ອຸດສາຫະກັມຕັດຫຍິບ ໃນລາວປີ 2009 ຕົກຕໍ່າ

ການສົ່ງອອກຂອງ ອຸດສາຫະກັມຕັດຫຍິບ ໃນລາວຂອງປີ 2009 ຫລຸດໜ້ອຍລົງ ຍ້ອນວິກິດການ ດ້ານເສຖກິຈຂອງໂລກ.
ໂພໄຊສວັດ
2010.01.08

ວິກິດການດ້ານເສຖກິດ ຂອງໂລກ ແລະ ຄ່າຂອງເງິນກີບ ທີ່ມີອັດຕຣາແລກປ່ຽນ ແພງຂື້ນ ເຮັດໃຫ້ລະດັບ ການສົ່ງອອກຂອງ ອຸດສາຫະກັມຕັດຫຍິບ ແລະ ກຳໄລຫລຸດລົງ ຈົນຜູ້ທີ່ລົງທຶນລາຍຍ່ອຍ ອາຈຕ້ອງໄດ້ແກ້ໄຂບັນຫາ ໂດຍການໃຫ້ນັກ ທຸຣະກິດຕ່າງປະເທດ ເຂົ້າມາເຊົ່າກິຈການ. ທ່ານໜູລັກພູມມາໄລ ຫົວໜ້າຫ້ອງການ ສະມາຄົມ ອຸດສາຫະກັມຕັດຫຍິບ ລາວ ເວົ້າກ່ຽວກັບເຣື້ອງນີ້ວ່າ:

"ບັນຫາມັນຍ້ອນເງິນກີບ ມັນແຂງຄ່າ ບໍຣິສັດຄົນລາວ ເປັນເຈົ້າຂອງ ຫລືວ່າບໍຣິສັດທີ່ເຮັດ ສັບຄອນແຕລກ ມັນໄປບໍ່ໄດ້ ເງິນກີບມັນແຂງຄ່າ ແລະເງິນດອນລາ ມັນອ່ອນຕົວ ແລ້ວເຂົາຂາຍເປັນເງິນ ດອນລ່າ ແລະ ຊື້ເປັນເງິນກີບ ແລ້ວມັນຫລຸບທຶນ."

ທ່ານເວົ້າຕື່ມວ່າ ການແຂງຄ່າຂອງເງິນກີບ ຮວມກັບນະໂຍບາຍ ຂອງຣັຖບານ ໃຫ້ຕື່ມຄ່າແຮງງານ ຂື້ນອີກ 20 ສ່ວນຮ້ອຍ ເຮັດໃຫ້ຕົ້ນທຶນຂອງ ການຜລິດນັ້ນສູງ ຂື້ນ ແລະເມື່ອຂາຍອອກໄປ ຊ້ຳພັດຂາຍເປັນເ ງິນໂດລາ ຊຶ່ງອ່ອນໂຕລົງ ຈຶ່ງເຮັດໃຫ້ຜູ້ເຮັດ ທຸຣະກິດໄດ້ຮັບ ຜົນກະທົບ. ທ່ານກ່າວວ່າການ ແກ້ໄຂບັນຫາກໍຄື ການສເນີໃຫ້ຣັຖບານ ຫລຸດພາສີກຳໄຣ ຂອງຜູ້ລົງທຶນ ລົງຈາກ 35 ສ່ວນຮ້ອຍ ເປັນ 20 ສ່ວນຮ້ອຍ ຊຶ່ງຣັຖບານກໍເຫັນດີ ແລະການແກ້ໄຂ ບັນຫາອີກອັນ ນຶ່ງຄືໃຫ້ ນັກລົງທຶນຕ່າງປະເທດ ມາເຊົ່າເຮັດກິຈການຕໍ່. ດັ່ງທ່ານໜູລັກເວົ້າວ່າ:

"ໂຮງງານຂອງລາວ 4-5 ບ່ອນເຂົາຊິປ່ຽນ ຫັນທິດທາງ ຫລືວ່າໃຫ້ຕ່າງ ປະເທດມາເຊົ່າ ແລ້ວກໍແລ້ວ ເຂົາເຈັ້າມີທຶນ ເຂົາມີທຶນຫລາຍ ແກ້ກໍມີແຕ່ບໍ່ໃຫ້ ກັມມະກອນ ຫວ່າງງານຫັ້ນແຫລ໋ະ ມີການຈ້າງງານຕໍ່ໄປ."

ໂຮງງານຕັດຫຍິບ ໃນລາວທັງໝົດມີ 61 ແຫ່ງ. ໂຮງງານຂນາດນ້ອຍ ທີ່ຜລິດໃຫ້ໂຮງງານ ສົ່ງອອກມີ 48 ແຫ່ງ. ພາຍໃນ 9 ເດືອນ ໃນປີ 2009 ການສົ່ງອອກມີ ມູນຄ່າ 120 ລ້ານໂດລາ ສະຫະຣັຖ ຊຶ່ງຄາດວ່າ ໃນປີ 2009 ການສົ່ງອອກ ຈະມີມູນຄ່າ 165 ລ້ານໂດລາ ສະຫະຣັຖ ຫລຸດລົງຈາກ ປີ 2008 13 ສ່ວນຮ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.