ຂ.ຫົວພັນ ລົບລ້າງ ການເຄື່ອນໄຫວ ຢາບ້າ ຍັງບໍ່ໄດ້

ເຖິງແມ່ນວ່າ ແຂວງຫົວພັນ ຈະເເປັນແຂວງ ທີ່ສອກຫລີກ-ຫ່າງໄກ ຈາກ ການຄົມະນາຄົມ ທົ່ວໄປ; ແຕ່ກໍ ບໍ່ສາມາດ ຫລຸດພົ້ນ ຈາກກິຈການ ຢາມ້າໄດ້.

0:00 / 0:00

ການລັກລອບ ຄ້າຂາຍ ຢາບ້າ ໃນແຂວງ ຫົວພັນ ເປັນບັນຫາ ສຳຄັນ ທີ່ທາງແຂວງ ຍັງບໍ່ ສາມາດ ແກ້ໄຂ ໃຫ້ໝົດໄດ້, ຕາມທີ່ ເຈົ້າໜ້າທີ່ ຄະນະ ກັມະການ ຄວບຄຸມ ຢາເສບຕິດ ແຂວງ ຫົວພັນ ໄດ້ກ່າວ. ທ່ານວ່າ ຈຳນວນ ຜູ້ຊື້ ແລະ ຂາຍ ຢາເສບຕິດ ໃນແຂວງ ຍັງເຫລືອ ຫລາຍຢູ່. ສຳລັບ ຝິ່ນນັ້ນ ກໍຫລຸດລົງ; ແຕ່ວ່າ ຢາເສບຕິດ ປະເພດອື່ນ ພັດມີ ເພີ່ມຂື້ນ.

“ອັນບັນຫາ ຢາເສບຕິດ ຢູ່ແຂວງ ຫົວພັນ ທຸກວັນນີ້ ກໍຍັງມີຢູ່, ອັນສ່ວນຫລາຍ ຈະເປັນ ຢາບ້າ. ເຣື້ອງບັນຫາ ຄົນເສບນີ້ ກໍມີ, ແຕ່ ສ່ວນຫລາຍ ຈະມີແຕ່ ພວກເສບເກົ່າ ມາແລ້ວ.”

ແຂວງຫົວພັນ ເປັນແຂວງ ຫ່າງໄກ ສອກຫລີກ ແຂວງນຶ່ງ ຂອງລາວ. ການ ຄົມະນາຄົມ ໄປຍັງແຂວງ ຫລື ພາຍໃນ ໂຕແຂວງ ບໍ່ຄ່ອຍ ສະດວກ ສະບາຍ ພໍປານໃດ; ແຕ່ປານນັ້ນ ຍັງມີ ຄົນ ລັກລອບ ຢາເສບຕິດ ເຂົ້າມາ ໃນແຂວງ ນີ້ໄດ້. ຕາມທີ່ ທາງແຂວງ ສືບຮູ້ ຢາເສບຕິດ ຖືກນຳມາ ຈາກ ສາມລ່ຽມຄໍາ ທາງ ຣົຖໂດຍສານ ຫລື ທາງຣົຖ ສ່ວນຕົວ. ເຈົ້າໜ້າທີ່ ຄວບຄຸມ ຢາເສບຕິດ ວ່າ ມັນເປັນ ການຍາກ ທີ່ ຈະຈຳກັດ ການລັກລອບ ນຳຢາ ເຂົ້າມາ ໃນແຂວງນີ້ ໄດ້ ທຸກກໍຣະນີ ດ້ວຍ ເຫດຜົນ ຫລາຍຢ່າງ.

“ແນ່ນອນ ມັນກໍ ຫລາຍໆ ທີ່ພວກເຮົາ ບໍ່ຮູ້ ວ່າຂະເຈົ້າ ນຳຢາເສບຕິດ ເຂົ້າມາ ເພາະວ່າ ເຣື້ອງ ບັນຫາ, ເຣື້ອງ ການແຈ້ງຂ່າວ ຂໍ້ມູນ ມັນກໍ ມີບັນຫາ ຍາກ ມີພື້ນຖານລັບ ຢູ່ທຸກບ່ອນ ມັນຈະສາມາດ ຮູ້ໄດ້ວ່າ ການເຄື່ອນໄຫວ ຂອງແຕ່ລະມື້ ແຕ່ລະຄົນ ເປັນອັນໃດ.”

ເຖິງແມ່ນວ່າ ບັນຫາ ຢາເສບຕິດ ໃນແຂວງຫົວພັນ ຈະບໍ່ ໝົດສ້ຽງໄປ ໃນເວລາ ອັນສັ້ນ ກໍຕາມ; ແຕ່ເມື່ອ ທຽບກັບປີ 2007 ຜ່ານມານີ້ ເຫັນວ່າ ຫລຸດຜ່ອນ ລົງຫລາຍ. ທ່ານວ່າ ທາງແຂວງ ກໍດຳເນີນ ການຣົນະຣົງ ສຶກສາໂທດ ຂອງຢາເສບຕິດ ໃຫ້ແກ່ ປະຊາຊົນ ຊາບ, ແລະ ໄດ້ຕິດຕາມ ການເຄື່ອນໄຫວ ຂອງກຸ່ມ ຄ້າຢາເສບຕິດ ຕາມຄວາມ ສາມາດ ທາງດ້ານ ພາຫານະ ທີ່ມີຢູ່.