ຣາຍງານຂ່າວ ຈາກທ້ອງຖິ່ນວ່າ ເມື່ອວັນທີ 30 ກັນຍາ ຜ່ານມານີ້, ເຈົ້າໜ້າທີ່ ຕໍາຣວດ ເມືອງອຸດອນ ໃນຂະນະທີ່ ປະຕິບັດງານ ລາດຕາເວນ ຕາມຖນົນ ໄດ້ພົບເຫັນ ຍິງສາວ ຈໍານວນນື່ງ ຢືນຢູ່ແຄມ ຖນົນ ທາງຍ່າງ ໃນຕົວເມືອງອຸດອນ ໂດຍພາກັນ ຈ່າວຂາຍ ບໍຣິການ ທາງເພດ ໃຫ້ຜູ້ຊາຍ ທີ່ຍ່າງ ຜ່ານໄປຜ່ານມາ ຕາມຖນົນ. ເຈົ້າໜ້າທີ່ ຕໍາຣວດ ສົງໃສກໍເລີຍເຂົ້າໄປ ຈັບ.
ຍິງສາວເລົ່ານີ້ ສາຣະພາບ ວ່າ ເປັນປະຊາຊົນລາວ ມາຈາກ ນະຄອນວຽງຈັນ, ທຸກຄົນ ມີໜັງສືເດີນທາງເຂົ້າປະເທດ ຜ່ານດ່ານ ຂົວມິຕະພາບແບບຖືກຕ້ອງ. ຍິງສາວ ຈໍານວນນີ້ມີອາຍຸ ລະຫ່ວາງ 19-32 ປີ. ຫລັງຈາກ ຖືກຈັບແລ້ວ ເຈົ້າໜ້າທີ່ ຕໍາຣວດ ກໍໄດ້ນໍາຕົວໄປ ແລະ ດໍາເນີນການ ຕາມລະບຽບ ກົດໝາຍ ຂອງປະເທດ. ບັນຫາ ຜູ້ຍິງລາວ ເດີນທາງ ເຂົ້າມາ ຂາຍບໍຣິການ ທາງເພດ ໃນປະທດໄທນີ້ມັນໄດ້ກາຍເປັນເຣື້ອງ ຊີວິດການເປັນຢູ່ ຂອງຜູ້ທີ່ ບໍ່ມີທາງເລືອກ ມາໄດ້ຫລາຍປີແລ້ວ.
ເມື່ອເຈົ້າໜ້າທີ່ ສອບຖາມ ເຂົາເຈົ້າ ກໍບອກ ຄວາມຈິງ ໂລດວ່າຢູ່ລາວ ບໍ່ຮູ້ວ່າ ຈະຫາຢູ່ຫາກິນ ແນວໃດ, ບໍ່ມີວຽກເຮັດ. ຍິງສາວ ທີ່ດໍາຣົງ ກິດຈະກໍາ ຊີວິດ ແບບນີ້ ສ່ວນມາກ ແມ່ນມາຈາກ ເຂດຊົນະບົດ ຕ່າງແຂວງ.
ໃນວັນດຽວກັນນີ້ ເຈົ້າໜ້າທີ່ ດ່ານຂົວມິຕະພາບ ຝັ່ງເມືອງໜອງຄາຍ ຂອງໄທ ໄດ້ຈັບຜູ້ຍິງລາວ ຈາກເມືອງຫລວງພະບາງຄົນນື່ງອາຍຸ 25 ປີ ໃນຖານລັກລອບ ຢາບ້າ ເຂົ້າປະເທດ. ໃນເວລາທີ່ ເຈົ້າໜ້າທີ່ດ່ານກວດຄົນ ເຂົ້າເມືອງ ຂອງໄທກວດຕົວ ຜູ້ຍິງລາວ ຄົນນີ້ ໄດ້ພົບເຫັນ ຢາບ້າ ຈໍານວນ 504 ເມັດ ຊຸກເຊື່ອງໄວ້ ຢູ່ໃນກັບ ເຂົ້າແປ້ງ ເຄື່ອງສໍາອາງ.
ລາວໄດ້ສາຣະພາບວ່າ ໄດ້ຮັບຈ້າງຂົນສົ່ງຢາ ຈາກແມ່ຄ້າ ໃນນະຄອນຫລວງວຽງຈັນ ເປັນຈໍານວນເງິນ 10,000 ບາດ ໂດຍ ໄດ້ຮັບເງິນລ່ວງໜ້າແລ້ວ 5,000 ບາດສ່ວນເຫລືອນັ້ນຈະໄດ້ຮັບຈາກລູກຄ້າຢູ່ທີ່ເມືອງອຸດອນຜູ້ທີ່ ຈະມາຮັບເອົາຢາຈາກນາງ.