ຢາບ້າ ແຜ່ລະບາດ ໃນແຂວງຫົວພັນ

ຢາບ້າ ແຜ່ລະບາດ ຫລາຍກ່ວາ ຢາເຮໂຣອິນ ໃນແຂວງຫົວພັນ ເນື່ອງຈາກວ່າ ເຈົ້າໜ້າທີ່ ຂາດເຂີນ ພາຫະນະ ໃນການປາບປາມ.

ເຈົ້າ​ໜ້າ​ທີ່ຄະນະ​ກັມມະ​ການ​ ຄວບ​ຄຸມ​ຢາ​ເສບ​ຕິດແຂວງ​ຫົວພັນ​ ​ເປີດ​ເຜີຽວ່າການ​ແຜ່​ລະບາດ ​ຂອງ​ຢາ​ບ້າ​ໃນ​ແຂວງ​ຫົວພັນ​ມີ​ຢູ່ ຢ່າງ​ກ້ວາງ​ຂວາງ, ​ແລະ​ ມີຫລາຍ​ກ່ວາຢາ​ເຮ​ໂຣອີນ, ແລະ ວ່າຍັງ​ຂາດ​ເຂີນ ພາຫາ​ນະ ​ຫລາຍ​ຢ່າງ​ ທີ່​ຈໍ​າກັດ ​ຄວາມ​ສາມາດ ​ຂອງ​ເຈົ້າ​ໜ້າ​ທີ່, ​ແຕ່ກໍ​ໄດ້ ​ພະຍາຍາມ ​ປາບ​ປາມສຸດຂີດ.

"ບັນຫາ ທີ່ ວ່າ ຢູ່ ແຂວງ ຫົວພັນ ຍັງ ຕ້ອງ ເອົາ ໃຈ ໃສ່ ແມ່ນ ບັນຫາ ຢາ ບ້າ . ບັນຫາ ຢາ ບ້າ ຈະ ມີ ການ ແຜ່ ຂະຫຍາຍ ຫລາຍ ກ່ວາ ​. ຢາ ເຮ ໂຣອີນ ມັນ ກໍ ຍັງ ມີ ຢູ່ ໃນ ຂອບ ເຂດ ຈໍ າກັດ ຢາ ບ້າ ມີ ການ ແຜ່ ກ້ວາງ ຫລາຍ ກ່ວາ "

ທ່ານ​ວ່າການ​ປາບ​ປາມ ​ຢາ​ເຮ​ໂຣອີນ ສະດວກ​ກ່ວາປາບ​ປາມ​ຢາ​ບ້າ​ເພາະວ່າຢາ​ເຮ​ໂຣອີນ ມັນ​ມີ​ ຢູ່​ໃນ​ຂອບ​ເຂດ ​ຈໍ​າກັດ, ສ່ວນ​ ຢາ​ບ້າ​ນັ້ນມັນ​ແຜ່​ລາມ​ ໄປ​ໝົດ​ ທຸກ​ເຂດໝູ່​ບ້ານ. ທ່ານ​ວ່າ ການ​ນໍາ​ເອົາ ​ຢາ​ບ້າ​ເຂົ້າ​ມາ ​ໃນ​ແຂວງ​ຫົວພັນ​ນີ້​ໂດຍ​ມາກ​ແມ່ນ ​ເອົາ​ມາ ​ທາງ​ຣົຖ, ຣົຖ​ໂດຍສານ​ແລະ ຣົຖສ່ວນ​ຕົວ​ໂດຍ​ແມ່ນ​ບຸກຄົນ​ ໃນ​ແຂວງນີ້​ ຈໍ​ານວນ​ນື່ງສົມທົບ​ກັບ ພວກ​ຄ້າ​ຢາ​ບ້າມາ​ແຕ່​ແຫ່ງ​ອື່ນ.

"ພໍ່ຄ້າ ໃຫ່ຽ ທີ່ ເປັນ ຄົນ ຕ່າງ ຊາດ ຖື ວ່າ ຢູ່ ທາງ ແຂວງ ຫົວພັນ ບໍ່ ທັນມີ . ຕົວ ແທນ ເຂົ້າ ໄປ ແຕ່ ວ່າ ສ່ວນ ຫລາຍ ເປັນ ຄົນ ທ້ອງ ຖິ່ນ ແລະ ກໍ ຄົນ ຕ່າງ ແຂວງ . ບາງ ເທື່ອ ກໍ ຄົນ ໝູ່ ບ້ານ ໄປ ຮັບ ມາ ແລ້ວ ກໍ ຂາຍ ແຍກ ກັນ ."

​ເຈົ້າ​ໜ້າ​ທີ່​ ປາບ​ປາມຢາ​ເສບ​ຕິດ​ລາວ ​ວ່າການ​ປາບ​ປາມ ​ຢາ​ເສບ​ຕິດ ​ໃນ​ແຂວງ​ຫົວພັນ ​ນີ້ ກໍ​ມີ​ ຄວາມ​ຍຸ່ງຍາກ ​ສົມຄວນຍ້ອນ​ວ່າ ຍັງ​ຂາດ​ເຂີນພາຫາ​ນະ​ ຫລາຍ​ຢ່າງ​ ​​ເຊັ່ນ​ວ່າ​ຣົຖ​ເຄື່ອງມື ​ຕິດ​ຕໍ່-ສື່ສານພະນັກງານ​​ ໃຫ້​ຂ່າວ​ເປັນ​ຕົ້ນ. ການ​ປາບ​ປາມ ​ຢາ​ເສບ​ຕິດ ​ໃນ​ບາງ​ປະ​ເທດ​ນັ້ນອາ​ໃສ​ເຄື່ອຄ່າ​ຍ ຂອງການຈັດ​ຕັ້ງ​ ມວນ​ຊົນ ​ໃນ​ແຕ່ລະ​ທ້ອງ​ຖິ່ນ ​ເປັນ​ຫລັກ.