ແຂວງ ຊຽງຂວາງ ຍັງຈະ ສືບຕໍ່ ໃຫ້ ການບຳບັດ ຜູ້ຕິດຝິ່ນ ພາຍໃນແຂວງ ແລະກວດກາ ລົບລ້າງ ທຳລາຍ ພື້ນທີ່ ການປູກຝິ່ນ ຄືນໃໝ່ ໃນປີນີ້.
ໃນອາດີດ, ແຂວງ ຊຽງຂວາງ ຖືວ່າ ເປັນແຂວງນຶ່ງ ທີ່ມີ ການປູກຝິ່ນ ແລະ ຄົນຕິດຝິ່ນ ເປັນຈຳນວນ ຫລວງຫລາຍ; ແຕ່ບັນຫາ ດັ່ງກ່າວ ຄອ່ຍໆ ລົດລົງ ຫລັງຈາກ ທີ່ຣັຖບານ ໄດ້ ປະກາດ ລົບລ້າງ ການປູກຝິ່ນ ໃນທົ່ວປະເທດ ນັບຕັ້ງແຕ່ ປີ 2005 ເປັນຕົ້ນມາ ດ້ວຍ ການຫາພືດ ທົດແທນ ມາໃຫ້ ຊາວກະສີກອນ ປູກ, ຊຶ່ງໃນເວລານີ້ ກໍ່ຍັງມີ ການລັກປູກ ແລະ ລັກເສບ ຢູ່ ໃນບາງພື້ນທີ່ ທີ່ຣັຖບານ ໄປບໍ່ເຖີງ ແລະ ຣັຖບານ ກໍຍັງສືບຕໍ່ ໃນການປາບປາມ ແລະ ໃຫ້ ການບຳບັດ ແກ່ພວກຂະເຈົ້າ ຢູ່, ດັ່ງ ທ່ານ ບຸນໂຮມ ເທດທານີ, ຫົວໜ້າ ຫ້ອງການ ຄວບຄຸມ ຢາເສບຕິດ ປະຈຳແຂວງ ດັ່ງກ່າວ ເວົ້າວ່າ:
“ໃນຊ່ວງນີ້ແທ້, ກະ, ມີແຕ່ ພວກເຮົາ ເນັ້ນເຣື້ອງ ການສືບຕໍ່ ບຳບັດ ຈຳນວນ ພວກຕິດຝີ່ນ ຫັ້ນ. ພວກເຮົາ ກໍ່ໄດ້ ລົງກວດກາ ໃນເຣື້ອງ ການລັກລອບປູກຝິ່ນ ຂອງປະຊາຊົນ ຈຳນວນ ນຶ່ງ. ພະຍາຍາມ ສູ້ຊົນໄປ ແຕ່ລະປີ ຫັ້ນແລະ, ເນາະ, ເພື່ອ ຂຍາຍ ເຣື້ອງແກ້ໄຂ ຊີວີດ ການເປັນຢູ່ ຂອງ ປະຊາຊົນ ຫັ້ນ ທີ່ວ່າ ຕິດພັນ ກັບ ເຣື້ອງ ການປູກຝິ່ນ ໃນມື້ກ່ອນ, ນັນເດ.”
ທ່ານ ຍັງບອກ ອີກວ່າ: ໃນປັດຈຸບັນ ທີ່ແຂວງ ຊຽງຂວາງ ຍັງມີ ຊາວບ້ານ ຊົນເຜົ່າ ຜູ້ສູງອາຍຸ ປະມານ 1,700 ຄົນ ທີ່ກຳລັງ ປະເຊີນ ກັບບັນຫາ ການຕິດຝິ່ນ ທີ່ ຈະຕ້ອງ ໃຫ້ ການບຳບັດ ຮັກສາ ໂດຍທາງການ ໄດ້ສົ່ງ ໜ່ວຍງານ ທີ່ກ່ຽວຂ້ອງ ໄປຕາມ ເຂດຕ່າງໆ ເພື່ອໃຫ້ ການບຳບັດ ເພາະ ທາງການແຂວງ ບໍ່ມີ ສູນບຳບັດ ຝິ່ນ ທີ່ເປັນທາງການ. ນອກຈາກນັ້ນ, ໜ່ວຍງານ ສຳລັບ ປາບປາມ ການປູກຝີ່ນ ກໍ ໄດ້ທຳລາຍ ແຫລ່ງຝິ່ນ ໄດ້ ໃນພື້ນທີ່ ປະມານ ກວ່າ 20 ເຮັກຕາ, ຊຶ່ງສາເຫດ ທີ່ສຳຄັນ ທີ່ຊາວກະສີກອນ ຫັນມາ ປູກຝີ່ນ ໃໝ່ນັ້ນ ກໍເປັນເພາະວ່າ ແຜນການ ປູກພືດ ທົດແທນ ຈາກຝ່າຍ ຣັຖບານ ຍັງບໍ່ມີ ການພັທນາ ໃຫ້ໄດ້ ໝາກໄດ້ຜົລ ເທື່ອ. ທ່ານ ບຸນໂຮມ ໄດ້ອະທິບາຍ ເພີ່ມອີກວ່າ ວ່າງຫລັງໆ ມານີ້, ຫລັງຈາກ ຣັຖບານ ປະກາດ ລົບລ້າງ ການປູກຝິ່ນ, ຊາວບ້ານ ກວ່າ 50% ໄດ້ເຊົາປູກໄປແລ້ວ ໃນຈຳນວນ 180 ໝູ່ບ້ານ, ມາປູກ ພືດທົດແທນ. ແຕ່ໃນຈຳນວນ 90 ໝູ່ບ້ານ ທີ່ ເຫລືອນັ້ນ, ຍັງ ບໍ່ສາມາດ ລ້ຽງກຸ້ມຕົນເອງໄດ້ ຈຶ່ງຕ້ອງການ ຊ່ອຍເຫລືອ ຈາກ ສູນກາງ ແລະ ອົງການ ຊ່ອຍເຫລືອ ສາກົນ. ບາງກຸ່ມ ກໍຫັນໄປ ປູກຝິ່ນໃໝ່.
