ທະນາຍ ລໍຖ້າພົບ ຜູ້ຕ້ອງຫາ

ທະນາຍຄວາມ ວ່າຄະດີ ຂອງຍີງສາວ ຊາວອັງກິດ ທີ່ຖືກຈັບ ພ້ອມກັບ ຢາເສພຕິດ ຍັງບໍ່ແຈ້ງຂາວ ເທື່ອ ໃນປັຈຈຸບັນ ນີ້

0:00 / 0:00

ຍານາງ Anna Morris ຜູ້ເປັນ ທະນາຍຄວາມ ຈາກມູລນິທິ ຊາວອັງກິດ ທີ່ຫາກໍເດີນ ທາງມາເຖີງ ນະຄອນຫລວງ ວຽງຈັນ ເພື່ອຕິດຕາມ ໃຫ້ຄວາມຊ່ວຍເຫລືອ ແກ່ນາງ Samantha Orobator ອາຍຸ 20 ປີ ທີ່ມີກຳໜົດ ນຳຂື້ນດຳເນີນ ຄະດີສາລ ຢ່າງເປັນທາງກາຣ ພາຍໃນສັປດາ ນີ້ນັ້ນວ່າ ຕົນຍັງຢູ່ໃນ ສະພາບ ຄວາມມືດມົນ ເພາະຍັງບໍ່ທັນ ໄດ້ພົບກັບ ຜູ້ຕ້ອງຫາ ເພື່ອຮັບຟັງ ຄວາມເປັນຈີງ ແຕ່ຢ່າງໃດເທື່ອ.

ນາງ Samantha ຖືກຈັບເຂົ້າຄຸກ ພາຍຫລັງທີ່ທາງ ເຈົ້າໜ້າທີ່ພົບ ເຫັນມີຢາ ເຮໂຣອິນ 680 ກຣາມ ໃນຄອບຄອງ ກ່ອນທີ່ນາງ ຈະເດີນທາງອອກ ຈາກສນາມບິນ ວັດໄຕ ໄປຍັງບາງກອກ ໃນເດືອນ ສິງຫາ ຜ່ານມາ. ອີງຕາມກົດໝາຍ ຂອງທາງກາຣ ສປປລາວ ແລະຖ້າຫາກ ທາງກາຣສາລ ຕັດສິນໃຫ້ນາງ ມີຄວາມຜິດຕາມ ກາຣກ່າວຫານັ້ນ ນາງກໍຈະຕ້ອງ ຖືກປະຫາຣ ຊີວີຕ ດ້ວຍກາຣຍີງເປົ້າ.

ເຖີງຢ່າງໃດ ກໍຕາມ ຍານາງ Anna Morris ໄດ້ແຈ້ງຕໍ່ທາງ ສື່ມວລຊົນວ່າ: ຍານາງ ມີກຳໜົດທີ່ ຈະໄດ້ຮັບ ອະນຸຍາຕ ໃຫ້ເຂົ້າພົບພໍ້ ກັບນາງ Samantha ໃນຕອນບ່າຍຂອງ ມື້ວັນອັງຄາຣ ທີ່ 5 ພຶສພາ ນີ້ ແຕ່ກໍຍັງ ບໍ່ທັນຮູ້ ເປັນທີ່ແນ່ນອນ ວ່າຈະໄດ້ພົບ ແທ້ຫລືບໍ ເພາະທຸກສີ່ງ ທຸກຢ່າງແມ່ນ ຂື້ນຢູ່ກັບທາງ ເຈົ້າໜ້າທີ່ ທາງກາຣ ສປປລາວ ແລະກໍບໍ່ທັນ ຮູ້ວ່າທາງກາຣ ລາວ ອະນຸຍາຕ ໃຫ້ນາງ Samantha ມີທະນາຍຄວາມ ໃຫ້ກາຣຊ່ວຍເຫລືອ ນາງຫລືບໍ?

ພ້ອມດຽວກັນນີ້ ທາງໂຄສົກ ປະຈຳສະຖານ ທູຕອັງກິດ ທີ່ບາງກອກ ກໍຍັງບໍ່ທັນ ໄດ້ຮັບກາຣ ຢືນຢັນວ່າ ຈະມີກາຣ ດຳເນີນຄະດີສາລ ໃນມື້ໃດ ກັນແທ້ ສ່ວນຜູ້ເປັນແມ່ ຂອງນາງ Samantha ກໍຍີ່ງມີ ຄວາມເປັນຫ່ວງ ນຳດ້ານສຸຂພາບ ຂອງຜູ້ເປັນລູກສາວ ໂດຽສະເພາະ ທີ່ວ່ານາງ Samantha ກໍມີກຳໜົດ ຄອດລູກ ໃນເດືອນ ກັນຍາ ທີ່ຈະມາ ເຖີງນີ້.