ທ່ານ Bill Rammell ຣັຖມົນຕຣີ ປະຈຳ ສຳນັກງານ ນາຍົກ ຣັຖມົນຕຣີ ຂອງອັງກິດ ກ່າວຕໍ່ນັກຂ່າວ CNN ເມື່ອ ວັນພຣະຫັດ ວັນທີ່ 7 ພຶສພາ ນີ້ວ່າ ທ່ານໄດ້ພົບ ປະຫາລືກັບ ທ່ານ ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີ ຣັຖມົນຕຣີ ການຕ່າງ ປະເທດລາວແລ້ວ ແລະ ຮອງນາຍົກ ຣັຖມົນຕຣີລາວ ໄດ້ບອກວ່າ ຣັຖບານລາວ ອາດຈະພິຈາຣະນາ ອະນຸຍາດ ໃຫ້ນາງ Orobator ກັບຄືນມາຮັບ ໂທດຢູ່ ປະເທດອັງກິດ ຫລັງຈາກຖືກ ຕັດສິນລົງໂທດ ຢູ່ສປປລາວ.
ທ່ານ Rammell ກ່າວອີກວ່າ ທ່ານໄດ້ສະແດງ ຄວາມເປັນຫ່ວງ ກ່ຽວກັບບັນຫາ ສຸຂພາບຂອງນາງ Orobator ຕໍ່ເຈົ້າໜ້າທີ່ ທາງການລາວ ແລະທ່ານ ທອງລຸນ ສີສຸລິດ ກໍກ່າວຕອບວ່າ ທາງການລາວ ຮູ້ດີວ່າ ນາງ Orobator ຕ້ອງການ ການຮັກສາ ເບິ່ງແຍງທາງດ້ານ ສຸຂພາບ. ສ່ວນຜູ້ເປັນແມ່ ຂອງນາງ Orobator ໄດ້ກ່າວ ຂໍຮ້ອງວ່າ: ນາງ Samantha ຖືກຈັບຢູ່ ທີ່ນັ້ນ ແລະກໍຖືພາ ໄດ້ຫ້າເດືອນ ເປັນເລື້ອງທີ່ໜ້າ ງຶດງໍ້ ໃນຂະນະ ດຽວກັນ ເຂົາກໍຍັງບໍ່ ເຂົ້າໃຈວ່າ ນາງໄປເຖິງທີ່ ນັ້ນໄດ້ແນວໃດ.
ນາງ Clare Algar ໂຄສົກອົງການ ຊ່ວຍເຫລືອນາງ Orobator ກ່າວເມື່ອ ວັນພຸດ ທີ່ຜ່ານມາວ່າ ນາງ Orobator ອາດຈະຖືກ ຕັດສິນລົງໂທດ ຢູ່ລາວໃນໄວໆ ນີ້ ຫລັງຈາກນັ້ນ ຣັຖບານອັງກິດ ກໍມີສິດ ຂໍຮ້ອງໃຫ້ ທາງການລາວ ຈັດສົ່ງ ນາງກັບຄືນ ປະເທດອັງກິດ ຕາມສັນຍາ ທີ່ສອງປະເທດ ຫາກໍເຊັນກັນນັ້ນ.
ຖ້າເປັນຢ່າງນັ້ນ ກໍຈະດີຫລາຍ ສຳຣັບ ນາງ Orobator ເພາະນາງກຳລັງ ຖືພາມານທ້ອງ ຢູ່ປະເທດ ອັງກິດ ນາງຈະມີ ອາຫານການກິນ ແລະບ່ອນຢູ່ ອາໃສທີ່ດີ ກວ່າ. ສ່ວນຢູ່ລາວ ນັກໂທດຈົ່ມວ່າ ນ້ຳແລະອາຫານ ບໍ່ພຽງພໍ ແລະ ນັກໂທດກໍຈຳ ເປັນນອນຢູ່ພື້ນ ບໍ່ມີຕຽງນອນ.