ສປປລ ຕ້ອງການແບບແຜນ ທີ່ຈະຮ່າງ ກົດໝາຍ ອາສຍາກັມ ຂ້າມຊາດ
ສປປລາວ ຍັງບໍ່ມີແລະຕ້ອງການ ແບບແຜນຕົວຢ່າງ ເພື່ອຮ່າງກົດໝາຍ ກ່ຽວກັບອາສຍາກັມ ຂ້າມຊາດ.
-
ໂພໄຊສວັດ
2009-09-04 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ກະຊວງ ຍຸຕິທັມ ຂອງລາວເວົ້າວ່າ, ລາວຍັງບໍ່ໄດ້ ນຳເອົາສົນທິສັນຍາ ວ່າດ້ວຍການ ຕໍ່ຕ້ານປາບປາມ ອາສຍາກັມຂ້າມຊາດ ໄປຮ່າງເຂົ້າໃນ ກົດໝາຍຂອງ ປະເທດ, ຕາມທີ່ລາວ ແລະອົງການສາກົນ ໄດ້ຕົກລົງກັນໄວ້, ຍ້ອນວ່າລາວ ຍັງບໍ່ມີແບບແຜນ ໂຕຢ່າງໃນການຮ່າງ ກົດໝາຍດັ່ງກ່າວ.
ເຖິງຢ່າງໃດກໍດີ ລາວກໍມີກົດໝາຍ ອາສຍາກັມກ່ຽວກັບ ການກະທຳຜິດ ແລະການລົງໂທດ ຜູ້ທີ່ເຮັດຜິດ, ສ່ວນສົນທິສັນຍາ ສາກົນນັ້ນ ກໍມີການສຶກສາ ຄົ້ນຄວ້າ ແລະ ປຶກສາຫາລື ກັນຢູ່. ດັ່ງເຈົ້າໜ້າທີ່ລາວ ຈາກກະຊວງຍຸຕິທັມ ໄດ້ເວົ້າເປັນ ສຳນຽງໄທວ່າ:
"ເຂົາຕ້ອງການໃຫ້ ອອກເປັນ ກົດໝາຍສະເພາະ, ແຕ່ເຮົາບໍ່ມີໂຕຢ່າງ ມັນຈະຕ້ອງມີ ເຂົາເອີ້ນວ່າ model tips model ຂອງກົດໝາຍ, ແຕ່ເຮົາກໍສຶກສາ ຄົ້ນຄວ້າ ແລະປຶກສາຫາລື ກັນຢູ່, ພຍາຍາມຈະໃຫ້ ອອກຕາມທາງ ອົງການສາກົນ."
ເຈົ້າໜ້າທີ່ ເວົ້າຕໍ່ອີກວ່າ ສຳລັບການ ຮ່າງກົດໝາຍ ດັ່ງກ່າວນີ້ ທີ່ຜ່ານມາກໍມີ ການຊຸກຍູ້ຈາກ ອົງການນາໆຊາດ ໃຫ້ເອົາ ສົນທິສັນຍາ ດັ່ງກ່າວມາປ່ຽນແປງ ໃຫ້ມີມາຕຖານ ແລະບັງຄັບໃຊ້ ໃນການລົງໂທດ, ໃຫ້ສເມີພາບກັນ ລະຫວ່າງປະເທດ ທີ່ເຊັນສັນຍາ ຍ້ອນວ່າບັນຫາ ອາສຍາກັມຂ້າມຊາດ ເປັນປະເດັນ ທີ່ຮຸນແຮງ. ເຖິງຢ່າງໃດກໍດີ ລາວກໍໄດ້ ປ່ຽນແປງກົດໝາຍ ອາຍາຂອງຕົນ ໃນການລົງໂທດ ຜູ້ເຮັດຜິດ, ເພື່ອໃຫ້ສອດຄ່ອງກັບ ສັນຍາດັ່ງກ່າວ. ດັ່ງເຈົ້າໜ້າທີ່ ຜູ້ດຽວກັນ ອະທິບາຍອີກວ່າ:
"ເຂົາມີແຕ່ປ່ຽນ ກົດໝາຍອາຍາ ປ່ຽນການເຮັດຜິດ ການລົງໂທດ ເຂົ້າໃນກົດໝາຍ, ແຕ່ວ່າບໍ່ມີກົດໝາຍ ສະເພາະ ບໍ່ມີການຍົກຮ່າງ ຈຶ່ງບໍ່ຖືກຕາມ ຄວາມຕ້ອງການ ຂອງອົງການສາກົນ."
ທ່ານ Gary Lewis ຜູ້ແທນສຳນັກງານ UNODC ປະຈໍາພູມີພາກ ເອເຊັຍປາຊີຝິກ ໄດ້ກ່າວເນັ້ນວ່າ, ບັນຫາການກໍ່ ອາສຍາກັມຂ້າມຊາດ ເປັນພັຍອັນຕະລາຍ ຮ້າຍແຮງທີ່ ຄຸກຄາມມະນຸດຊາດ, ດັ່ງນັ້ນບັນຫານີ້ ຈຶ່ງໄດ້ຮັບ ຄວາມສົນໃຈຫລາຍຂື້ນ ໃນທົ່ວໂລກ, ດັ່ງນັ້ນຈຶ່ງຊຸກຍູ້ ໃຫ້ປະເທດ ສະມາຊິກ ສົນທິສັນຍາ ໄດ້ນຳເອົາໄປ ປະກອບເປັນກົດໝາຍ ໃນປະເທດຂອງຕົນ.