ຍັງມີ ການປູກຝິ່ນ ໃນ ສປປລາວ ຍ້ອນ ຄົນຕິດ ແລະ ພໍ່ຄ້າ ຝິ່ນ

ສປປລາວ ຍັງ ປະເຊີນ ກັບ ບັນຫາ ການປູກຝິ່ນ ຍ້ອນ ຄວາມຊີນເຄີຍ ໃນ ການສູບຝີ່ນ ຂອງ ຊາວບ້ານ.
ມະນີຈັນ ຣາຍງານ
2008.05.28

ສປປລາວ ຍັງ ບໍ່ສາມາດ ແກ້ໄຂ ຫລື ກໍາຈັດ ການປູກຝິ່ນ ໃຫ້ ໝົດໄປ ໄດ້, ໂດຍສະເພາະ ໃນ ເຂດ ພາກເໜືອ ຂອງລາວ, ຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ສະຫະປະຊາຊາດ ດ້ານ ຢາເສບຕິດ ແລະ ອາສຍາກໍາ UNODC. ທ່ານ ກ່າວ ກ່ຽວກັບ ເລື່ອງ ນີ້ ວ່າ:

”ກໍ ຄິດວ່າ ເປັນ ເລື່ອງຮິດ ຂອງ ເຂົາເຈົ້າ, ເຄີຍປູກ ຜ່ານມາ, ແລ້ວ ມັນມີ ຄົນ ຈໍານວນ ນຶ່ງ ທີ່ ຕິດ ຢາຝິ່ນ. ເຂົາ ຈະສູບ ຢາຝິ່ນ, ຕິດ ຢາຝິ່ນ, ແລ້ວ ເຂົາ ຕ້ອງການ ຝິ່ນ ເພື່ອ ມາສູບ. ເຂົາ ຕ້ອງ ສູບຝິ່ນ. ມັນມີ ຫລາຍ ປັດໃຈ ທີ່ ພາໃຫ້ ເຂົາເຈົ້າ ຢາກ ປູກຝິ່ນ.”

ອີກ ສາເຫດ ນຶ່ງ ທີ່ ພາໃຫ້ ຊາວບ້ານ ຈໍານວນ ນຶ່ງ ລັກລອບ ປູກຝິ່ນ ຢູ່ຕໍ່ໄປ ກໍຄື ຍັງມີ ພໍ່ຄ້າ ຈາກ ປະເທດ ທີ 3 ເຂົ້າມາ ລົບຊ້ອນຕົວ ແລະ ໃຫ້ ຊາວບ້ານ ປູກຝິ່ນ ສໍາລັບ ຕົນ  ໃນ ຣາຄາ ທີ່ ຊາວບ້ານ ພໍໃຈ.

ເຖີງແມ່ນວ່າ ບັນຫາ ທີ່ ເກີດຂຶ້ນ ຂ້ອນຂ້າງ ຍາກ ທີ່ ຈະ ແກ້ໄຂ ຫລື ກໍາຈັດ ໃຫ້ ໝົດໄປ ໄດ້ນັ້ນ ກໍຕາມ; ແຕ່ ທາງ ອົງການ UNODC ກໍໄດ້ ຊອກ ວິທີ ເພື່ອ ຊ່ວຍ ຈໍາກັດ ບັນຫາ ນັ້ນ ໃຫ ້ລຸດໜ້ອຍ ລົງ ໂດຍ ຜ່ານ ໂຄງການ AD ຊຶ່ງ ເປັນ ໂຄງການ ທາງເລືອກ ອື່ນ ແທນ ການປູກຝີ່ນ. 

ເລື່ອງ ໂຄງການ AD (Alternative development project) ທີ່ ຈະຊ່ວຍ ເລື່ອງ ການທົດແທນ ການປູກຝີ່ນ ເປັນ ປູກ ພືດ ອຸດສະຫະກໍາ, ພືດ ທີ່ ເປັນ ສິນຄ້າ ຊະນິດ ອື່ນ.

ພ້ອມດຽວກັນ, ທ່ານ ຍັງກ່າວ ໃຫ້ ທັດສະນະ ສ່ວນຕົວ ກ່ຽວກັບ ບັນຫາ ການປູກຝິ່ນ ໃນລາວ ວ່າ: ປະເທດລາວ ມີ ຊາຍແດນ ທີ່ ຕິດກັບໄທ, ພມ່າ, ຈີນ, ວຽດນາມ ແລະ ກໍາພູຊາ   ຊຶ່ງ ກຸ່ມ ອາສຍາກອນ ຂ້າມຊາດ ຫລື ກຸ່ມ ພໍ່ຄ້າ ໄດ້ ສວຍໂອກາດ ກະທໍາ ເລື່ອງ ທີ່ ຜິດ ກົດໝາຍ, ຊຶ່ງ ບໍ່ຍາກ ພໍເທົ່າໃດ ໃນ ປະເທດ ທີ່ ກົດໝາຍ ບໍ່ຮັດກຸມ ຫລື ບໍ່ມີ ການປະຕິບັດ ກົດໝາຍ ຢ່າງເຄັ່ງຄັດ ນັ້ນ.

ຄຳສັບ ຊອກຫາຂໍ້ມູນ: ຢາເສບຕິດ, drug

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.