ທ່ານ ເຈືອງ ສົມບູນຂັນ ຣັດຖະມົນຕຣີ ປະຈໍາ ສໍານັກງານ ນາຍົກ ຣັດຖະມົນຕຣີ ຂອງລາວ ຖະແຫລງ ວ່າ ຣາຍໄດ້ ສະເລັ່ຽ ຂອງພົນລະເມືອງ ລາວ ໃນທົ່ວປະເທດ ປັດຈຸບັນ ນີ້ ໄດ້ 7 ລ້ານ 4 ແສນ ກວ່າກີບ ຫລື ປະມານ 810 ໂດລາ ສະຫະຣັດ ຕໍ່ຄົນຕໍ່ປີ ເຖິງແມ່ນວ່າ ໃນການ ປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງລາວ ປະຈໍາປີ 2007-2008 ໃນໄລຍະ 6 ເດືອນ ຕົ້ນປີນີ້ ຍອດຜລິດຕະພັນ ພາຍໃນ ຫລື GDP ຈະປະຕິບັດ ໄດ້ຕໍ່າກວ່າເປົ້າໝາຍ ທີ່ໄດ້ວາງໄວ້ ກໍຕາມ.
ໃນໄລຍະ 6 ເດືອນ ທີ່ຜ່ານມາ ຍອດມູນຄ່າ GDP ຂອງລາວ ໄດ້ຂະຫຍາຍ ຕົວເພີ່ມຂຶ້ນ ໃນອັຕຣາສເລັ່ຽ 7,9% ໃນຂະນະທີ່ ເປົ້າຫມາຍ ຂອງເແຜນການ ໄດ້ວາງໄວ້ 8,4%.
ແຕ່ເຖິງຢ່າງໃດ ກໍຕາມ ທາງການລາວ ກໍຢືນຢັນວ່າ ການຂະຫຍາຍຕົວ ຂອງ GDP ດັ່ງກ່າວ ນັ້ນ ເປັນອັຕຣາ ທີ່ສູງຢູ່ ດັ່ງທ່ານເຈືອງ ໄດ້ກ່າວຊີ້ແຈງ ໃນຕອນນຶ່ງ ວ່າ:
ຄາດໝາຍ ພວກເຮົາ ວາງໄວ້ວ່າ ຊິໄດ້ 8 ຈຸດ 4 ແຕ່ວ່າ 6 ເດືອນນີ້ ພວກເຮົາ ປະຕິບັດ 7 ຈຸດ 9 ກະຖືວ່າ ເປັນອັຕຣາ ທີ່ສູງ ລະກະ ເກືອບບັນລຸ ຍັງໜ້ອຍນຶ່ງ ຄິດສະເລັ່ຽ GDP ຕໍ່ຫົວຄົນນີ້ ແມ່ນໄດ້ 7 ລ້ານ 4 ແສນ 7 ໝື່ນ ກວ່າກີບ ຫລື ເທົ່າກັບ 810 ໂດລາ ຄັນໄລ່ອັຕຣາ ແລກປ່ຽນ ໃນປັດຈຸບັນ.
ຣາຍໄດ້ ສເລັ່ຽ ທີ່ວ່າ 810 ໂດລາ ຕໍ່ຄົນຕໍ່ປີ ນັ້ນ ບໍ່ໄດ້ ໝາຍຄວາມ ວ່າ ປະຊາຊົນລາວ ທຸກຄົນ ຈະມີຣາຍໄດ້ ເຖິງ 810 ໂດລາ ແຕ່ຢ່າງໃດ. ປະຊາຊົນລາວ ໃນເຂດຕົວເມືອງ ແລະ ຢູ່ຊົນນະບົດ ມີຣາຍໄດ້ ແຕກຕ່າງກັນ ເກືອບ ເຖິງ 4 ເທົ່າ. ໃນຂະນະທີ່ ພົນລະເມືອງລາວ ໃນເຂດນະຄອນຫລວງວຽງຈັນ ມີຣາຍໄດ້ ສະເລັ່ຽ ຫລາຍກວ່າ 15 ລ້ານ 5 ແສນກີບ ຕໍ່ຄົນຕໍ່ປີ ນັ້ນ ຜູ້ຢູ່ ໃນເຂດແຂວງ ຊຽງຂວາງ ພັດມີຣາຍໄດ້ ສະເລັ່ຽ ບໍ່ຮອດ 4 ລ້ານ 2 ແສນກີບ ຫລື ປະມານ 440 ໂດລາ ສະຫະຣັດ ຕໍ່ຄົນຕໍ່ປີ ເທົ່ານັ້ນ.