ບັນຫາດັ່ງກ່າວ ຫລາຍຝ່າຍ ກໍມີຄວາມກັງວົນ ແລະ ຢາກໃຫ້ຊ່ວຍກັນ ແກ້ໄຂຮ່ວມກັນ ຢ່າງແທ້ຈິງ ເນື່ອງຈາກວ່າ ມັນກະທົບ ຕໍ່ການແລ່ນເຮືອ ການຂົນສົ່ງສິນຄ້າ ການໃຊ້ນໍ້າ ເພື່ອການອຸປະໂພກ-ບໍຣິໂພກ, ຕາມທີ່ທ່ານ ສັກສິດ ຕຣີເດດ ຫົວໜ້າ ຫ້ອງວ່າການ ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ຂອງໄທ ໄດ້ເປີດເຜີຽ.
ທ່ານ ສັກສິດວ່າ ຄະນະກໍາມາທິການແມ່ນໍ້າຂອງ ໄດ້ຂໍຄວາມຮ່ວມມື ແລະ ຂໍຂໍ້ມູນຈາກຈີນ ເພື່ອໃຊ້ເຂົ້າໃນການສືກສາ ການໄຫລ ຂອງແມ່ນໍ້າຂອງ ຫລື ບັນຫາອຸທົກກະສາດ. ທ່ານ ສັກສິດວ່າ ນອກຈາກນີ້ ທີ່ປະຊຸມ ຕົກລົງກັນ ວ່າ ພາຍໃນສັປດາໜ້ານີ້ ຈະສົ່ງ ໜັງສືປະສານງານ ໄປຍັງຜູ້ແທນ ປະເທດຈີນ ປະຈໍາສໍານັກງານ ສະຫະປະຊາຊາດ ທີ່ນະຄອນນີວຢອກ ເພື່ອຂໍຄວາມຮ່ວມມື ໃນການແກ້ໄຂບັນຫາ. ທ່ານວ່າ ໃນເບື້ອງຕົ້ນ ຂອງກອງປະຊຸມນັ້ນ ຝ່າຍລາວ ໄດ້ແຈ້ງວ່າ ໄດ້ຫາລື ກັບທາງການຈີນແລ້ວ ແລະ ຈີນ ກໍວ່າ ຕົນໄດ້ຮັບ ຜົນກະທົບ ເຊັ່ນກັນ, ເຮືອຂົນສົ່ງສິນຄ້າ ແລ່ນບໍ່ໄດ້.
ນອກຈາກນີ້ ຍັງເວົ້າວ່າ ຝ່າຍລາວ ໄດ້ສະເໜີໃຫ້ 4 ປະເທດ ທີ່ເປັນສະມາຊິກ MRC ຄື ກໍາພູຊາ ສປປ ລາວ ໄທ ແລະ ວຽດນາມ ດໍາເນີນການທາງການທູດ ໄປຍັງ ປະເທດຈີນ ຊື່ງເປັນປະເທດ ຄູ່ເຈຣະຈາ ອາຊຽນ ແລະ ມີເຂື່ອນຫລາຍເຂື່ອນ ກັ້ນນໍ້າຂອງໄວ້ ໂດຍຜ່ານ ກະຊວງການຕ່າງປະເທດ ເພື່ອໃຫ້ຈີນເຫັນ ຄວາມສໍາຄັນ ໃນການຫາທາງອອກ ເພື່ອແກ້ໄຂບັນຫາ ຮ່ວມກັນ.
