ເຈົ້າໜ້າທີ່ ຄວບຄຸມບັນຫາຢາເສບຕິດ ປະຈຳແຂວງຫລວງພະບາງ ກ່າວກ່ຽວກັບ ການປະຕິບັດງານ ຄັ້ງນີ້ ວ່າ:
"ໄທເຮົາ ກໍຈະມີການເຄື່ອນໄຫວ ເພີ້ມຕື່ມ ເຂັ້ມງວດ ກ່າວເກົ່າ ມີການສຸມ ຢູ່ຕາມຄລັບ ຕາມບາຣ ແລະ ກໍເບີ່ງດູຈຸດຕ່າງໆ ທີ່ມັນມີການຫລີ້ນກິນຟຸມເຟືອຍ ຂອງຊາວນຸ່ມ. ຜູ້ໃດມີພຶຕິກັມແບບນັ້ນ ພວກເຮົາ ກໍໄດ້ມີການຕິດຕາມ ມັນມີ ພວກນອກເຄື່ອງແບບ"
ທ່ານວ່າ ໃນເວລານີ້ ທາງການ ໄດ້ສົ່ງເຈົ້າໜ້າທີ່ ນອກເຄື່ອງແບບ ໄປເຝົ້າ ສັງເກດການ ຢູ່ຕາມສະຖານທີ່ ທີ່ລໍ່ແຫລມ ຕ່າງໆ ເພື່ອປ້ອງກັນ ບໍ່ໃຫ້ ຊາວບ້ານ ໂດຍສະເພາະ ຊາວນຸ່ມ ແລະ ນັກທ່ອງທ່ຽວ ຕ່າງຊາດ ພາກັນລັກຊື້-ຂາຍ ແລະ ເສບຢາໄດ້ ໂດຍງ່າຍ. ຖ້າຫາກວ່າ ພົບເຫັນ ບຸກຄົນໃດ ສູບ ຫລື ເສບຢາເສບຕິດ ປະເພດຕ່າງໆແລ້ວ ເຈົ້າໜ້າທີ່ ກໍຈະ ຕັກເຕືອນອົບຣົມ ເທົ່ານັ້ນ, ແຕ່ຖ້າຫາກ ພົບເຫັນວ່າ ມີຢາເສບຕິດ ໃນຄອບຄອງ ໃນຈຳນວນ ຜິດປົກະຕິແລ້ວ ທາງການ ກໍຈະໄດ້ເອົາມາຕະການ ຕາມກົດໝາຍ ເຊັ່ນວ່າ ປັບໃໝ ໃສ່ໂທດ ໂດຍບໍ່ມີການຍົກເວັ້ນ ວ່າ ຈະແມ່ນຄົນລາວ ຫລື ຄົນຕ່າງຊາດ ກໍຕາມ.
ການຮັກສາຄວາມສງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ເນື່ອງໃນລະຍະບຸນສະຫລອງ ປີໃໝ່ນີ້ ທາງການຫລວງພະບາງ ວ່າໄດ້ເອົາມາຕະການ ຫລາຍດ້ານ ຄື ບັນຫາຢາເສບຕິດ ອາບາຍະມຸກ ການຂີ້ລັກ ການຜິດຖຽງກັນ ແລະ ການຂັບຂີ່ ຍວດຍານພາຫານະ.
ເມືອງຫລວງພະບາງ ເປັນເມືອງມໍຣະດົກໂລກ ແຕ່ກໍບໍ່ປອດ ຈາກບັນຫາຢາເສບຕິດນີ້ ໄດ້ເທື່ອ. ຕົວເລກລ້າສຸດ ແຈ້ງວ່າ ແຂວງຫລວງພະບາງ ຍັງມີ ຜູ້ລໍຄອຍໄດ້ຮັບການບຳບັດ ຜູ້ຕິດຢາບ້າ ປະມານ 4,000 ຄົນ, ຢາຝິ່ນ ປະມານ 1,000 ຄົນ, ສ່ວນກຸ່ມຜູ້ຄ້າຂາຍ ຢາບ້າ ນັ້ນ ທາງການ ໄດ້ຂື້ນບັນຊີ ໄວ້ແລ້ວ ມີຈຳນວນ 60 ກ່ວາລາຍ ໃນປັດຈຸບັນ.
