ນາງ ສະແມນຕາ ມີທະນາຍ ຄົນລາວ

ນາງ ສະແມນຕາ ໂອໂຣບາຕໍຣ ຜູ້ຕ້ອງຫາ ຄະດີ ຢາເສບຕິດ ຊາວອັງກິດ ມີທະນາຍຄວາມ ຄົນລາວ ເພື່ອສູ້ຄະດີ ໃຫ້ນາງແລ້ວ.

0:00 / 0:00

ນາງ ສແມນຕາ ໂອໂຣບາຕໍຣ ຄົນອັງກິດ ອາຍຸ 20 ປີ ຜູ້ຢູ່ຣະຫວ່າງ ການລໍຖ້າ ນໍາຕົວຂຶ້ນສານ ພິຈາຣະນາຄະດີ ຢາເສບຕິດ ແລະຖືກຂັງຄຸກ ໂພນຕ້ອງ ນະຄອນ ຫລວງວຽງຈັນ ພາຍຫລັງ ທີ່ຖືກຈັບແຕ່ ເດືອນ 8 ປີ 2008 ຢູ່ສນາມບີນ ວັດໄຕນັ້ນ ເວລານີ້ ທາງການລາວ ແມ່ນຫາ ທະນາຍຄວາມ ໃຫ້ໄດ້ແລ້ວ.

ຕາມຄໍາເວົ້າຂອງ ໂຄສົກ ກະຊວງການ ຕ່າງປະເທດ ສປປລາວ …

ເປັນອັນໃໝ່ ເລື້ອງທະນາຍຄວາມ ມີຜູ້ດຽວ ທ່ານສັກ ພົມມະລາດ ຈາກສະພາ ທະນາຍຄວາມ ໃນນະຄອນຫລວງ ວຽງຈັນ ສເນີພາກສ່ວນ ທີ່ກ່ຽວຂ້ອງ ສເນີຕໍ່ທາງ UK ແລ້ວ ມີແຕ່ທາງ ກົງສູນ ເພິ່ນເວົ້າວ່າ ດຽວນີ້ຕ້ອງໄດ້ approval ຈາກປະເທດ ເພິ່ນຈຶ່ງ ຈະສາມາດໃຫ້ ດໍາເນີນງານ ໄດ້ ຈຶ່ງສະນັ້ນ ຕ້ອງລໍຖ້າ ໂຕນັ້ນ.

ການເລືອກ ທະນາຍຄວາມ ລາວ ຊຶ່ງທາງຝ່າຍລາວ ເປັນຜູ້ດໍາເນີນ ການນັ້ນ ມີຂຶ້ນເມື່ອ ວັນພຣະຫັດ ຜ່ານມາພາຍຫລັງ ທີ່ທາງຝ່າຍລາວ ບໍ່ອະນຸຍາດ ໃຫ້ທະນາຍ ຄວາມ ຈາກປະເທດ ອັງກິດ ເຂົ້າໄປພົບນາງ ຢູ່ຄຸກ ເພື່ອໃຫ້ການ ຊ່ວຍເຫລືອນາງ ທາງດ້ານກົດໝາຍ ຍ້ອນບໍ່ໄດ້ຜ່ານ ຂັ້ນຕອນຕາມ ຣະບຽບການ ຂໍເຂົ້າຢ້ຽມ ນັກໂທດ ໃນຄຸກຂອງລາວ ແລະກໍມີຂຶ້ນ ຖ້າມກາງຂ່າວ ການລົງນາມ ໃນຂໍ້ຕົກລົງ ສົ່ງມອບ ນັກໂທດກັນ ທີ່ກຸງລອນດອນ ຣະຫວ່າງ ທ່ານ ທອງລຸນ ສີສຸລິດ ຮອງ ນາຍົກ ຣັຖມົນຕຣີ ຣັຖມົນຕຣີ ການຕ່າງ ປະເທດລາວ ແລະທ່ານ David Milliband ຣັຖມົນຕຣີ ການຕ່າງປະເທດ ອັງກິດ. ສໍາລັບກໍານົດ ວັນເວລາ ດໍາເນີນຄະດີ ນັ້ນ ຊຶ່ງຫລ້າສຸດວ່າ ໄດ້ເລື່ອນຈາກ ອາທິດນີ້ ໄປໃສ່ອາທິດ ໜ້ານັ້ນ ຕາມຄໍາເວົ້າຂອງ ທ່ານ ເຄນທອງ ນວນທະສີງ ແລ້ວແມ່ນວ່າ ຈະມີການເລື່ອນ ໄປຈົນກວ່າທາງ ຝ່າຍ ທະນາຍຄວາມ ແລະລູກຄວາມ ຂອງທ່ານຈະພ້ອມ …

ເລື້ອງກໍານົດ ກໍເວົ້າ ບໍ່ຖືກດອກ ກະຈິດໃຈເຮົາ ຢາກໃຫ້ເຮັດໄວ ແຕ່ຕ້ອງໃຫ້ ເວລາແກ່ ທະນາຍຄວາມ ແລະຜູ້ຕ້ອງຫາ ເພື່ອປ້ອງກັນ ຄະດີຂະເຈົ້າ ເຮົາບໍ່ຕ້ອງນັບ ບໍ່ຕ້ອງໃຫ້ ເວລາຂະເຈົ້າ ໃນຣະດັບ ແນ່ນອນ ເມື່ອຂະເຈົ້າ ກຽມພ້ອມແລ້ວ ທາງເບື້ອງສານ ຈຶ່ງຄ່ອຍຮຽກເອີ້ນ.

ຂ່າວ AFP ຣາຍງານວ່າ Anna Morris ຈາກ ອົງການກຸສົນ Reprieve ຂອງອັງກິດ ທີ່ເດີນທາງ ມາລາວເພື່ອຊ່ວຍ ນາງ ສະແມນຕາ ທາງກົດໝາຍ ແຕ່ທາງ ການລາວ ຫາກບໍ່ ອະນຸຍາດ ໃຫ້ເຂົ້າຢ້ຽມ ນາງນັ້ນ ໄດ້ພົບກັບ ທະນາຍຄວາມລາວ ແລ້ວ.

ທ່ານ ສັກ ພົມມະລາດ ມີກໍານົດ ພົບພໍ້ກັບ ນາງ ສແມນຕາ ໃນວັນທີ 8 ພຶສພາ ນີ້. ເປັນທີ່ຄາດ ກັນວ່າ ຂໍ້ຕົກລົງ ສົ່ງຜູ້ຮ້າຍ ຂ້າມແດນ ລາວ-ອັງກິດ ນັ້ນຈະຊ່ວຍໃຫ້ ນາງ ໂອໂຣບາຕໍຣ ກັບໄປຮັບໂທດ ໄດ້ທີ່ອັງກິດ ຖ້າສານລາວ ຫາກຕັດສິນວ່າ ນາງຜິດຈິງ.