UNODC ແລະ ກະຊວງຍຸຕິທັມ ແນະນຳການໃຊ້ ກົດໝາຍ ຕໍ່ຕ້ານ ການຄ້າມະນຸສ.
UNODC ຮ່ວມກັບກະຊວງ ຍຸຕິທັມ ຈັດກອງປະຊຸມ ເພື່ອແນະນຳການໃຊ້ ກົດໝາຍຕໍ່ຕ້ານ ການຄ້າມະນຸສ.
-
2009-09-02 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ຈາກ ອົງການປາບປາມ ຢາເສບຕິດ ແລະ ອາສຍາກັມ ສະຫະປະຊາຊາດ UNODC, ປະຈຳລາວ ເປີດເຜີຍວ່າ ຣະຫວ່າງວັນທີ 9ຫາ11ກັນຍາ 2009 UNODC ຮ່ວມກັບ ກະຊວງຍຸຕິທັມ, ຈະຈັດກອງປະຊຸມ ຢູ່ເມືອງຫ້ວຍຊາຍ ເພື່ອເຜີຍແຜ່ແນະນຳ ການໃຊ້ກົດໝາຍ ຕໍ່ຕ້ານ ການຄ້າມະນຸດ, ແກ່ບັນດາ ພນັກງານຣັຖ ແລະ ເຈົ້າໜ້າທີ່ຂັ້ນ ທ້ອງຖິ່ນ, ໂດຍຈະມີເຈົ້າໜ້າທີ່ ທາງການໄທ ເຂົ້າຮ່ວມນຳ, ເພື່ອແລກປ່ຽນ ຄວາມຄິດຄວາມເຫັນ. ດັ່ງເຈົ້າໜ້າທີ່ UNODC ອະທິບາຍວ່າ:
"ເຮົາຈະຈັດກອງປະຊຸມ ຢູ່ຫັ້ນເນາະ ມື້ວັນທີ9-10 ຈະເປັນການຈັດ awareness-rising ກ່ຽວກັບ human trafficking ແລະມື້ທີ 11 ຈະເປັນ Lao-Thai sharing information ກ່ຽວກັບ ການຄ້າມະນຸດ ຄືກັນ."
ນາງເວົ້າຕໍ່ວ່າ ຄວາມຮັບຮູ້ກົດໝາຍ ຕໍ່ຕ້ານ ການຄ້າມະນຸດ ຂອງພນັກງານຣັຖ ຍັງມີບໍ່ຫລາຍ, ເຮັດໃຫ້ຂະເຈົ້າ ບໍ່ຮູ້ພາລະ ໜ້າທີ່ການນຳໃຊ້ ກົດໝາຍ ເພື່ອກວດກາ ແລະປ້ອງກັນ, ຈຶ່ງເປັນອຸປສັກ ໃນການປາບປາມ ແລະເຮັດໃຫ້ຂະບວນ ການຄ້າມະນຸດ ຍັງດຳເນີນຢູ່.
ການຈັດກອງປະຊຸມ ກໍເພື່ອສ້າງຄວາມ ຕື່ນໂຕ, ຕໍ່ບັນຫາການ ຄ້າມະນຸດ ໃຫ້ແກ່ພນັກງານຣັຖ ແລະເຈົ້າໜ້າທີ່ ຂັ້ນທ້ອງຖິ່ນ, ແລະການເຊື້ອເຊີນ ໜ່ວຍງານດ້ານການ ຕໍ່ຕ້ານ ການຄ້າມະນຸດ, ຈາກປະເທດໄທ ເຂົ້າຮ່ວມ ກໍເພື່ອໃຫ້ ພນັກງານລາວ ໄດ້ຮຽນຮູ້ການ ປະຕິບັດໜ້າທີ່ ຮ່ວມກັບຝ່າຍໄທ ອັນເປັນປະເທດ ປາຍທາງທີ່ຄົນລາວ ຖືກຫລອກລວງໄປ.
ເຖິງຢ່າງໃດກໍຕາມ, ອີງຕາມສຳນັກງານ ຂ່າວສານ ປະເທດລາວ, ມື້ວັນທີ1ກັນຍາ 2009 ເປີດເຜີຍວ່າ, ປັດຈຸບັນນີ້ ມີຄົນງານລາວ ຫລາຍກວ່າ1ແສນຄົນ ທີ່ໄປ ເຮັດວຽກແບບ ບໍ່ລົງທະບຽນ ໃນປະເທດໄທ ແລະ ບໍ່ມີໜ່ວຍງານ ໃດຮູ້ວ່າໃນ ຈຳນວນດັ່ງກ່າວ ມີຄົນລາວຫລາຍ ປານໃດ ທີ່ຕົກເປັນເຫຍື່ອ ຂອງການ ຄ້າມະນຸດຢູ່.