ການຕໍ່ຕ້ານ ຢາເສບຕິດ ແຂວງ ຜົ້ງສາລີ
ປະຊາຊົນ ທ້ອງຖິ່ນ ແຂວງຜົ້ງສາລີ ຕິດຝິ່ນຫລາຍຂື້ນ ກ່ວາແຕ່ກ່ອນ
-
ໂພໄຊສວັດ
2009-02-24 -
-
-
Your browser doesn’t support HTML5 audio
ປັດຈຸບັນນີ້ ສະຖານະການ ກ່ຽວກັບຢາເສບຕິດ ໃນສປປລາວ ໂດຍສະເພາະ ຢູ່ແຂວງຜົ້ງສາລີ ຈາກການສຳຣວດ ທີ່ບໍ່ເປັນທາງການ ພົບວ່າມີປະຊາຊົນ ພາຍໃນ ແຂວງ ກັບມາຕິດຝິ່ນ ແລະຂະຫຍາຍການ ເພາະປູກຫລາຍຂື້ນ ເຖິງແມ່ນວ່າຈະ ມີແຜນການຄວບຄຸມ ແລະປາບປາມ ດັ່ງເຈົ້າໜ້າທີ່ ຈາກຫ້ອງການຕໍ່ຕ້ານ ຢາເສບຕິດ ແຂວງຜົ້ງສາລີ ອະທິບາຍໃນຕອນນຶ່ງວ່າ:
ກໍມີແຜນຕ້ອງ ໄດ້ຕັດຄືນເຝົ້າລະວັງ ພວກທີ່ເສບຄືນຫັ້ນ ຕົວຢ່າງເຮົາຕັດ ໄປແລ້ວ ມັນຈະເສບຄືນ ເນ໋າະຕ້ອງໄດ້ເກັບ ກຳຂໍ້ມູນໂຕເລກຄົນ ທີ່ເຂົາເຈົ້າຕິດ ມີທໍ່ໃດບາດ ນີ້ຜູ້ທີ່ຕິດຝິ່ນ ໄປແລ້ວທໍ່ໃດ໋ ຜູ້ທີ່ເສບຄືນ ທໍ່ໃດ໋
ທ່ານເວົ້າຕໍ່ໄປວ່າ ປະຊາຊົນໂດຍ ສະເພາະພວກທີ່ ຢູ່ຫ່າງໄກສອກຫລີກ ຈະກັບມາປູກ ຝິ່ນຄືນ ເພາະການກະເສດ ທີ່ກຳລັງເຮັດຢູ່ ບໍ່ໄດ້ຣາຄາດີ ນອກຈາກນີ້ ຢາຝິ່ນກໍ ມີຄວາມຕ້ອງການ ຕາມທ້ອງຕລາດ ແລະຍັງມີຜູ້ມາ ຮັບຊື້ຢູ່ຢ່າງ ຕໍ່ເນື່ອງ ພວກຂະເຈົ້າຮູ້ວ່າ ຝິ່ນເປັນຢາເສບຕິດ ທີ່ບໍ່ດີ ແຕ່ກໍຕ້ອງໄດ້ເຮັດ ເພາະ ເປັນລາຍໄດ້ດີກວ່າ ອາຊີບອື່ນໆ.
ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ທາງການ ແຂວງຝົ້ງສາລີ ກໍມີແຜນການ ສະກັດກັ້ນຈັບກຸມ ທັງຜູ້ຜະລິດ ແລະຜູ້ເສບ ແຕ່ສະພາບຄວາມ ເປັນຈິງ ຍັງປະຕິບັດ ບໍ່ໄດ້ຜົນ ເທົ່າທີ່ຄວນ.
ທ່ານ ພັນເອກ ໄຊຍະກອນ ຫົວໜ້າຫ້ອງການ ກະຊວງປ້ອງກັນ ຄວາມສງົບ ສປປລາວ ເປີດເຜີຍ ນະໂຍບາຍ ການສກັດກັ້ນ ຢາເສບຕິດ ເມື່ອບໍ່ດົນມາ ນີ້ວ່າລະບົບ ການທຳງານຂອງ ທາງການກໍໄດ້ ຜົນດີກວ່າແຕ່ກ່ອນ ເພາະວ່າການແກ້ໄຂ ບັນຫາຢາເສບຕິດໄດ້ ຫລຸດລົງຢ່າງຫລວງຫລາຍ.
ຜູ້ຕາງໜ້າຈາກ ອົງການ UNODC ຫລື ອົງການສະຫະ ປະຊາຊາດ ຕໍ່ຕ້ານຢາເສບຕິດ ເປີດເຜີຍວ່າ ປັດຈຸບັນນີ້ ຢູ່ ສປປລາວ ມີປະຊາຊົນ ກັບຄືນມາປູກ ຝິ່ນ ແລະ ປະກອບອາຊີບ ກ່ຽວຂ້ອງກັບຢາ ເສບຕິດຫລາຍຂື້ນ ຍ້ອນຂາຍໄດ້ຣາຄາດີ ໃນຂະນະດຽວກັນ ທາງການກ່ຽວຂ້ອງ ກໍໄດ້ຮ່ວມມືກັບ ປະເທດເພື່ອນບ້ານ ແລະອົງການ ນາໆຊາດເພື່ອ ຫາທາງແກ້ໄຂ ຢູ່ຢ່າງຕໍ່ເນື່ອງ.