ຣັຖບານ ຄວນຊ່ອຍ ແກ້ໄຂບັນຫາ ວິກິຈການ ເສຖກິດ

ທ່ານ ຄໍາລືຊາ ນວນສະຫວັນ ຄະນະ ບໍດີ ເສຖະສາດ ຈາກມະຫາວິທະຍາໄລ ແຫ່ງຊາດລາວ ສະເໜີໃຫ້ຣັຖະບານ ດໍາເນີນ ມາຕະການ ແກ້ໄຂ ບັນຫາ ຄ່າຄອງຊີບ ໃນລາວ ທີ່ຖີບສູງຂື້ນ ຢ່າງຕໍ່ເນື່ອງ ຍ້ອນນໍ້າມັນແພງ ດ້ວຍມາຕະການ ລະຍະສັ້ນ ແລະ ລະຍະຍາວ ດັ່ງນີ້:

"ມາ ຕະການ ຊົ່ວຄາວ ສະ ເພາະ ໜ້າ ບາງ ປະການ ເຊັ່ນ ມາ ຕະການ ໂຈະ ຫລື ຫລຸດ ພາສີ ​ ນໍາ ເຂົ້າ ນໍ້າມັນ ເພື່ອ ບັນ ເທົາ ຣາຄາ ນໍ້າມັນ ບໍ່ ໃຫ້ ສູງ ເກີນ ໄປ ."

ຖ້າ​ຫາກ​ວ່າ ຣາຄາ​ ສິນຄ້າ​ ຫາກ​ສູງ​ຂື້ນ ​ກ່ວາ​ນີ້, ທ່ານ​ ໄດ້​ສະ​ເໜີ​ ໃຫ້​ພິຈາຣະນາ​ເງິນ​ອຸດ​ໜູ​ນ ນໍ້າມັນ ຕໍ່ຣັຖະກອນ ​ທີ່​ມີ​ເງິນ​ເດືອນ ​ຕໍ່າ​ຢູ່​​ແລ້ວ, ​ເພາະວ່າ ຣັຖະກອນ​ ຂອງ​ລາວ ​ເປັນ​ກຸ່ມ​ຄົນ ​ໃນ​ສັງຄົມ​ທີ່​ ສ່ວນ​ໃຫ່ຽ ​ແລ້ວໄດ້​ຮັບ ​ຄວາມ​ເດືອດຮ້ອນ ​ຫລາຍ​ທີ່​ສຸດ ​ໃນ​ການ​ດໍາຣົງ ຊີວິດ ​ປະ​ຈໍາ​ວັນ.

ສໍາລັບ ຣະຍະ​ກາງ​ແລະ ​ລະຍະ​ຍາວ​ນັ້ນ ທ່ານ​ ໄດ້​ສະ​ເໜີ​ ດັ່ງ​ນີ້:

"ອາດ ດໍາ ເນີນ ນະ ໂຍບາຍ ການ ເງິນ ງົປະມານ ໂດຍ ​​ ເນັ້ນ ການ ດັດສົມ , ການ ແຈກ ຢາຍ ຄືນ ລາຍ ໄດ້ ໂດຍ ມີ ກົນ ໄກ ການ ໂອນ ອາກອນ ທີ່ ໄດ້ ຈາກ ຜູ້ທີ່ ມີ ລາຍ ຮັບ ສູງ ສູ່ ຄອບຄົວ ທີ່ ມີ ລາຍ ຮັບ ຕໍ່າ "

ນອກຈາກ​ນັ້ນທ່ານ​ວ່າກໍ​ສາມາດ ​ຂື້ນ​ອັຕຣາ ພາສີ ​ສິ່ງ​ຟຸ​ມ​ເຟືອຍ​ເພື່ອ​ເພີ້​ມ ລາຍ​ໄດ້ ​ໃຫ້​ແກ່ຣັຖ. ​ເຖິງ​ຢ່າງ​​ໃດກໍ​ດີທ່ານຄໍາ​ລືຊາ ​ຮັບ​ຮູ້ວ່າມາຕຣາການ​ເລົ່າ​ນີ້​ເປັນ​ມາ​ຕະການ ​ທີ່​ຈະ​ແກ້​ໄຂ​ ບັນຫາ​ ພຽງ​ລະຍະ​ສັ້ນ ​ເທົ່າ​ນັ້ນ.

ການ​ແກ້​ໄຂ​ບັນຫາຣະຍະ​ຍາວ​ ແທ້ໆ​ນັ້ນກໍ​ຄື​ການພັດທະນາ​ແລະ​ຄົ້ນ​ຫາ​ພະລັງງານ​ ທາງ​ເລືອກ​ອື່ນໆ​ເພື່ອ​ຫລຸດຜ່ອນ​ ການ​ນໍາ​ເຂົ້າ​ນໍ້າມັນ​ຈາກ​ຕ່າງປະ​ເທດຊື່​ງ​ໃນ​ປີຜ່ານມາລາວ​ ໄດ້​ນໍາ​ເຂົ້າ​ນໍ້າມັນ​ຈາກ​ຕ່າງປະ​ເທດ​ປະມານ 535 ລ້ານ​ລິດ. ​ໃນ​ປັດຈຸບັນ​ນີ້ປາກົດ​ວ່າ​ ມີ​ແຕ່​ບໍຣິສັດ​ ນໍ້າມັນ​ລາວ​ ເທົ່າ​ນັ້ນ​ທີ່​ຄົ້ນ​ຄ້ວາ​ແລະ​ພັດທະນານໍ້າມັນຊີວະ​ພາບຈາກ​ໝາກ​ເຍົາ​ແຕ່​ວ່າການ​ພັດທະນາ​ນີ້​ຍັງ​ຢູ່​ໃນ​ຂອບ​ເຂດ​ຈໍ​າກັດ​ຫລາຍ.