັ່ງທ່ານ ຖາວອນ ຕັນດາວົງ ເຈົ້າໜ້າທີ່ ຂັ້ນສູງ ຂອງສະພາ ແຫ່ງຊາດລາວ ໄດ້ກ່າວວ່າG

"ມັນກໍມີບັນຫາ ຫລາຍອັນຢູ່ ແກ້ໄຂບໍ່ຕົກ ກໍຍັງຫາວິທີ ເພື່ອແກ້ໄຂ ເພາະວ່າ ຢາເສບຕິດ ມັນກໍຜູ້ທີ່ມັນ ຄ້າລາຍໃຫຍ່ ມັນບໍ່ຢູ່ກັບ ວຽງຈັນ ມັນຢູ່ບ່ອນອື່ນ ມັນຢູ່ບ່ອນ ອາທິດ4-5ວັນ ມັນກໍໜີ ສ່ວນຫລາຍແຂວງ ຕິດກັບນ້ຳຂອງ ກັບຊາຍແດນ ອັນນີ້ກໍຍັງ ສືບສວນຢູ່".

ສຳລັບການ ຊອກຈັບ ກຸ່ມພໍ່ຄ້າ ຢາເສບຕິດ ລາຍໃຫຍ່  ທ່ານວ່າ ເນື່ອງຈາກພວກເຂົາ ມີສາຍລັບ ຄອຍສົ່ງຂ່າວ ພວກເຂົາຈະໜີ ໄປຢູ່ໃນປ່າ ຕາມທົ່ງນາ ຊຶ່ງກວ່າ ພນັກງານ ເຈົ້າໜ້າທີ່ ຈະຕິດຕາມຫາ ແລະຈັບ ພວກພໍ່ຄ້າ ກໍໄດ້ຫລົບໜີ ໄປຢູ່ບ່ອນ ອື່ນແລ້ວ.

ແຕ່ເຖິງຢ່າງໃດ ກໍຕາມ ທ່ານ ຖາວອນ ກໍວ່າ ປະຊາຊົນ ໃນພື້ນທີ່ ສາມາດໃຫ້ຂ່າວ ພວກຄ້າ ຢາເສບຕິດ ທັງລາຍນ້ອຍ ແລະລາຍໃຫຍ່ ໄດ້ດີກວ່າ ເຈົ້າໜ້າທີ່ ຕຳຣວດ ຍ້ອນວ່າ ປະຊາຊົນ ຮູ້ດີກວ່າ:

"ຕອນນີ້ໂລມ ປະຊາຊົນ ເປັນຫູເປັນຕາ ມັນຕ້ອງໂລມ ປະຊາຊົນ ລົງພື້ນຖານ ເຖິງຈະໄດ້ ຖ້າເຮົາມີ ຕຳລວດ ມີທະຫານ ໄປບໍ່ໄດ້ດອກ ມັນຕ້ອງໃຊ້ ປະຊາຊົນ ເປັນທີ່ບ່ອນເພີ່ງ ໃຫ້ເຂົາລາຍງານ ເພາະມັນ ຢູ່ນຳພວກນີ້ ຢູ່ນຳ ປະຊາຊົນ".

ທ່ານວ່າ ສຳລັບຜູ້ຄ້າ ຢາເສບຕິດ ລາຍໃຫຍ່ນີ້ ຄາດວ່າຈະມີ ທັງຄົນ ຕ່າງປະເທດ ແລະຄົນລາວ ຮ່ວມມືກັນ ຊຶ່ງສ່ວນໃຫຍ່ແລ້ວ ຈະຢູ່ທາງ ພາກເໜືອ ຂອງສປປລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.