ແຜນລຸດຜ່ອນ ຄວາມຍາກຈົນ

ສປປລາວ ຕ້ອງການງົບປມານ 72 ລ້ານໂດລາ ສະຫະຣັດ ເພື່ອປະຕິຍັດ ແຜນແມ່ບົດ 5 ປີແຕ່ປີ 2009 ຫາປີ 2013-2014 ເພື່ອແກ້ໃຂຄວາມ ຍາກຈົນຂອງ ປະຊາຊົນ.

ສປປລາວ ປະສົບຜົນ ສໍາເຣັດ ໃນການປະຕິບັດ ໂຄງການລົບລ້າງ ການປູກຝີ່ນພາຍ ໃນປະເທດຕົນ ຕລອດມາ  ຊຶ່ງກໍເປັນໄປ ຕາມຖແລງການ ຂອງສະຫະປະ ຊາຊາດ ປີ1998 ທີ່ຮຽກຮ້ອງ ໃຫ້ທຸກປະເທດ ໃນໂລກ ປາບປາມ ຢາເສບຕິດແລະ ບໍ່ປູກຕົ້ນໄມ້ ທີ່ເປັນຢາເສບຕິດ ໃຫ້ໂທດ ເຊັ່ນໂຄເຄນ ຝິ່ນ ກັ່ນຊາ ຫລືອຶ່ນໆ  ຕາມຄໍາເວົ້າຂອງ ປະທານຄະນະ ກັມການແຫ່ງຊາດ ເພື່ອການຄວບຄຸມ ແລະກວດກາຢາ ເສບຕິດຂອງລາວ.

ໃນການໃຫ້ສັມພາດ ແກ່ນັກຂ່າວ ອາຣເອຟເອ ທີ່ນະຄອນຫລວງ ວຽງຈັນ ເມື່ອໄວໆມານີ້ ທ່ານສຸບັນ ສຣິທິຣາດ ກ່າວວ່າພາຍຫລັງ ທີ່ລາວປະກາດ ການລົບລ້າງ ການປູກຝີ່ນຢູ່ ລາວແຕ່ປີ 2006 ມາຕ່າງປະເທດ ໃຫ້ການຊ່ວຍເຫລືອ ແກ່ລາວໜ້ອຍລົງ ເພາະຄິດວ່າລາວ ລົບລ້າງ ການປູກຝີ່ນແລ້ວ ບໍ່ມີບັນ ຫາແລ້ວ..

ເງິນຊ່ວຍເຫລືອ ຜູ້ໃດມາຊ່ວຍ ກໍໜ້ອຍໆ ແມ່ນຢູ່ວ່າເປັນ ໜ້າທີ່ຂອງທຸກ ປະເທດ ແຕ່ວ່າຮອດ ປັຈຈຸບັນກໍ ເຫັນວ່າບໍ່ພຽງ ພໍຖ້າທຽບໃສ່ ຂອງອະເມຣິກາ ຊ່ວຍຢູ່ ແມັກຊິກໂກ ກໍ 4 ຕື້ ປີນຶ່ງ  ເຮົານີ້ມີແຕ່ 2-3 ລ້ານ 4 ລ້ານຖ້າໄລ່ໝົດ ແລ້ວປີນຶ່ງ.

ການຊ່ວຍເຫລືອຈາກ ຕ່າງປະເທດທີ່ ໜ້ອຍລົງມີສ່ວນ ເຮັດໃຫ້ ປະຊາຊົນລາວ ທີ່ເຊົາການ ປູກຝີ່ນແລ້ວ ຈໍານວນນຶ່ງ ກັບຄືນມາປູກ ຝີ່ນອີກ. ແລະເວລານີ້ ຣັຖບານ ລາວໄດ້ມີແຜນ ການແມ່ບົດໃນ ໄລຍະ 5 ປີຄືແຕ່ປີ 2009 ຫາປີ 2013-2014 ເພື່ອແກ້ໃຂຄວາມ ຍາກຈົນ ຂອງປະຊາຊົນ ເພື່ອບໍ່ໃຫ້ ປະຊາຊົນ ທີ່ເຊົາປູກຝີ່ນ  ກັບຄືນປູກອີກ. ໃນນັ້ນຕ້ອງການ ງົບປມານທັງໝົດ 72 ລ້ານໂດລາ ສະຫະຣັດ. ທ່ານ ສຸບັນ ກ່າວກ່ຽວກັບ ເລື່ອງນີ້ວ່າ.

ຢາເສບຕິດ ຕ້ອງການທັງ ໝົດສໍາລັບ 5 ປີ ນີ້ແມ່ນອັນໃຫຍ່ ກວ່າໝູ່ໝົດໃນ 72 ລ້ານໂດລາ ແມ່ນສໍາລັບແກ້ ໃຂຄວາມຍາກຈົນ ແກ່ປະຊາຊົນ 44 ລ້ານແກ້ແນວໃດ ກ່ອນອຶ່ນຕ້ອງມີ ເງິນໜູນວຽນລະ ໃຫ້ມີອາຊີບ ໃໝ່ທົດແທນ ຈຶ່ງຈະຊ່ວຍເຂົາ ເຊົາປູກຝີ່ນໄດ້.

ນັ້ນກໍຄົງຈະເປັນ ການປະກອບສ່ວນ ເຂົ້າໃນການເຮັດ ໃຫ້ພາກພື້ນ ອາຊີອາຄະເນ ປອດຝີ່ນ ປອດຢາ ເສບຕິດ ໃນປີ 2015.  ສໍາລັບຄົນທີ່ ຕິດຝິ່ນ ໃນລາວຂະນະນີ້ ທ່ານສຸບັນ ສຣິດທິຣາດ ບອກວ່າມີທັງໝົດ 10 ພັນກວ່າຄົນ ໃນທົ່ວ ປະເທດລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org