ເຈົ້າໜ້າທີ່ກ່ຽວຂ້ອງ ຈາກຫ້ອງການຄວບຄຸມ ຢາເສບຕິດ ແຂວງພາກເໜືອ, ປະຕິເສດ ຂ່າວລື ເຣື້ອງແຫລ່ງຜລິດ ຢາເສບຕິດ ທີ່ຍ້າຍສຖານທີ່ ຜລິດມາຢູ່ໃນ ສປປລາວ ວ່າບໍ່ມີມູນ ຄວາມຈິງ ແລະຍັງກ່າວວ່າ ຢາເສບຕິດທີ່ ລະບາດຢູ່ໃນລາວ, ໃນປັດຈຸບັນນີ້ ເຫັນວ່າມາຈາກ ປະເທດເພື່ອນບ້ານ.
ຜູ້ສື່ຂ່າວຖາມ ທາງຫ້ອງການຄວບຄຸມ ແລະປາບປາມ ຢາເສບຕິດ ແຂວງພາກເໜືອ ໃກ້ກັບສາມຫລ່ຽມຄຳ ກໍໄດ້ຮັບຄຳຕອບ ວ່າເປັນພຽງ ຂ່າວລື ໂດຍທີ່ບໍ່ມີມູນ ຄວາມຈິງ, ດັ່ງເຈົ້າໜ້າທີ່ເວົ້າວ່າ:
"ເຂົ້າມາຜ່ານທາງ ສປປລາວ ສ່ວນຫລາຍນຳເຂົ້າ ມາທາງຕ່າງ ປະເທດພຸ້ນ ເປັນຕົ້ນແມ່ນທາງ ພາກເໜືອ ທີ່ຕິດກັບຊາຍແດນ ພະມ່າເນ໋າະ ຈະນຳເຂົ້າມາ ທາງນັ້ນ ຫລາຍກວ່າໝູ່."
ເຈົ້າໜ້າທີ່ກ່ຽວຂ້ອງ ເວົ້າຕໍ່ໄປວ່າ ທາງການລາວ ພຍາຍາມ ສະກັດກັ້ນ ຢາເສບຕິດ ຢ່າງເດັດຂາດ ບໍ່ໃຫ້ເລັດລອດ ເຂົ້າມາໃນລາວ ແຕ່ກໍຍອມຮັບວ່າ ສະກັດກັ້ນ ບໍ່ໄດ້ໝົດ ເພາະຊາຍແດນມີ ຄວາມຍາວ ຈຶ່ງບໍ່ສາມາດ ເບິ່ງແຍງ ໃຫ້ທົ່ວເຖິງໄດ້. ສຳລັບຂ່າວລື ທີ່ວ່າມີເຄືອຄ່າຍ ຜລິດຢາເສບຕິດ ແລະ ແຫລ່ງເກັບມ້ຽນຢາ ກ່ອນສົ່ງອອກໃຫ້ ລູກຄ້າ ຢູ່ແຂວງພາກເໜືອ ໃກ້ສາມຫລ່ຽມຄຳ ກໍບໍ່ມີຄວາມ ຈິງແຕ່ຢ່າງໃດ, ແຕ່ກໍຍອມຮັບວ່າ ໃນລາວ ມີການລະບາດ ຂອງຢາເສບຕິດ ເລື້ອຍໆມາ ນັບແຕ່ປີ2005 ໂດຍສະເພາະຢາບ້າ. ດັ່ງເຈົ້າໜ້າທີ່ທ່ານເກົ່າເວົ້າວ່າ:
"ບັນຫາທີນຶ່ງ ກໍປະເພດຢາບ້າ ນີ້ແຫລະ ຍັງລັກລອດຫລາຍຢູ່ ປັດຈຸບັນນີ້ ຍັງຄຸກຄາມ ຫລາຍຢູ່ ສອງມາກໍປະເພດ ເຮໂຣອິກເນ໋າະ"
ທີ່ຜ່ານມາ ແຫລ່ງຂ່າວທ້ອງຖິ່ນ ກ່າວອ້າງວ່າ ການລັກລອບຂົນສົ່ງ ຢາບ້າຈາກເຂດ ຊາຍແດນລາວ ຍັງມີຢູ່ເລື້ອຍໆ ຍ້ອນເຂົ້າໃຈວ່າ ມີໂຮງງານຜລິດ ຢາບ້າໃນລາວ ຊຶ່ງສ່ວນຫລາຍຈະ ມາຈາກເຂດເມືອງມອນ ແຂວງບໍ່ແກ້ວ, ເຂດບ້ານດົງ ເມືອງແກ່ນທ້າວ ແຂວງໄຊຍະບຸລີ ແລະ ເຂດບ້ານສອງຫ້ອງ ເມືອງຫີນບູນ ແຂວງຄຳມ່ວນ.
