ເງິນກີບແຂງຄ່າ ຣາຄາສິນຄ້າສູງຂື້ນ

ໃນປັຈຈຸບັນນີ້ ເງິນກີບລາວ ມີຣາຄາແຂງຕົວ ຂຶ້ນແດ່ແລ້ວ ໂດຽມີ ອັຕຣາແລກປ່ຽນ 8,500 ກີບ ຕໍ່ໜຶ່ງດອລລາຣ໌ ສະຫະຣັຖ.

ເມື່ອທຽບໃສ່ 9,200 ກີບ ຕໍ່ໜຶ່ງດອລລາຣ໌ ສະຫະຣັຖ ໃນແຕ່ກ່ອນ ທີ່ຄວນເຮັດໃຫ້ ປະຊາຊົນເຣີ່ມ ມີຊີວີຕກາຣ ເປັນຢູ່ ດີຂຶ້ນ ຍ້ອນສິນຄ້າ ກໍຄວນຈະ ຫລຸດລົງເຊັ່ນກັນ ແຕ່ໃນສະພາບ ຄວາມເປັນຈິງ ປາກົດວ່າ ຣາຄາສິນຄ້າ ອາຫາຣກາຣກິນ ຫລືເຄື່ອງອຸປໂພຄ-ບໍຣິໂພຄ ຕ່າງໆ ຊ້ຳພັດ ຍັງມີຣາຄາສູງ ຂຶ້ນເລື້ອຽໆ ເຮັດໃຫ້ ປະຊາຊົນ ໄດ້ຮັບ ຄວາມເດືອດຮ້ອນ:

“ເຮົາກໍຂຶ້ນຄືກັນ ແມ່ນລ໋ະ ອາຫາຣແພງ ນ້ຳມັນແພງ ກໍທຸກຢ່າງຫັ້ນແຫລະ ກໍແພງທຸກຢ່າງ ອີຫຍັງໆ ກໍເອົາມາແຕ່ໄທຽ ສ່ວນຫລາຍ”.

ໃນຂະນະທີ່ເຄື່ອງ ຂອງຕ່າງໆ ຂຶ້ນຣາຄານັ້ນ ປາກົດວ່າເງິນເດືອນ ຂອງບັນດາພນັກງານ ແລະ ເຈົ້າໜ້າທີ່ຕ່າງໆ ກໍຍັງຢູ່ ໃນຣະດັບເກົ່າ ບໍ່ມີກາຣ ຂຶ້ນຈັກເທື່ອ, ຊ້ຳບໍ່ໜຳຍັງ ມີກາຣຂຶ້ນພາ ສີອາກອນມູລຄ່າ ເພີ່ມຕື່ມອີກ.

ແຕ່ໃນຂະນະ ດຽວກັນນີ້ ຜູ້ປະກອບກາຣ ໃນເຂຕຕລາດ ຂົວດິນ ນະຄອນຫລວງ ວຽງຈັນ ຊ້ຳພັດປະຕິເສດ ວ່າບໍ່ມີກາຣ ຂຶ້ນຣາຄາ ແຕ່ຢ່າງໃດ ດັ່ງທີ່ ທ່ານ ສຸນທອນ ມຸກດາຈັນ ໄດ້ກ່າວວ່າ:

“ກໍບໍ່ມີ ຍັງຄືເກົ່າແຫລະ ສິນຄ້າຄືເກົ່າ ກໍມີພາຄຣັຖ ພວກເຮົາ ມາກວດກາ ສິນຄ້າທຸກປະເພທ ເຄື່ອງສົດເຄື່ອງແຫ້ງ ກໍຍັງຄືເກົ່າ ຍັງປົກຕິ ຄືເກົ່າແຫລະ".

ຢ່າງໃດກໍຕາມ ບັນຫາທີ່ສິນຄ້າ ມີຣາຄາສູງ ຂຶ້ນນັ້ນ ອາຈເປັນດ້ວຍພໍ່ຄ້າ ຄົນກາງ ເປັນຜູ້ກຳໜົດ ຣາຄາເອງ ພາຍຫລັງທີ່ໄປ ຮັບຊື້ ຈາກຜູ້ຜລິຕຕາມໄຮ່ ຕາມສວນ ໃນແຕ່ລະຄັ້ງ ແລະໃນເມື່ອມາ ຮອດຕລາດແລ້ວ ທາງເຈົ້າໜ້າທີ່ໆໄປກວດ ແລະພົບເຫັນຣາຄາ ທີ່ແຕກຕ່າງ ກໍບໍ່ສາມາດ ທີ່ຈະເອົາຄວາມຜິດ ນຳເຂົາເຈົ້າໄດ້ ແຕ່ປະກາຣ ໃດກໍເປັນໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org