ຕລາດຫຼັກຊັພ ສປປລາວ
2010.08.05
ຄວາມຄືບໜ້າ ຂອງການ ຕັ້ງຕລາດ ຫລັກຊັພ ລາວ ແຫ່ງທໍາອິດ ມາເຖິງ ປັດຈຸບັນນີ້ ເຫັນວ່າ ບໍ່ມີຫຍັງ ປ່ຽນແປງ ຄືວ່າຈະ ເປີດອາຄານ ສໍານັກງານ ໃນວັນທີ 10 ເດືອນ 10 ປີ 2010 ນີ້ ແລະຈະເລີ້ມ ທົດລອງຊື້ຂາຍ ຫລັກຊັບ ນອກຕລາດກ່ອນ ກ່ອນຈະເປີດ ຊື້ຂາຍ ຜ່ານລະບົບ ເຄືອຂ່າຍ ອີເລັກໂຕຣນິກ ຢ່າງ ເປັນທາງການ ດັ່ງທ່ານ ເດດພູວັງ ມູນຣັຕ ຫົວໜ້າຜູ້ສ້າງ ຕັ້ງຕລາດ ຫລັກຊັບ ສປປລາວ ໄດ້ກ່າວ:
"ຍັງເດີນໜ້າ ຄືເກົ່າ ນັ້ນແຫລະ ແຕ່ວ່າ 10-10-10 ນີ້ຈະເປັນ ການປະກາດ ສ້າງຕັ້ງຊື່ໆ. ຕາມຄວາມເປັນຈິງ ມັນຈະຕ້ອງ ໄດ້ຕຽມວ່າ ການທົດລອງ ເທັກໂນໂລຈີ ຕ່າງໆ ໂດຍສະເພາະ ແມ່ນເຣື້ອງ ໄອທີ ຂອງພວກເຮົາ ຫັ້ນນາ ຊື່ງການດໍາເນີນ ທຸຣະກິດ ໄດ້ແທ້ໆ ມັນຕ້ອງຕົ້ນ ປີພຸ້ນນາ".
ທ່ານອະທິບາຍ ວ່າຫລັງຈາກ ມື້ເປີດ ການສ້າງຕັ້ງ ຕລາດຫລັກຊັບ ຢ່າງເປັນ ທາງການແລ້ວ ຍັງບໍ່ໄດ້ ມີການຊື້ຂາຍ ຜ່ານຕລາດ ຫລັກຊັພ ຢ່າງເປັນ ທາງການເທື່ອ ແຕ່ກຸ່ມຜູ້ລົງທືນ ສາມາດ ຊື້ຂາຍ ນອກຕລາດ ໄປກ່ອນ ໂດຍຜ່ານຄນະ ຕົວແທນ ຕລາດຫັລກຊັບ. ການຊື້ຂາຍ ນອກຕລາດ ຈະເລີ້ມຕົ້ນຈາກ 3 ບໍຣິສັດ ຫລັກໆ
ຊື່ງ ປະກອບດ້ວຍ ບໍຣິສັດ ໄຟຟ້າລາວ ບໍຣິສັດ ໂທຣະຄົມມະນາຄົມ ແລະ ທະນາຄານ ພານິດ. ຫລັງຈາກເປີດ ໃຫ້ມີການ ຊື້ຂາຍ ຜ່ານຕລາດ ຫັລກຊັບ ຢ່າງເປັນທາງ ການແລ້ວ ຜູ້ລົງທືນຍັງ ສາມາດ ຊື້ຂາຍຫຸ້ນ ຂອງສາມ ບໍຣິສັດນີ້ ຜ່ານຕລາດ ຫລັກຊັບ ແລະ ນອກຕລາດຫລັກຊັບ ໄດ້ຄຽງຄູ່ ກັນໄປ.
ກ່ອນຈະກ້າວ ເຂົ້າມາເຖິງ ຈຸດແລກປ່ຽນ ໃນຕລາດຫລັກຊັບ ຢ່າງມີ ຄຸນນະພາບ ນັ້ນ ໃນເວລາ ເບື້ອງຕົ້ນ ຈະມີການ ຄັດເລືອກເອົາ ບໍຣິສັດຕ່າງໆ ທີ່ມີ ສັກຍະພາບ ດ້ານລາຍໄດ້ ຮ່ວມທັງ ບໍຣິສັດ ຂອງຣັຖ ເຊັ່ນວ່າ ທະນາຄານ ການຄ້າ ຕ່າງປະເທດ ຂອງລາວ ບໍຣິສັດ ເບັຽລາວ ບໍຣິສັດ ເຂື່ອນຜລິດ ໄຟຟ້າ ແລະ ກິຈກັມ ໂທຣະຄົມ ມະນາຄົມ ເປັນຕົ້ນ ເພື່ອເຂົ້າເປັນ ສະມາຊິກ ຕລາດຫລັກຊັພ.
ນອກນັ້ນ ຈະເປີດໃຫ້ ບໍຣິສັດ ທີ່ດໍາເນີນ ການຊື້-ຂາຍ ຫລັກຊັພຂອງ ໄທ 1 ບໍຣິສັດ ເຂົ້າໄປເຮັດ ທຸຣະກິຈ ແລະທັງເປັນ ສະມາຊິກ ບໍຣິສັດ ຕລາດຫຸ້ນ ຂອງລາວດ້ວຍ.









