ແມ່ ນັກໂທດ ຫ່ວງນຳຄະດີ ລູກສາວ

ແມ່ຂອງນັກໂທດ ຍີງຊາວອັງກິດ ທີ່ຖືກຄຸກ ໃນລາວ ມີຄວາມຢ້ານກົວ ຕໍ່ຊາຕາກັມ ລູກສາວຂອງນາງ ທີ່ຈະຖືກ ສານລາວ ດຳເນີນ ຄະດີ ກ່ຽວກັບ ຢາເສບຕິດ.

0:00 / 0:00

ນັກໂທດຍີງ ຊາວອັງກິດ ຜູ້ທີ່ຖືພາ ທີ່ຈະຖືກ ນຳຂື້ນສານ ໃນລາວ ຍອ້ນມີ ຢາເສບຕິດ ປະເພດ Heroin ຢູ່ໃນຄອບຄອງ ໃນປາຣິມານ 0.68 ກິໂລກຣາມ ອາດຖືກປະຫານ ຊີວີດ ຖ້າສານຕັດສີນ ວ່ານາງມີ ຄວາມຜີດ.

ແມ່ຂອງນາງ ໄດ້ໃຫ້ສັມພາດ ຕໍ່ສຳນັກ ຂ່າວສານ SkY news ທີ່ກຸງ ລອນດອນ ໃນມື້ ວັນອາທີດ ນີ້ວ່ານາງມີ ຄວາມຢ້ານກົວ ໃນການຕັດສີນ ຂອງສານລາວ ໃນຄະດີ ລູກສາວຂອງນາງ ຊື່ງນາງເອງ ກໍ່ບໍ່ຮູ້ວ່າ ມີຫຍັງເກີດຂື້ນ ກັບລູກສາວ ຂອງນາງໃນລາວ.

ຫັລງຈາກອອກຂ່າວ ວ່າລູກຂອງນາງ ຈະຖືກນຳ ຂື້ນສານລາວ ກ່ຽວກັບຄະດີ ຢາເສບຕິດ ໃນມື້ວັນຈັນ ນາງຫາກໍຮູ້ ວ່າລູກຂອງນາງ ຖືກກັກຂັງ ແລະ ຖືພາໃນລາວ ຊື່ງກອ່ນການ ຈັບກຸມ ລູກຂອງນາງ ບໍ່ໄດ້ຖືພາ ແຕ່ຢ່າງໃດ.

ລາຍງານ ຣະບຸວ່ານາງ Samantha Orobator ວັຍ 20 ປີ ເກີດທີ່ປະເທດ ໃນເຈີເຣັຽ ເຕີບໂຕທີ່ ອັງກິດ ຈະຖືກສານລາວ ດຳເນີນຄະດີ ກ່ຽວກັບ ຢາເສບຕິດ ໃນສອງສາມມື້ ຂ້າງຫນ້າ ນາງຖືກຈັບທີ່ ສນາມບີນ ວັດໃຕ ວ່າງປີກ່ອນ ຍ້ອນມີ ຢາເສບຕິດ ຢູ່ໃນຄອບຄອງ ປະມານ 0.68 ກິໂລກຣາມ ຫລືປະມານ 1.5 ປອນ ຕາມກົດຫມາຍ ສປປລາວ ນາງອາຈຖືກ ປະຫານຊີວີດ ດ້ວຍການຍີງເປົ້າ.