ເມື່ອທ້າຍ ສັປດາຜ່ານມາທາງການ ກ່ຽວຂ້ອງຂອງສ.ປ.ປ.ລາວ ໄດ້ທຳການສຳຫລວດ ສະພາບຣາຄາສະບຽງອາຫານ ໃນທ້ອງ ຕະຫຼາດຢູ່ 5 ແຂວງໃຫຍ່ຂອງລາວຄື ຫລວງພຣະບາງກຳແພງ ນະຄອນວຽງຈັນຄຳມ່ວນສະຫວັນນະເຂດ ແລະ ຈຳປາສັກພົບວ່າມີການຂື້ນ ລາຄາ ຢ່າງໄວວາ ໂດຍສະເພາະ ຣາຄາ ເຂົ້າກິນ, ອີງຕາມກະແສຂ່າວ ທ້ອງຖິ່ນ.
ຈາກ ການສຳຫລວດ ຄັ້ງຫລ້າສຸດຂອງທາງການທີ່ກ່ຽວຂ້ອງ ເມື່ອວັນທີ 4 ມິຖຸນາ 2008 ຜ່ານມາລາຄາ ເຂົ້າຫນຽວ-ເຂົ້າເປືອກ ແມ່ນ ກິໂລລະ 2,500 ກີບ, ເຂົ້າສານປະເພດ 1 ກິໂລ ລະ 7,000 ກີບ, ປະເພດ 2- 6,000 ກີບ. ສຳລັບລາຄາເຂົ້າຈ້າວ- ເຂົ້າເປືອກກິໂລລະ 3,000ກີບ, ເຂົ້າສານ ລາຄາ ທົ່ວໄປ 7,000ກີບ.
ແຕ່ໃນທ້າຍ ສັບປະດາ ຜ່ານມານີ້ຕາມການສຳຫລວດ ຂອງທາງການລາວ, ປາກົດວ່າລາຄາເຂົ້າທີ່ເວົ້າມານັ້ນ ໄດ້ແພງຂື້ນ ຕື່ມອີກ 10 ສ່ວນຮ້ອຍ. ແຕ່ສຳລັບ ຜູ້ມີເງິນຫລືວ່າມີຖານະດີ ນັ້ນນິຍົມຊື້ ເຂົ້າຫອມມະລິ ຂອງໄທ ໃນລາຄາ 7,500 ກີບຕໍ່ນຶ່ງກິໂລ.
ທາງການ ກ່ຽວຂ້ອງ ຂອງລາວກ່າວກ່ຽວກັບເລື່ອງນີ້ ວ່າລາຄາ ເຂົ້າເພີ່ມສູງຂື້ນນີ້ມີມາ ຈາກຫລາຍສາເຫດ ດ້ວຍກັນ, ເຊັ່ນຍ້ອນປະຊາຊົນ ບໍ່ຂາຍເຂົ້າສ່ວນຫລາຍ ແມ່ນຮັກສາ ໄວ້ກິນເອງ; ການຂົນສົ່ງ ກໍແພງຂື້ນຍ້ອນລາຄາ ນ້ຳມັນແພງ. ພ້ອມກັນນັ້ນຄ່າແຮງງານຄ່າສີເຂົ້າຄ່າກະເປົາເຂົ້າ ແລະອື່ນໆກໍຕິດພັນ ກັບລາຄາ ການຊື້-ຂາຍ ຢູ່ທ້ອງຕະຫລາດທີ່ຂື້ນນຳ ຢູ່ຕະຫລອດ. ນອກຈາກນີ້ຍັງມີສາເຫດ ມາຈາກຜົນກະທົບ ຕໍ່ການຜະລິດ ສະບຽງອາຫານ ແລະ ການເຫນັງຕີງ ຂອງລາຄາເຂົ້າທີ່ເກີດຈາກ ໄພທຳມະຊາດ ໂດຍສະເພາະ ໄພນ້ຳຖ້ວມໃນລະດູຝົນ, ແລະປຸຍເຄມີສຳລັບເປັນຝຸ່ນນາກໍມີລາຄາສູງຂື້ນ ຢ່າງຕໍ່ເນື່ອງ.
ນອກຈາກນີ້ແລ້ວນະໂຍບາຍ ບາງອັນ ຂອງຣັດຖະບານຕໍ່ການຊຸກຍູ້ ການປູກຝັງ ຂອງປະຊາຊົນຍັງບໍ່ໄດ້ຮັບ ການຈັດຕັ້ງ ປະຕິບັດຢ່າງເປັນເອກກະພາບ ຢູ່ບາງທ້ອງຖິ່ນໂດຍສະເພາະນະໂຍບາຍທີ່ມີສ່ວນພົວພັນ ເຖິງການບໍຣິການ ທາງດ້ານ ສະບຽງອາຫານຍັງບໍ່ທັນໄດ້ ມີການປະສານ ສົມທົບ ແລະບໍ່ທັນ ກົມກຽວກັນ ເທົ່າ ທີ່ຄວນ.
