ຕໍາຣວດ ຫົວພັນ ຕິດຕາມ ຜູ້ຕ້ອງຫາ ທີ່ຫລົບ ໜີໄປ
ຕໍາຣວດ ຫົວພັນ ຕິດຕາມຫາ ຜູ້ຕ້ອງຫາ ຄະດີ ຢາເສບຕິດ 1 ຄົນ ທີ່ຫລົບໜີໄປໄດ້ ໃນຂະນະທີ່ 7 ຄົນ ທີ່ຈັບໄດ້ ກໍາລັງຖືກສົ່ງໂຕ ຂຶ້ນສານ ເພື່ອດໍາເນີນຄະດີ
-
ຈະເຣີນສຸກ
2009-03-06 -
-
-
Your browser doesn’t support HTML5 audio
ພາຍຫລັງ ທີ່ ວິທຍຸ ເອເຊັຍເສຣີ ຣາຍງານ ເຫດການ ທີ່ເຈົ້າໜ້າທີ່ ຕໍາຣວດ ແຂວງຫົວພັນ ຈັບກຸມ ພວກຂ້າຢາເສບຕິດ ໄດ້ 7 ຄົນ, ຈາກທັງໝົດ 8 ຄົນ ທີ່ລໍາລຽງຢາເສບຕິດ ປະເພດຕ່າງໆ ຈາກພະມ້າ ເຂົ້າໄປ ສປປລາວ ເພື່ອສົ່ງຕໍ່ໄປ ຍັງວຽດນາມ. ເຖິງຢ່າງໃດ ກໍດີ, ຫລ້າສຸດນີ້ ເຈົ້າໜ້າທີ່ ຕໍາຣວດ ກ່ຽວຂ້ອງ ຍັງຕິດຕາມ ໄລ່ລ່າ ຜູ້ຕ້ອງຫາ ໃນຄະດີນີ້ ອີກ 1 ຄົນ ທີ່ສາມາດ ຫລົບໜີໄປໄດ້. ເຈົ້າໜ້າທີ່ ຕໍາຣວດ ແຂວງຫົວພັນ ທ່ານນຶ່ງ ຊີ້ແຈງ ວ່າ:
“ກໍາລັງຂຶ້ນ ແຜນການໄລ່ໂຕ ໄປແຂວງອື່ນແລ້ວ ຄົນກໍແມ່ນຄົນແຂວງອື່ນ ເປັນຄົນແຂວງອຸດົມໄຊ ໂຕນີ້ ຈະແມ່ນປະສານງານ ກັນກ່ອນ.”
ທ່ານ ກ່າວເພີ້ມຕື່ມ ວ່າ ຄາດວ່າ ຜູ້ຕ້ອງຫາ ດັ່ງກ່າວ ໄດ້ຫລົບໜີ ອອກຈາກແຂວງຫົວພັນ ໄປແລ້ວ, ຊຶ່ງເປັນໄປໄດ້ ທີ່ຜູ້ຕ້ອງຫາ ດັ່ງກ່າວ ຈະກັບໄປຍັງ ແຂວງອຸດົມໄຊ, ຊຶ່ງເປັນບ້ານເກີດ ຂອງຜູ້ກ່ຽວ. ດັ່ງນັ້ນ ທາງເຈົ້າໜ້າທີ່ ແຂວງຫົວພັນ ຈະໄດ້ປະສານງານ ໄປຍັງເຈົ້າແຂວງອຸດົມໄຊ, ຮວມໄປເຖິງ ແຂວງອື່ນໆ ທີ່ໃກ້ຄຽງ ເພື່ອຮ່ວມກັນ ຫາຮ່ອງຮອຍ, ກົດດັນ ແລະ ຈັບກຸມ ຜູ້ຕ້ອງຫາ ທີ່ຫລົບໜີ ໄປໄດ້ນັ້ນ ມາດໍາເນີນຄະດີ ຕໍ່ໄປ, ເພາະຂະບວນການ ດັ່ງກ່າວນີ້ ຖືເປັນຂະບວນ ການຄ້າຍາເສບຕິດ ຂ້າມຊາດ ທີ່ທາງການຕ້ອງການ ກວດລ້າງ ໃຫ້ໝົດສິ້ນໄປ.
ຢ່າງໃດ ກໍດີ, ໃນສ່ວນ ຂອງຜູ້ຕ້ອງຫາ 7 ຄົນ ທີ່ຈັບໄດ້ນັ້ນ, ຊຶ່ງປະກອບດ້ວຍ ນາຍ ຈ່າສື່ຈ່ຽງ, ທອງມີໂທ, ວັງຊຽງວັງ, ລີວັນຊອມ, ຈຸມກາຈ່ຽງ, ຈີ່ວັງຈ່ຽງ, ຊາກຸມຊຸມ ແລະ ຈອມມົວລໍ ນັ້ນ, ເຈົ້າໜ້າທີ່ກໍາລັງ ກຽມທີ່ຈະສົ່ງໂຕຂຶ້ນສານ ເພື່ອພິຈາລະນາ ຄວາມຜິດ ຕາມກົດໝາຍ ດັ່ງ ເຈົ້າໜ້າທີ່ ທ່ານນີ້ ກ່າວວ່າ:
“ປັດຈຸບັນ ຜູ້ກະທໍາຜິດ ກໍາລັງ ຖືກດໍາເນີນຄະດີ ຢູ່ແຂວງຫົວພັນ ກໍາລັງປະກອບ ເອກສານ ສົ່ງອັຍການ ແລະ ອັຍການ ເພິ່ນຈະຖແລງສານ, ລາວ ກໍປະຕິເສດ ທັງໝົດ ລາວກໍວ່າ ເທື່ອດຽວ ແຕ່ຄວາມຈິງ ພວກເຮົາ ກໍຕິດຕາມ ມາຫລາຍຄັ້ງແລ້ວ.”
ເຖິງແມ່ນວ່າ ທາງກຸ່ມ ຜູ້ຕ້ອງຫາ ຄະດີນີ້ ຈະສາລະພາບ ວ່າ ຮັບຈ້າງຂົນຢາເສບຕິດ ເທື່ອນີ້ ເປັນເທື່ອທໍາອິດ ກໍຕາມ, ແຕ່ ເຈົ້າໜ້າທີ່ ບໍ່ໄດ້ເຊື່ອ ແຕ່ຢ່າງໃດ. ສໍາລັບ ຢາເສບຕິດ ທີ່ກວດພົບ, ຮວມທັງ ເຮໂຣອິນ ໜັກ 12 ກິໂລກຣາມ ແລະ ຢາບ້າ ອີກ 25,800 ເມັດນັ້ນ, ເຈົ້າໜ້າທີ່ ກ່າວວ່າ ອາດເຮັດໃຫ້ ສານພິຈາລະນາ ລົງໂທດ ຂະເຈົ້າ ສຸງສຸດເຖິງ ຂັ້ນປະຫານຊີວິດ ຫລື ຢ່າງໜ້ອຍ ກໍຈໍາຄຸກ ຕລອດຊີວິດ, ເນື່ອງຈາກວ່າ ທາງການລາວ ເອົາຈິງເອົາຈັງ ຕໍ່ຜູ້ກະທໍາຜິດ ທີ່ກ່ຽວກັບ ຢາເສບຕິດ ຢ່າງເຂັ້ມງວດ.