"ຄິດ ວ່າ ລຸດລົງ ເພາະວ່າ ໃນ ອະດີດ ນີ້ ເລີ້ມອາຍຸ ນ້ອຍໆກໍ ເລີ້ມສູບ ແລ້ວ ແຕ່ ດຽວນີ້ສັງ ເກດ ເຫັນ ແຕ່ ຜູ້ ເຖົ້າ ສູບ ຫລາຍ ຄົນ ໄວໜຸ່ມບໍ່ຄ່ອຍ ສົນ ໃຈ ເທົ່າ ໃດ ແຕ່ ເລື່ອງ ເຫລົ້າ ເລື່ອງ ເບັຍ ຮູ້ສຶກ ວ່າ ກຳລັງ ຂື້ນສຳລັບ ໄວໜຸ່ມ."
ທ່ານວ່າໃນເລື່ອງ ຂອງການພັດທະນາແລະ ຄວາມຈະເລີນກໍມີສ່ວນສຳຄັນທີ່ເຮັດໃຫ້ໄວລຸ້ນລາວ ປັດຈຸບັນນີ້ ຫັນມາ ນິຍົມດື່ມ ຂອງມືນເມົາຮວມໄປເຖິງ ຄ່ານິຍົມ ຕາເວັນຕົກອີກທັງ ຈາກຂ່າວສານ ທາງໂທລະທັດທີ່ໄວໜຸ່ມລາວ ສ່ວນໃຫຍ່ ນິຍົມ ທີ່ຈະເຮັດຕາມ.
ຕໍ່ບັນຫາ ດັ່ງກ່າວທ່ານໂອທອງຢາກໃຫ້ໄວລຸ້ນລາວ ເຊົາມົ້ວສຸມ ຢູ່ນຳສິ່ງມືນເມົາ ຕ່າງໆ:
"ຄິດ ວ່າ ຢາກ ໃຫ້ ເຊົາປະ ແຕ່ ກໍ ບໍ່ ໄດ້ ໝາຍຄວາ ມວ່າ ໃນ ຊີວິດ ຈະ ບໍ່ ໃຫ້ ກິນ ເລີຍ ແຕ່ ຄິດ ວ່າ ພໍດີ ພໍງາມ ຄົນ ລະ ຈອກ ແລ້ວ ກໍ ແລ້ວ ໄປ ບໍ່ຄວນ ຈະ ເປັນ ວ່າ ມາ ດື່ມ ຕໍ່ ແລ້ວ ກໍ ໄປ ບໍ່ ໄດ້ ຄິດ ວ່າ ບໍ່ຄວນ."
ຕາມການວິໃຈ ຂອງອົງການ ດ້ານຢາເສບຕິດແລະ ອາດສະຍາກຳ ສະຫະປະຊາຊາດຫລື UNODC ວ່າພຶດຕິກຳ ການດື່ມເຫລົ້າຫລື ເບັຍແລະ ເສບຢາເສບຕິດ ຂອງເຍົາວະຊົນມາຈາກຄົນ ໃນຄອບຄົວ ສູບຢາດື່ມເຫລົ້າມີເຖີງ 80 ສ່ວນຮ້ອຍ. ສຳລັບ ສາເຫດ ທີ່ເຮັດໃຫ້ເດັກນ້ອຍ ເສບຢາເສບຕິດຍ້ອນຢາກ ທົດລອງແລະ ເພື່ອນຊວນສູບມີຫລາຍເຖິງ 90 ສ່ວນຮ້ອຍ. ນອກນັ້ນຍັງພົບວ່າເຫລົ້າ ເປັນສິ່ງກະຕຸ້ນ ໂດຍກົງ ຕໍ່ເດັກນ້ອຍໃຫ້ເຮັດຜິດກົດໝາຍເຊັ່ນການລັກເລັກຂະໂມຍນ້ອຍງັດແງະປູ້ນຈີ້ເຖິງ 38 ສ່ວນຮ້ອຍ.