ສະແມນຕາ ພົບກັບ ທະນາຍ
ຍິງສາວຊາວອັງກິດ ທີ່ຖືກຕູ່ຫາຄະດີ ຄ້າເສບຕິດ ຢູ່ລາວນັ້ນ ພົບປະກັບ ທະນາຍຄວາມ.
-
ອາວະຣີ
2009-05-14 -
-
-
Your browser doesn’t support HTML5 audio
ເມື່ອວັນອັງຄານ ທີ່ຜ່ານມາ ນາງ Anna Morris ທະນາຍຄວາມ ຈາກອົງການ ຊ່ວຍເຫຼືອ ການກຸສົນທີ່ ອັງກິດ ທີ່ມີຊື່ວ່າ Reprieve ໄດ້ພົບປະ ເປັນຄັ້ງທຳອິດ ກັບນາງ Samantha Orobator ຍິງສາວຊາວ ອັງກິດ ທີ່ຖືກຕ້ອງຫາ ຄະດີ ຄ້າຢາເສບຕິດ ຢູ່ລາວນັ້ນ.
ນາງ Morris ເວົ້າວ່າ ໃນໂອກາດ ພົບປະນັ້ນ ນາງບໍ່ໄດ້ ໂອ້ລົມກັບ ລູກຄ້າ ໂຕຕໍ່ໂຕເລີຍ ເພາະມີ ເຈົ້າໜ້າທີ່ ທາງການລາວ ເຂົ້າຮ່ວມນຳເຖິງ 10 ຄົນ ໃນນັ້ນມີທັງ ເຈົ້າໜ້າທີ່ ຂັ້ນສູງຂອງລາວ.
ທາງການລາວ ໄດ້ຈັດໃຫ້ພົບ ໃນຫ້ອງປະຊຸມ ໃຫຍ່ແຫ່ງນຶ່ງ ທີ່ມີໂຕະໃຫຍ່ ຍາວຕັ້ງຢູ່ ເຄິ່ງກາງ; ນາງ Orobator ນັ່ງຢູ່ສົ້ນໂຕະ ເບື້ອງນຶ່ງ ແລະທະນາຍຄວາມ ນັ່ງຢູ່ອີກ ເບື້ອງນຶ່ງ ບໍ່ໃກ້ກັນເລີຍ ແລະກໍບໍ່ໄດ້ ປຶກສາຫາລື ກັນຢ່າງລັບໆໄດ້.
ນາງ Orobator ມີແຕ່ຖາມ ເຈົ້າໜ້າທີ່ ທາງການລາວວ່າ ປານໃດສານຈຶ່ງ ພິຈາຣະນາ ຄະດີ ຂອງນາງ. ນາງ Morris ທະນາຍຄວາມ ກ່າວທາງ ໂທຣະສັບ ຈາກ ລາວຕໍ່ກອງປະຊຸມ ນັກຂ່າວທີ່ ນະຄອນຫລວງ ລອນດອນ ປະເທດອັງກິດ ອີກວ່າ ນາງຈະມີໂອກາດ ພົບປະ ກັບລູກຄ້າ ຄັ້ງດຽວເທົ່ານີ້ ກ່ອນຈະຂື້ນສານ; ນາງ Orobator ເວົ້າວ່າ ນາງອຸກໝົກອຸກໃຈ ຫລາຍ ແລະລູກຢູ່ທ້ອງ ກໍເລິ້ມເໜັງ ຕີງແລ້ວ.
ໃນຕອນທ້າຍ ທະນາຍຄວາມ ເວົ້າວ່າ ນາງບໍ່ຢາກໃຫ້ ມີການເລື່ອນ ເວລາຂອງການ ດຳເນີນຄະດີ ອອກໄປອີກ ເພາະອາດຈະເປັນ ອັນຕະຣາຍຕໍ່ ສຸຂພາບຂອງແມ່ ແລະລູກນ້ອຍ.
ທາງການລາວ ກຳນົດ ຈະພິຈາຣະນາ ຕັດສິນຄະດີ ຕໍ່ນາງ Orobator ພາຍໃນສັປດານີ້ ແລະຈົນເຖິງ ວັນພຸດ ກໍຍັງບໍ່ທັນມີ ການດຳເນີນ ຄະດີ ນີ້ເທື່ອ.
ທາງການລາວ ເວົ້າວ່າ ຈະບອກ ວັນເວລາການ ດຳເນີນຄະດີ 48 ຊົ່ວໂມງກ່ອນ. ໃນເວລາພົບ ປະກັນເມື່ອ ວັນອັງຄານ ຕໍ່ຄຳຖາມຂອງ ນາງ Orobator ທີ່ວ່າ ປານໃດຈະມີ ການດຳເນີນ ຄະດີນັ້ນ ເຈົ້າໜ້າທີ່ລາວ ຕອບວ່າ ປັດຈຸບັນ ສານກຳລັງ ກະຕຽມຢູ່ ແຕ່ບໍ່ຍັງບໍ່ຮູ້ ແນ່ນອນວ່າ ມື້ໃດ.