ກົດໝາຍ ປາບປາມ ຢາເສບຕິດ

ທາງກາຣ ແຂວງວຽງຈັນ ມີນະໂຍບາຍ ທີ່ຈະປັບປຸງ ກົດໝາຍ ແລະ ກຳຈັດ ບັນຫາ ຢາເສພຕິດ.
ຫວາດ ສີມູນ ຣາຍງານ
2008.10.21

ບັນຫາຢາເສພຕິດ ຍັງມີແຜ່ຫລາຍ ໃນເຂແຂວງວຽງຈັນຈົນເທົ່າປັຈຈຸບັນນີ້ແຕ່ທາງກາຣ ກ່ຽວຂ້ອງກໍວ່າ ມີກາຣວາງແຜນ ເພື່ອປາບປາມ ແລະ ແກ້ໄຂ ໃຫ້ໄດ້ ດັ່ງເຈົ້າໜ້າທີ່ ໃນຄະນະກັມມະກາຣ ຄວບຄຸມແລະ ປ້ອງກັນ ຢາເສພຕິດ ຜູ້ໜື່ງໄດ້ກ່າວວ່າ:

ກາຣແກ້ໄຂ ດຽວນີ້ ແຂວງວຽງຈັນ ພວກເຮົາ ເອົາກົດໝາຍລົງໄປ ສຶກສາ ອົບຮົມໃຫ້ກຸ່ມ ເປົ້າໝາຍເພາະວ່າ ຣັຖບາເຮັດກົດໝາຍ ຢາເສພຕິດ ຫາທາງອອກນີ້ ຢາກໃຫ້ພວກເຮົາ ເອົາໄປເຜີຍ​​ແພ່ ໃຫ້ນັກງານໃຫ້ຂັ້ນເມືອງເພື່ອໃຫ້ເຜີຍແພ່ ໃຫ້ປະຊາຊົນ ເຂົ້າໃຈ

ເຈົ້າໜ້າທີ່ລາວ ​​ໄດ້ແຈ້ງ ເພີ່ມວ່າ: ສະເພາະນະໂຍບາຍເຜີຍແພ່ ດັ່ງກ່າວນີ້ແມ່ນສຳຫລັບແຕ່ໃນເຂແຂວງວຽງຈັນ ​​ເທົ່ານັ້ນ ຍ້ອນວ່າ ໃນເຂແຂວງອື່ນໆນັ້ນ ຍັງບໍ່ທັນໄດ້ ມີກາຣປະຊຸມຮ່ວມກັບ ໜ່ວຍງານທີ່ກ່ຽວຂ້ອງແຕ່ຢ່າງໃດເທື່ອແລະ ກໍໝັ້ນໃຈວ່າ ຄົງຈະບໍ່ມີບັນຫາໃດໆເພື່ອຈະນຳເອົາໄປເຜີຍແພ່ຕໍ່ປະຊາຊົນເພື່ອໃຫ້ເຂົ້າໃຈ ດັ່ງທີ່ ທ່ານໄດ້ກ່າວ ເພີ່ມອີກວ່າ:

ສ່ວນຫລາຍ ສ່ວນຢູ່ ຫ່າງໄກ ​ສອກຫລີກ ບໍ່ມີບັນຫາເພາະວ່າ ຕົວເມືອງນ້ອຍ ບໍ່ມີບັນຫາແຕ່ວ່າ ສ່ວນຫລາຍມັນມີຢູ່ໃນຕົວເມືອງ​​ໃຫຍ່ ບ່ອນຊຸມຊົນ ຕົວນີ້ມັນມີທ່າອ່ຽງ ສ່ວນຫລາຍດຽວນີ້ ຖ້າມາ ເບີ່ງທ່າອ່ຽງ ຢູ່ແຂວງພວກເຮົາ ສ່ວນຫລາຍ ພວກກັມມະກອນກັບນັກຮຽນ

ເຖີງຢ່າງໃດ ກໍຕາມທາງອົງກາຣ UNODC ກໍໄດ້ເນັ້ນ ໄວ້ວ່າ: ກາຣປ້ອງກັນ ແລະ ແກ້ໄຂບັນຫາຢາເສພຕິດ ເພື່ອຈະໃຫ້ໄດ້ ຜົລນັ້ນ ຈຳເປັນຕ້ອງມີ ກາຣປ່ຽນ ວິທີທາງ ຂອງກາຣດຳເນີນ ວຽກງານໃໝ່ ດ້ວຍກາຣຣະດົມໃຫ້ປະຊາຊົນ ໄດ້ຮູ້ ແລະ ເຂົ້າໃຈ ເຖີງບັນຫາອັນຕຣາຍ ຂອງຢາເສພຕິດເພື່ອ​​ເປັນກາຣໃຫ້ຄວາມຮູ້ ແລະ ສົ່ງເສີມ ໃນແຕ່ລະຄອບຄົວໃຫ້ເຂັ້ມແຂງ.

ພ້ອມດຽວກັນນີ້ ກໍຄວນຕ້ອງໃຫ້ມີທຸກພາຄສ່ວນ ຂອງປະຊາຊົນເຂົ້າມາ ມີບົທບາດໃນກາຣປ້ອງກັນແລະ ​​ແກ້ໄຂ ບັນຫາຢາເສພຕິດ ໃຫ້ໝົດສິ້ນໄປ ອອກຈາກ ກຸ່ມເຍົາວະຊົນລາວຢ່າງທົ່ວເຖີງກັນ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.